ໃນຕອນເຊົ້າຂອງວັນທີ 23 ມີນາ 2023 ນີ້ເວລາ 7 ໂມງການນໍາເມືອງນານເຊິ່ງນໍາໂດຍ ສະຫາຍ ຄໍາເກັ່ງ ຈັນທະວີສຸກ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງ-ເມືອງນານ ພ້ອມດ້ວຍຄະນະ, ມີນາຍແລະພົນທະຫານ, ນາຍແລະພົນຕໍາຫຼວດ ແລະ ນ້ອງນ້ອຍເຍົາວະຊົນໄດ້ວາງກະຕ່າດອກໄມ້ ແລະ ຈູດທູບທຽນບູຊາຢູ່ຕໍ່ໜ້າອານຸສາວະລີປະທານ ໄກສອນ ພົມວິຫານ ອະດີດຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ເພື່ອສະແດງຄວາມເຄົາລົບຮັກ ກະຕັນຍູຮູ້ບຸນຄຸນ ເຖິງຄຸນງາມຄວາມດີ ທີ່ໄດ້ສຸມສະຕິ,ປັນຍາ ເຂົ້າໃນການນໍາພາຂະບວນການຕໍ່ສູ້ຕ້ານການຮຸກຮານຂອງພວກຕ່າງດ້າວ ຈົນສາມາດຍາດມາໄດ້ໄຊຊະນະ ແລະ ນໍາເອົາຄວາມຢູ່ເຢັນເປັນສຸກມາສູ່ປະຊາຊົນລາວບັນດາເຜົ່າ ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ.
ໃນຕອນເຊົ້າ ຂອງວັນທີ 21 ມິນາ 2023 ນີ້, ຢູ່ທີ່ສະໂມສອນໃຫຍ່ຂອງ ເມືອງຈອມເພັດ, ໄດ້ຈັດພິທີ ປາຖະກະຖາ 3 ວັນສໍາຄັນຂອງຊາດ - ຂອງພັກ ໂດຍການເປັນປະທານ ຂອງສະຫາຍ ສາຍສະໜອນ ສາລິວົງ ເລຂາພັກເມືອງ, ເຈົ້າເມືອງຈອມເພັດ, ມີບັນດາ ສະຫາຍ ຮອງເລຂາພັກເມືອງ, ສະຫາຍຄະນະປະຈໍາພັກເມືອງ, ສະຫາຍກໍາມະການພັກເມືອງ, ຫົວໜ້າຫ້ອງການ, ຫົວໜ້າກອງບັນຊາການ ປກສ - ປກຊ, ພະນັກງານອາວຸໂສ ບໍານານ , ສະມາຊິກພັກ, ພະນັກງານລັດຖະກອນ, ທະຫານ,ຕໍາຫຼວດຕະຫຼອດຮອດເລຂາພັກບ້ານ, ເຂດເທດສະບານ ເຂົ້າຮ່ວມຮັບຟັງທັງໜົດ 193 ທ່ານ, ຍິງ 43 ທ່ານ, ສະມາຊິກພັກເຂົ້າຮ່ວມ 188 ສະຫາຍ, ຍິງ 40 ສະຫາຍ.
ໃນວັນທີ 16-17 ມີນາ 2023 ຄະນະພັກຮາກຖານ ສະຖາບັນຍຸຕິທຳແຫ່ງຊາດສາຂາຫຼວງພະບາງ ໄດ້ດຳເນີນກອງປະຊຸມຄົບຄະນະກາງສະໄໝທີ I ຂື້ນຢ່າງເປັນທາງການ, ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ນາງ ວຽນວິໄລ ດີລະພັນ ກຳມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີສະຫາຍ ແສງອາລຸນ ພັນນະລັດ ເລຂາຄະນະພັກຮາກຖານສະຖາບັນຍຸຕິທຳແຫ່ງຊາດສາຂາຫຼວງພະບາງ, ມີບັນດາສະຫາຍຄະນະຈັດຕັ້ງແຂວງ, ຄະນະກວດກາແຂວງ ແລະ ສະມາຊິກພັກພາຍໃນເຂົ້າຮ່ວມ.
ກອງປະຊຸມສະຫຼຸບຕີລາຄາກາງສະໄໝກອງປະຊຸມໃຫຍ່ຄັ້ງທີ II ຂອງຄະນະພັກຮາກຖານພະແນກເຕັກໂນໂລຊີ ແລະ ການສື່ສານແຂວງຫຼວງພະບາງ.
----------------------------------------------------------------------
ໃນວັນທີ 13 ມີນາ 2023 ນີ້ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງຫຼວງພະບາງ ໄດ້ດໍາເນີນກອງປະຊຸມກາງສະໄໝ ຄັ້ງທີ II ຂອງໜ່ວຍພັກຂຶ້ນ ໂດຍເປັນປະທານຮ່ວມຂອງ ສະຫາຍ ນາງ ວຽນວິໄລ ດີລະພັນ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ສະຫາຍ ພູມີ ອໍເພັດສານ ເລຂາໜ່ວຍພັກ, ຫົວຫນ້າ ພະແນກເຕັກໂນໂລຊີ ແລະ ການສື່ສານ , ມີຄະນະໜ່ວຍ ແລະ ສະມາຊິກພັກພາຍໃນໜ່ວຍ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ເຂົ້າຮ່ວມ.
ມີ 3 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 112 |
![]() | ມື້ວານນີ້ | 360 |
![]() | ອາທິດນີ້ | 65 |
![]() | ເດືອນນີ້ | 6732 |
![]() | ທັງໝົດ | 193923 |