- ລາຍລະອຽດ
-
ສ້າງຂື້ນເມື່ອ ວັນອັງຄານ, 20 ຕຸລາ 2020 08:57
-
ຂຽນໂດຍ admin
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
ພັກປະຊາຊົນປະຕິວັດລາວ
ຄະນະປະຈຳພັກແຂວງ ເລກທີ........ / ຄປພຂ-ຫຼບ.
ຫຼວງພະບາງ, ວັນທີ.........../…...../2020.
ມະຕິຕົກລົງ
ຂອງຄະນະປະຈຳພັກແຂວງຫຼວງພະບາງ
ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຄະນະໂຄສະນາອົບຮົມແຂວງ.
- ອີງຕາມ: ມະຕິຕົກລົງ ຂອງກົມການເມືອງສູນກາງພັກສະບັບເລກທີ 04/ ກມສພລົງວັນທີ 21 ມີຖຸນາ 2013 ວ່າດ້ວຍການຈັດ ຕັ້ງແລະການເຄື່ອນໄຫວ ຂອງຄະນະໂຄສະນາອົບຮົມສູນກາງພັກ.
- ອີງຕາມ: ແຈ້ງການແນະນຳ ຂອງຄະນະໂຄສະນາອົບຮົມສູນກາງພັກ ສະບັບເລກທີ 05/ ຄອສພ ລົງວັນທີ 31 ພຶດສະພາ 2014 ວ່າດ້ວຍການນຳໃຊ້ພາລະບົດບາດ, ສິດໜ້າທີຂອງຄະນະໂຄສະນາອົບຮົມແຂວງ, ນະຄອນຫຼວງ.
ຄະນະປະຈຳພັກແຂວງຫຼວງພະບາງຕົກລົງ:
ໝວດທີI
ບົດບັນຍັດທົ່ວໄປ
ມາດຕາ 1ຈຸດປະສົງ.
ມະຕິຕົກລົງສະບັບນີ້ກຳນົດທີ່ຕັ້ງ, ພາລະບົດບາດ, ສິດໜ້າທີ່, ໂຄງປະກອບການຈັດຕັ້ງ, ຫຼັກການ ແລະ ແບບແຜນວິທີເຮັດວຽກເພື່ອເປັນບ່ອນອີງດ້ານນິຕິກຳໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະໂຄສະນາອົບຮົມແຂວງ ແນ່ໃສ່ຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມ ໃຫ້ມີປະສິດທິຜົນສູງ.
ມາດຕາ 2 ທີ່ຕັ້ງແລະພາລະບົດບາດ
ຄະນະໂຄສະນາອົບຮົມແຂວງຫຼວງພະບາງ, ຂຽນຊື່ຫຍໍ້ດ້ວຍຕົວອັກສອນ ( ຄອຂ-ຫຼບ) ແມ່ນອົງການຈັດຕັ້ງໜຶ່ງ ຂອງພັກ, ຢູ່ພາຍໃຕ້ການຊີ້ນໍາ-ນໍາພາໂດຍກົງ, ຮອບດ້ານຂອງຄະນະບໍລິຫານງານພັກແຂວງ ແລະ ຄະນະໂຄສະນາອົບຮົມສູນກາງພັກ, ມີຖາ ນະທຽບເທົ່າບັນດາພະແນກການ ແລະ ອົງການຕ່າງໆ ຂັ້ນແຂວງ; ມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະບໍລິຫານງານພັກແຂວງໃນການຄົ້ນຄວ້າ, ຜັນຂະຫຍາຍ, ດໍາເນີນວຽກງານໂຄສະນາອົບຮົມແນວທາງການເມືອງຂອງພັກ ໃນຂົງເຂດວຽກງານການ ເມືອງ-ແນວຄິດໄປຕາມຫຼັກການລວມສູນເປັນເອກະພາບ.
ໝວດທີII
ວ່າດ້ວຍໜ້າທີ່ ແລະ ຂອບເຂດສິດ
ມາດຕາ 3 ໜ້າທີ່
ຄະນະໂຄສະນາອົບຮົມແຂວງມີໜ້າທີ່ດັ່ງນີ້:
-
ຄົ້ນຄວ້າເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ, ມະຕິ, ຄຳສັ່ງຂອງສູນກາງພັກ, ຂອງຄະນະໂຄສະນາອົບຮົມສູນກາງພັກ ແລະ ຂອງອົງຄະນະພັກແຂວງ.
-
ປະຕິບັດຕາມມະຕິຂອງພັກ, ຂອງຄະນະໂຄສະນາອົບຮົມສູນກາງພັກ ແລະ ຄະນະບໍລິຫານງານພັກແຂວງ ກ່ຽວກັບວຽກງານການເມືອງ-ແນວຄິດ.
-
ຄົ້ນຄວ້າສ້າງ, ປັບປຸງເນື້ອໃນເອກະສານໂຄສະນາ-ປາຖະກະຖາເລົ່າມູນເຊື້ອຂອງພັກ, ຂອງຜູ້ນຳ ແລະ ເຫດການພົ້ນເດັ່ນທັງພາຍໃນ ແລະ ຕ່າງປະເທດເພື່ອເຜີຍແຜ່, ເຊື່ອມຊຶມໃຫ້ແກ່ເປົ້າໝາຍຕ່າງໆ ໄດ້ຮັບຮູ້ ແລະ ຈັດຕັ້ງປະຕິບັດ;
-
ນຳເອົາບັນດາເອກະສານແນວທາງນະໂຍບາຍ ຂອງພັກ, ກົດໝາຍຂອງລັດ, ມະຕິ, ຄຳສັ່ງ, ບົດແນະນຳຕ່າງໆ ຂອງສູນກາງພັກ ແລະ ຂອງແຂວງ, ເອກະສານມູນເຊື້ອ ຂອງຊາດ-ຂອງພັກ ແລະ ຂອງອົງການຈັດຕັ້ງຕ່າງໆ ນັບທັງເຫດການທີ່ພົ້ນເດັ່ນຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອໂຄສະນາ-ປາຖະກາຖາໃຫ້ພະນັກງານ, ສະມາຊິກພັກ, ທະຫານ, ຕຳຫຼວດ ແລະ ຊັ້ນຄົນຕ່າງໆ ພາຍໃນແຂວງໄດ້ຮັບຮູ້ຢ່າງທົ່ວເຖິງ;
-
ສ້າງແຜນການ, ໂຄງການໃນການບຳລຸງສ້າງຖັນແຖວພະນັກງານຜູ້ທີ່ເຮັດວຽກງານການເມືອງ-ແນວຄິດ, ນັກໂຄສະນາ-ປາຖະກະຖາ, ໃຫ້ໄດ້ທັງປະລິມານ ແລະຄຸນນະພາບ, ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງວຽກງານໃນໄລຍະໃໝ່.
-
ຈັດຝຶກອົບຮົມກ່ຽວກັບວຽກງານການເມືອງ-ແນວຄິດໃຫ້ພະນັກງານ, ສະມາຊິກພັກ, ຄະນະພັກຮາກຖານຂັ້ນຕ່າງໆ, ຈັດຕັ້ງຮຽນເອກະສານສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ, ອົບຮົມສະມາຊິກພັກໃໝ່ແລະອົບຮົມໃຫ້ເປົ້າໝາຍຕ່າງໆ;
-
ຈັດຕັ້ງຕາໜ່າງເກັບກຳຫາງສຽງສັງຄົມຢູ່ບັນດາພະແນກການ, ກົມກອງ, ສະຖາບັນການສຶກສາເພື່ອສະໜອງຂໍ້ມູນບັນຫາຫາງສຽງສັງຄົມເປັນປົກກະຕິ.
-
ກໍາແໜ້ນ, ຕິດຕາມສະພາບແນວຄິດ, ຫາງສຽງສັງຄົມ, ຖ້ອຍທໍານອງຂອງກຸ່ມຄົນບໍ່ດີເພື່ອສ່ອງແສງລາຍງານໃຫ້ຂັ້ນເທິງເປັນປົກກະຕິ ແລະ ສະເໜີວິທີການ, ມາດຕະການແກ້ໄຂຢ່າງທັນການ;
-
ປະສານສົມທົບກັບຄະນະພັກພະແນກການ, ກົມກອງ, ສະຖາບັນການສຶກສາ, ຄະນະພັກເມືອງ ແລະ ຄະນະໂຄສະນາອົບຮົມເມືອງ, ນະຄອນເພື່ອສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນຢ່າງທົ່ວເຖິງ;
-
ຈັດຕັ້ງການໂຄສະນາ-ປາຖະກະຖາ, ໂຄສະນາເຄື່ອນທີ່ແລະໂຄສະນາຜ່ານສື່ ເພື່ອນຳພາການເມືອງ-ແນວຄິດໃຫ້ແກ່ຊັ້ນຄົນຕ່າງໆຢ່າງກວ້າງຂວາງ ແລະ ທົ່ວເຖິງ;
-
ສະຫຼຸບສັງລວມວຽກງານການເມືອງ-ແນວຄິດ, ລາຍງານໃຫ້ຄະນະປະຈຳພັກແຂວງ ແລະ ຄະນະໂຄສະນາອົບຮົມສູນກາງພັກເປັນແຕ່ລະໄລຍະ;
-
ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຂັ້ນເທີງ ແລະ ຕາມລະບຽບກົດໝາຍກຳນົດ.
ມາດຕາ 4 ຂອບເຂດສິດ
ຄະນະໂຄສະນາອົບຮົມແຂວງມີສິດດັ່ງນີ້:
1. ພົວພັນປະສານສົມທົບ, ຕິດຕາມ, ກວດກາ, ຊຸກຍູ້ ແລະ ປະກອບຄຳຄິດ-ຄຳເຫັນກ່ຽວກັບຍຸດທະສາດ, ແຜນການ, ໂຄງການ ຂອງຄະນະໂຄສະນາອົບຮົມແຂວງ, ເມືອງ, ນະຄອນໃນຄວາມຮັບຜິດຊອບຂອງຕົນ;
2. ເຂົ້າຮ່ວມກອງປະຊຸມຕ່າງໆ ແລະ ປະກອບຄຳຄິດຄຳເຫັນທີ່ພົວພັນເຖິງວຽກງານການເມືອງ-ແນວຄິດຂອງຂັ້ນເທິງ, ພະແນກການ, ອົງການ, ກົມກອງແລະທ້ອງຖິ່ນຈັດຂື້ນ;
3. ອອກມະຕິ, ຄໍາແນະນໍາ ແລະ ແຈ້ງການຕ່າງໆ ເຖິງພະແນກການ, ອົງການ, ກົມກອງ, ສະຖາບັນການສຶກສາ, ເມືອງ, ນະຄອນ ພາຍໃນແຂວງກ່ຽວກັບວຽກງານໂຄສະນາອົບຮົມ;
4. ຮຽກໂຮມປະຊຸມພະນັກງານໂຄສະນາ ຫຼື ຜູ້ຮັບຜິດຊອບວຽກງານການເມືອງ-ແນວຄິດຈາກພະແນກການ, ອົງການ, ກົມກອງອ້ອມຂ້າງແຂວງ, ເມືອງ,ນະຄອນ ເພື່ອປືກສາຫາລື, ຄົ້ນຄວ້າຫຼື ເຜີຍແຜ່ກ່ຽວກັບທິດທາງ, ວິທີການ ແລະ ມາດຕະການດຳເນີນວຽກງານຂອງຄະນະໂຄສະນາອົບຮົມ;
5. ຄົ້ນຄວ້າ, ນຳສະເໜີຂັ້ນເທິງກ່ຽວກັບການປັບປຸງກົງຈັກການຈັດຕັ້ງເປັນຕົ້ນແມ່ນ ການແຕ່ງຕັ້ງແລະຍົກຍ້າຍພະນັກງານ-ລັດຖະກອນທີ່ມີຕຳແໜ່ງບໍລິຫານ.
6. ຈັດວາງ, ບັນຈຸ, ຊັບຊ້ອນບຸກຄະລາກອນ, ປະຕິບັດນະໂຍບາຍ, ກໍ່ສ້າງ-ບຳລຸງຍົກລະດັບຄວາມຮູ້ຄວາມສາມາດດ້ານຕ່າງໆ ຂອງພະນັກງານ-ລັດຖະກອນ ໃນຄວາມຮັບຜິດຊອບຂອງຕົນ;
7. ຄຸ້ມຄອງກົງຈັກການຈັດຕັ້ງ, ສະມາຊິກພັກ, ພະນັກງານ-ລັດຖະກອນ, ງົບປະມານ, ພາຫະນະ, ວັດຖຸຂອງສ່ວນລວມເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງວຽກງານ.
8. ປະຕິບັດສິດອື່ນໆຕາມການມອບໝາຍ ຂອງຂັ້ນເທີງ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການກໍານົດ.
ໝວດທີIII
ວ່າດ້ວຍໂຄງປະກອບການຈັດຕັ້ງ
ມາດຕາ 5 ໂຄງປະກອບກົງຈັກ
ໂຄງປະກອບກົງຈັກ ຂອງຄະນະໂຄສະນາອົບຮົມແຂວງ ປະກອບມີ 4 ຂະແໜງການຄື:
1. ຂະແໜງບໍລິຫານ, ຈັດຕັ້ງ, ກວດກາ;
2. ຂະແໜງໂຄສະນາ ແລະ ຜ່ານສື່;
3. ຂະແໜງອົບຮົມ;
4. ຂະແໜງຄົ້ນຄວ້າ-ສັງລວມ ເກັບກຳຫາງສຽງສັງຄົມ.
ມາດຕາ 6 ໂຄງປະກອບ ຂອງບຸກຄະລາກອນ
ໂຄງປະກອບບຸກຄະລາກອນ ຂອງຄະນະໂຄສະນາອົບຮົມແຂວງ ປະກອບດ້ວຍ:
1. ຫົວໜ້າຄະນະໂຄສະນາອົບຮົມແຂວງ ໜຶ່ງທ່ານເຊິ່ງໄດ້ຮັບການແຕ່ງຕັ້ງ ຫຼື ປົດຕຳແໜ່ງຈາກຄະນະປະຈຳພັກແຂວງ, ຕາມການສະເໜີ ຂອງຄະນະຈັດຕັ້ງແຂວງໂດຍການເຫັນດີ ຂອງຄະນະໂຄສະນາອົບຮົມສູນກາງພັກ; ເປັນຜູ້ຮັບຜິດຊອບໂດຍກົງຕໍ່ຄະນະບໍລິຫານງານພັກແຂວງ ແລະ ຄະນະໂຄສະນາອົບຮົມສູນກາງພັກກ່ຽວກັບຜົນສຳເລັດ ແລະ ຂໍ້ຂາດຕົກບົກຜ່ອງໃນການເຄື່ອນໄຫວວຽກງານ ຂອງຄະນະໂຄສະນາອົບຮົມແຂວງ;
ໃນກໍລະນີຕິດຄັດຫົວໜ້າຕ້ອງມອບສິດໃຫ້ຮອງຫົວໜ້າທ່ານໃດໜຶ່ງເປັນຜູ້ຮັກສາການແທນ;
2. ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ຈຳນວນໜຶ່ງຊ່ວຍຫົວໜ້າຊີ້ນຳຂົງເຂດວຽກງານໃດໜຶ່ງຕາມການແບ່ງງານແລະ ການມອບໝາຍ; ເຊີ່ງໄດ້ຮັບການແຕ່ງຕັ້ງ ຫຼື ປົດຕຳແໜ່ງຈາກຄະນະປະຈຳພັກແຂວງ ຕາມການສະເໜີ ຂອງຄະນະຈັດຕັ້ງແຂວງໂດຍການເຫັນດີ ຂອງຄະນະໂຄສະນາອົບຮົມສູນກາງພັກ; ຮັບຜິດຊອບຕໍ່ຫົວໜ້າກ່ຽວກັບຜົນສຳເລັດ ແລະ ຂໍ້ຂາດຕົກບົກຜ່ອງໃນວຽກງານທີ່ຕົນຊີ້ນຳ;
ຮອງຫົວໜ້າຄະນະໂຄສະນາຜູ້ຮັກສາການແທນ ຕ້ອງລາຍງານວຽກງານທີ່ໄດ້ຈັດຕັ້ງປະຕິບັດ ໃນແຕ່ລະໄລຍະຮັກສາການແທນນັ້ນ ໃຫ້ຫົວໜ້າພາຍຫຼັງມາປະຈຳການເປັນລາຍລັກອັກສອນ;
3. ມີຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງຈຳນວນໜຶ່ງ ຕາມການກຳນົດຕຳແໜ່ງງານເຊີ່ງໄດ້ຮັບການແຕ່ງຕັ້ງ ຫຼື ປົດຕໍາ ແໜ່ງໂດຍຄະນະປະຈຳພັກແຂວງ, ບົນພື້ນຖານການເຫັນດີເປັນເອກະພາບ ຂອງຄະນະໂຄສະນາອົບຮົມແຂວງ ຕາມການສະເໜີຂອງຄະນະຈັດຕັ້ງແຂວງ ເພື່ອສະເໜີຕໍ່ຂັ້ນເທິງພິຈາລະນາ ແລະ ປະກອບມີພະນັກງານວິຊາການຈຳນວນໜຶ່ງ ຕາມການກຳນົດຕຳແໜ່ງງານ.
ໝວດທີ IV
ວ່າດ້ວຍໜ້າທີ່ ຂອງແຕ່ລະຂະແໜງ
ມາດຕາ 7 ຂະແໜງບໍລິຫານ, ຈັດຕັ້ງ, ກວດກາ ມີໜ້າທີ:
-
ຄົ້ນຄວ້າ, ເຊື່ອມຊຶມ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍ ຂອງລັດ ແລະ ແຜນຍຸດທະສາດ, ແຜນງານ, ໂຄງການກິດຈະກຳກ່ຽວກັບວຽກງານຄຸ້ມຄອງບໍລິຫານຫ້ອງການ, ວຽກງານຮ່ວມມືກັບຕ່າງປະເທດ, ວຽກງານຈັດຕັ້ງ ແລະກວດກາ;
-
ເປັນໃຈກາງໃນການພົວພັນ, ປະສານງານກັບພາກສ່ວນກ່ຽວຂ້ອງ, ອຳນວຍຄວາມສະດວກໃນການເຄື່ອນໄຫວວຽກງານຂອງຄະນະນຳ, ບັນດາຂະແໜງ ແລະ ພະນັກງານ-ລັດຖະກອນ ທີ່ສັງກັດຢູ່ຄະນະໂຄສະນາອົບຮົມແຂວງ;
-
ບັນທຶກເອກະສານຂາເຂົ້າ-ຂາອອກ, ຄຸ້ມຄອງຕາປະທັບ, ສໍາເນົາ ແລະ ຮັກສາເອກະສານທີ່ເປັນຄວາມລັບຂອງທາງລັດຖະການຢ່າງເຂັ້ມງວດ; ຮັບຜິດຊອບວຽກບໍລິຫານ-ພິທີການ, ຮັບແຂກ, ຈັດກອງປະຊຸມ, ຮັບ-ຕອບໂທລະສັບ ແລະ ໂທລະສານ ຮ່າງເອກະສານທາງລັດຖະການ ທີ່ພົວພັນກັບວຽກງານຂອງຕົນ;
-
ຄຸ້ມຄອງ ແລະ ຂຶ້ນແຜນກໍ່ສ້າງ, ສ້ອມແປງຕຶກອາຄານ, ພາຫະນະ, ປະມູນ, ຈັດຊື້, ເບີກຈ່າຍອຸປະກອນຮັບໃຊ້ພາຍໃນຄະນະໂຄສະນາອົບຮົມແຂວງ;
-
ພົວພັນຮ່ວມມືກັບຕ່າງປະເທດ, ອົງການຈັດຕັ້ງສາກົນ, ອົງການສາຍຕັ້ງ ຂອງຕົນຂັ້ນສູນກາງ ແລະ ຂັ້ນເມືອງ, ນະຄອນຕາມແນວທາງນະໂຍບາຍຂອງພັກຕາມຫຼັກການ ແລະ ຕາມການມອບໝາຍ;
-
ຂຶ້ນທະບຽນ, ຄຸ້ມຄອງ, ສຳເນົາ ແລະ ສົ່ງເສີມການອ່ານເອກະສານຕ່າງໆ ຢູ່ຫ້ອງສະໝຸດ;
-
ຮັບ ແລະ ສົ່ງວາລະສານອະລຸນໃໝ່, ວາລະສານໂຄສະນາ, ສົ່ງເອກະສານຕ່າງໆໃຫ້ແຕ່ລະເປົ້າໝາຍ;
-
ເປັນເຈົ້າການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍໃນສໍານັກງານ-ອົງການ;
-
ສ້າງແຜນການ, ໂຄງການ, ການນຳໃຊ້ງົບປະມານ, ຄຸ້ມຄອງ, ສະຫຼຸບລາຍຮັບ-ລາຍຈ່າຍ; ປະສານສົມທົບກັບພະແນກການເງິນແຂວງ ໃນການນຳໃຊ້ງົບປະມານຂອງລັດ; ຄິດໄລ່ເງິນເດືອນ, ເງິນອຸດໜູນ ແລະ ນະໂຍບາຍຕ່າງໆໃຫ້ພະນັກງານ-ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນຕາມລະບຽບຫຼັກການ;
-
ສັງລວມບັນດາເນື້ອໃນເອກະສານ,ຂໍ້ມູນຂ່າວສານຕ່າງໆ ພ້ອມທັງສ້າງແຜນການເຄື່ອນໄຫວໃຫ້ແກ່ຄະນະນຳ ແຕ່ລະໄລຍະ;
-
ຄົ້ນຄວ້ານຳສະເໜີອົງການກ່ຽວຂ້ອງກັບການປັບປຸງກົງຈັກການຈັດຕັ້ງ, ການກຳນົດຕຳແໜ່ງງານ, ການປະຕິບັດນະໂຍບາຍຕ່າງໆເຊັ່ນ: ການຂຶ້ນແຜນກໍ່ສ້າງພະນັກງານນຳພາ-ຄຸ້ມຄອງ, ການເລື່ອນຊັ້ນ-ຂັ້ນເງິນເດືອນ, ອຸດໜູນບຳນານ, ຄວາມຕ້ອງການລັດຖະກອນໃໝ່ປະຈຳປີ, ສອບເສັງ, ບັນຈຸ, ສັບຊ້ອນ, ແຕ່ງຕັ້ງ, ຍົກຍ້າຍຫຼືປົດຕຳແໜ່ງ, ຝຶກອົບຮົມ, ຍົກລະດັບ, ປະເມີນຜົນການປະຕິບັດວຽກງານ, ຈັນຍາບັນ, ຍ້ອງຍໍ, ປະຕິບັດວິໄນ ແລະ ອຶ່ນໆ;
-
ຄຸ້ມຄອງພະນັກງານ-ລັດຖະກອນ, ເກັບກຳຂໍ້ມູນ ແລະ ຊີວະປະຫວັດ ພ້ອມທັງສະໜອງຂໍ້ມູນດ້ານຈຳນວນພົນໃຫ້ພະແນກພາຍໃນແຂວງ ແຕ່ລະງວດເພື່ອພິຈາລະນາດ້ານຈຳນວນພົນຂາດຕົວ;
-
ຕິດຕາມ, ກວດກາປະເມີນການຈັດຕັ້ງ ຫຼື ບຸກຄົນ ໃນການປະຕິບັດແນວທາງນະໂຍບາຍ ຂອງພັກ, ລະບຽບກົດໝາຍຂອງລັດຕາມພາລະບົດບາດ, ສິດໜ້າທີ່ ແລະ ຄວາມຮັບຜິດຊອບຂອງພະນັກງານ-ລັດຖະກອນ ແລະ ຄົ້ນຄ້ວາພິຈາລະນາຄໍາຮ້ອງຟ້ອງ-ຄໍາສະເໜີ ຂອງບຸກຄົນ ຫຼື ການຈັດຕັ້ງ; ປະສານສົມທົບກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງເພື່ອຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ, ການປະຕິບັດນະໂຍບາຍປະຢັດ ແລະ ຕ້ານການຟູມເຟືອຍ;
-
ສະຫຼຸບສັງລວມ ແລະ ລາຍງານການເຄື່ີອນໄຫວວຽກງານ ຂອງຂະແໜງ ໃຫ້ຄະນະພັກເປັນປົກກະຕິ;
-
ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງຄະນະພັກ, ຄະນະໂຄສະນາອົບຮົມແຂວງ ແລະ ຂັ້ນເທີງ.
ມາດຕາ 8 ຂະແໜງໂຄສະນາ ແລະ ຜ່ານສື່ ມີໜ້າທີ:
-
ຄົ້ນຄວ້າ, ເຊື່ອມຊືມ, ກຳແໜ້ນແນວທາງນະໂຍບາຍ ຂອງພັກ-ກົດໝາຍ ຂອງລັດ ແລະ ແຜນຍຸດທະສາດ ຂອງຄະນະໂຄສະນາອົບຮົມແຂວງ ກ່ຽວກັບວຽກງານໂຄສະນາ-ປາຖະກະຖາ, ໂຄສະນາ-ຜ່ານສື່ ແລະ ໂຄສະນາ-ເຄື່ອນທີ;
-
ເປັນເສນາທິການໃຫ້ແກ່ຄະນະພັກໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍ ຂອງພັກ-ລັດ, ຜົນສຳເລັດ ຂອງການຈັດຕັ້ງປະຕິບັດແນວທາງນະໂຍບາຍ ຂອງພັກ-ລັດ ແລະ ສະພາບພົ້ນເດັ່ນທາງພາຍໃນ ແລະ ຕ່າງປະເທດ;
-
ຕິດຕາມ, ກວດກາ ແລະ ຊຸກຍູ້ການໂຄສະນາ-ປາຖະກະຖາເລົ່າມູນເຊື້ອ ຂອງຊາດ, ຂອງພັກ, ຂອງກອງທັບ, ວັນຄ້າຍວັນເກີດ ຂອງທ່ານຜູ້ນຳ, ເຫດການພົ້ນເດັ່ນທາງພາຍໃນ ແລະ ຕ່າງປະເທດພ້ອມທັງສັງລວມຂໍ້ມູນຜົນສຳເລັດດັ່ງກ່າວລາຍງານໃຫ້ຄະນະພັກຮັບຊາບເປັນປົກກະຕິ;
-
ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການຄົ້ນຄວ້າ, ປັບປຸງເອກະສານຮັບໃຊ້ໃຫ້ແກ່ການໂຄສະນາ-ປາຖະກະຖາ, ເລົ່າມູນເຊື້ອວັນສຳຄັນຕ່າງໆ ເຮັດໃຫ້ເນື້ອໃນອຸດົມສົມບູນ, ສອດຄ່ອງກັບສະພາບຄວາມເປັນຈິງແຕ່ລະໄລຍະ;
-
ສ້າງແຜນເຄື່ອນໄຫວໃຫ້ແກ່ຄະນະພັກໃນການໂຄສະນາ-ປາຖະກະຖາ, ໂຄສະນາເຄື່ອນທີ່ ໃຫ້ແຕ່ລະກົມກອງ, ສະຖາບັນການສຶກສາ ແລະ ທ້ອງຖິ່ນໂດຍນຳເອົາບັນດາມະຕິ, ຄຳສັ່ງ, ແນວທາງນະໂຍບາຍ ຂອງພັກ, ລະບຽບກົດໝາຍ ຂອງລັດ ແລະ ຕອບຕ້ານການໂຄສະນາໃສ່ຮ້າຍປ້າຍສີຕໍ່ການນຳ, ແນວທາງ ຂອງພັກ-ລັດ ໃຫ້ທັນກັບເວລາ;
-
ຄົ້ນຄ້ວາ, ຮ່າງບັນດານິຕິກຳ ຂອງວຽກງານໂຄສະນາ-ປາຖະກະຖາ ເປັນຕົ້ນແມ່ນ: ບົດປາໄສ, ບົດແນະນຳ, ຄຳສັ່ງ, ແຈ້ງການ, ແຈ້ງເຊີນເພື່ອນຳສະເໜີໃຫ້ຄະນະພັກຂັ້ນເທິງເປັນຜູ້ພິຈາລະນາ ແລະ ຕົກລົງ;
-
ເປັນເຈົ້າການໂຄສະນາເຜີຍແຜ່ສາລະຄະດີຕ່າງໆ ( ສາຍຮູບເງົາ )ໃຫ້ບັນດາພະແນກການ, ກົມກອງ, ສະຖາບັນການສຶກສາ ແລະ ທ້ອງຖິ່ນ, ຮາກຖານໄດ້ຮັບຮູ້ຢ່າງທົ່ວເຖິງ;
-
ສ້າງແຜນຝຶກອົບຮົມຄວາມຮູ້ພື້ນຖານກ່ຽວກັບວຽກງານໂຄສະນາ-ປາຖະກະຖາໃຫ້ພະນັກງານຫຼັກແຫຼ່ງ ຂັ້ນແຂວງ ເມືອງ, ນະຄອນ;
-
ຕິດຕາມ, ກວດກາຊຸກຍູ້ວຽກງານຜ່ານສື່ ແລະ ກວດກາເນື້ອໃນຂ່າວ ( ບັນນາທິການຂ່າວ ); ພົວພັນປະສານງານກັບນັກຂ່າວ, ເກັບກຳຂ່າວ, ຖ່າຍພາບ, ຕັດຕໍ່, ຂຽນຂ່າວ, ສ້າງໂຄງຮ່າງຂ່າວ, ອ່ານຂ່າວ, ອອກຂ່າວ, ສົ່ງຂ່າວໃຫ້ວິທະຍຸໂທລະພາບ, ໜັງສືພິມ ແລະ ທາງເວບໄຊ ຂອງຄະນະໂຄສະນາອົບຮົມແຂວງເປັນປົກກະຕິ;
-
ປະສານສົມທົບກັບຄະນະໂຄສະນາອົບຮົມເມືືອງ, ນະຄອນໃນການເຄື່ອນໄຫວວຽກງານໂຄສະນາເຄື່ອນທີ່ ໃຫ້ເປັນປົກກະຕິ ຕິດພັນກັບການເກັບກຳຂ່າວຂອງຄອບຄົວຕົວແບບດ້ານຕ່າງໆ ໃນແຕ່ລະປີ;
-
ສຳເນົ່າຂໍ້ມູນຕ່າງໆ ຂອງຂະແໜງ ເພື່ອສະໜອງແກ່ພາກສ່ວນທີ່ກ່ຽວຂ້ອງໃຫ້ສະດວກ, ວ່ອງໄວ ແລະ ຮັບປະກັນບໍ່ໃຫ້ຕົກເຮ່ຍເສຍຫາຍ;
-
ເປັນເຈົ້າການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍໃນສໍານັກງານ-ອົງການ;
-
ສະຫຼຸບສັງລວມ ແລະ ລາຍງານການເຄື່ອນໄຫວວຽກງານ ຂອງຂະແໜງໃຫ້ຄະນະພັກ, ຄະນະໂຄສະນາອົບຮົມແຂວງເປັນປົກກະຕິ;
-
ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍ ຂອງຄະນະພັກ, ຄະນະໂຄສະນາອົບຮົມແຂວງ ແລະຂັ້ນເທີງ.
ມາດຕາ 9 ຂະແໜງອົບຮົມ ມີໜ້າທີ:
-
ຄົ້ນຄວ້າ,ເຊື່ອມຊຶມ, ກຳແໜ້ນແນວທາງນະໂຍບາຍຂອງພັກ-ກົດໝາຍຂອງລັດ ແລະ ແຜນຍຸດທະສາດ ຂອງຄະນະໂຄສະນາອົບຮົມແຂວງ ກ່ຽວກັບວຽກງານອົບຮົມໃນແຕ່ລະໄລຍະ;
-
ຄົ້ນຄວ້າເນື້ອໃນມະຕິ, ຄຳສັ່ງ, ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃຫ້ສອດຄ່ອງກັບຈຸດພິເສດ ເພື່ອຫັນມາເປັນເອກະສານ ແລະ ເປັນຄູ່ມືຮັບໃຊ້ໃຫ້ແກ່ການອົບຮົມແຕ່ລະເປົ້າໝາຍ;
-
ເປັນເສນາທິການໃຫ້ແກ່ຄະນະພັກ, ຄະນະໂຄສະນາອົບຮົມແຂວງໃນການຂຶ້ນແຜນອົບຮົມເປັນຕົ້ນແມ່ນອົບຮົມຄວາມຮູ້ພື້ນຖານການສ້າງບ້ານພັດທະນາ, ມະຫາຊົນຜູ້ກ້າວໜ້າ, ສະມາຊິກພັກໃໝ່, ນັກສຶກສາທີ່ຮຽນຈົບມາຈາກຕ່າງປະເທດ, ພະນັກງານ-ສະມາຊິກພັກທົ່ວໄປ, ນັກທຸລະກິດ, ເຈົ້າກົກເຈົ້າເຫຼົ່າແລະອົບຮົມໃຫ້ປະຊາຊົນທີ່ຢູ່ລຽບຕາມຊາຍແດນ;
-
ປະສານສົມທົບກັບພະແນກສຶກສາທິການ ແລະ ກິລາແຂວງໃນການຕິດຕາມ, ກວດກາ ແລະ ຊຸກຍູ້ການຮຽນການສອນວິຊາສຶກສາພົນລະເມືອງ, ວິທະຍາສາດ-ສັງຄົມຢູ່ສະຖາບັນການສຶກສາຕ່າງໆ;
-
ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ( ສູນກາງແລະທ້ອງຖິ່ນ ) ກ່ຽວກັບວຽກງານອົບຮົມການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາໃຫ້ພະນັກງານຫຼັກແຫຼ່ງຂັ້ນເມືອງ, ນະຄອນ ແລະ ຂັ້ນບ້ານ;
-
ກະກຽມເນື້ອໃນແລະເງື່ອນໄຂ ເພື່ອຈັດຝຶກອົບຮົມວຽກງານການເມືອງ-ແນວຄິດໃຫ້ພະນັກງານ, ສະມາຊິກພັກ, ຄະນະພັກຮາກຖານຂັ້ນຕ່າງໆ ພ້ອມທັງຈັດຕັ້ງຮຽນເອກະສານສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ, ອົບຮົມສະມາຊິກພັກໃໝ່ ໃຫ້ແກ່ເປົ້າໝາຍຕ່າງໆ;
-
ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການຕິດຕາມ, ກວດກາ, ປະເມີນຄືນກ່ຽວກັບມະຫາຊົນຜູ້ກ້າວໜ້າທີ່ໄດ້ຜ່ານການຮຽນສະໜັບສະໜູນແລ້ວພ້ອມທັງຂຶ້ນບັນຊີນັກສຳມະນາກອນ ຜູ້ທີ່ໄດ້ຮັບໃບຢັ້ງຢືນໃນການຝຶກອົບຮົມ ໂດຍຜ່ານການເຫັນດີຂອງຄະນະພັກ;
-
ສຳເນົ່າຂໍ້ມູນຕ່າງໆ ຂອງຂະແໜງ ເພື່ອສະໜອງແກ່ພາກສ່ວນທີ່ກ່ຽວຂ້ອງໃຫ້ສະດວກ, ວ່ອງໄວ ແລະ ຮັບປະກັນບໍ່ໃຫ້ຕົກເຮ່ຍເສຍຫາຍ;
-
ສະຫຼຸບຖອດຖອນບົດຮຽນ ແລະ ລາຍງານການຈັດຕັ້ງປະຕິບັດວຽກງານອົບຮົມໃຫ້ຄະນະພັກຂັ້ນເທີງ;
-
ປະສານງານກັບພາກສ່ວນທີ່ກ່ຽວຂ້ອງເປັນຕົ້ນແມ່ນນັກວິທະຍາກອນ(ຄູ) ເພື່ອອຳນວຍຄວາມສະດວກໃຫ້ແກ່ວຽກງານອົບຮົມ;
-
ເປັນເຈົ້າການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍໃນສໍານັກງານ-ອົງການ;
-
ສະຫຼຸບສັງລວມ ແລະ ລາຍງານການເຄື່ອນໄຫວວຽກງານ ຂອງຂະແໜງໃຫ້ຄະນະພັກເປັນປົກກະຕິ;
-
ປະຕິບັດໜ້າທີ່ອຶ່ນໆ ຕາມການມອບໝາຍຂອງຄະນະພັກ, ຄະນະໂຄສະນາອົບຮົມແຂວງ ແລະ ຂັ້ນເທີງ.
ມາດຕາ 10 ຂະແໜງຄົ້ນຄ້ວາ-ສັງລວມ ເກັບກຳຫາງສຽງສັງຄົມ ມີໜ້າທີ:
-
ຄົ້ນຄວ້າ, ເຊື່ອມຊຶມ, ກຳແໜ້ນແນວທາງນະໂຍບາຍ ຂອງພັກ, ລະບຽບກົດໝາຍ ຂອງລັດ ແລະ ແຜນພັດທະນາເສດ ຖະກິດ-ສັງຄົມ, ແຜນຍຸດທະສາດ ຂອງຄະນະໂຄສະນາອົບຮົມແຂວງ ກ່ຽວກັບວຽກງານຄົ້ນຄວ້າ-ສັງລວມ ເກັບກຳຫາງສຽງສັງຄົມໃນແຕ່ລະໄລຍະ;
-
ເປັນເສນາທິການໃນການຄົ້ນຄວ້າສ້າງນິຕິກຳຕ່າງໆເປັນຕົ້ນແມ່ນມະຕິ, ຄຳສັ່ງ, ຂໍ້ຕົກລົງ, ຄຳແນະນຳ, ບົດແນະນຳ, ແຈ້ງການ, ແຈ້ງເຊີນ, ບົດຄວາມເຫັນ, ຮ່າງບົດລາຍງານ, ບົດປາໄສ, ບົດກ່າວເປີດ-ປິດ, ບົດໂອ້ລົມ, ບົດບັນທຶກ ແລະ ອື່ນໆ ໃຫ້ແກ່ຄະນະພັກ, ຄະນະໂຄສະນາອົບຮົມແຂວງ;
-
ສະຫລຸບສັງລວມວຽກງານຮອບດ້ານໃນການເຄື່ອນໄຫວປະຈໍາອາທິດ, ປະຈໍາເດືອນ, ປະຈໍາ3ເດືອນ, 6 ເດືອນ ແລະ ປະຈໍາປີພ້ອມທັງວາງທິດທາງແຜນການ ແລະລາຍງານໃຫ້ຄະນະພັກ, ຄະນະປະຈໍາພັກແຂວງ ແລະຄະນະໂຄສະນາອົບຮົມສູນກາງພັກເປັນປົກກະຕິ;
-
ສ້າງແຜນເຝິກອົບຮົມວຽກງານຄົ້ນຄວ້າ-ສັງລວມ, ວຽກງານຫາງສຽງສັງຄົມໃຫ້ແກ່ພະນັກງານ-ລັດຖະກອນ ພາຍໃນຄະນະໂຄສະນາອົບຮົມແຂວງ, ບັນດາພະແນກການ, ກົມກອງ, ສະຖາບັນການສຶກສາ, ເມືອງ, ນະຄອນ;
-
ສ້າງແຜນການໃຫ້ຄະນະໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່ວຽກງານຫາງສຽງສັງຄົມ ແລະ ຈັດຕັ້ງຕາໜ່າງເພື່ອນຮ່ວມງານຢູ່ບັນດາພະແນກການ, ກົມກອງອ້ອມຂ້າງແຂວງ, ສະຖາບັນການສຶກສາ ແລະລັດວິສາຫະກິດຕ່າງໆ ໃຫ້ກວ້າງຂວາງ;
-
ສະຫຼຸບຖອດຖອນບົດຮຽນ, ປະເມີນຜົນວຽກງານຫາງສຽງສັງຄົມໃນແຕ່ລະປີ;
-
ພົວພັນປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງນັບແຕ່ສູນກາງ, ແຂວງ ແລະ ທ້ອງຖິ່ນຮາກຖານເພື່ອເກັບກໍາສະ ພາບກະແສແນວຄິດ, ຫາງສຽງສັງຄົມ, ຖ້ອຍທໍານອງ, ຂ່າວລືຕ່າງໆຢູ່ພາຍໃນ ແລະ ຕ່າງປະເທດ;
-
ສຳເນົ່າຂໍ້ມູນຕ່າງໆ ຂອງຂະແໜງ ເພື່ອສະໜອງແກ່ພາກສ່ວນທີ່ກ່ຽວຂ້ອງໃຫ້ສະດວກ, ວ່ອງໄວ ແລະ ຮັບປະກັນບໍ່ໃຫ້ຕົກເຮ່ຍເສຍຫາຍ;
-
ເປັນເຈົ້າການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍໃນສໍານັກງານ-ອົງການ;
-
ສະຫຼຸບສັງລວມ ແລະ ລາຍງານວຽກງານເກັບກຳຫາງສຽງສັງຄົມໃຫ້ຄະນະພັກຂັ້ນເທິງເປັນປົກກະຕິ;
-
ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງຄະນະພັກ, ຄະນະໂຄສະນາອົບຮົມແຂວງ ແລະຂັ້ນເທີງ.
ໝວດທີV
ວ່າດ້ວຍຫຼັກການ ແລະ ແບບແຜນວິທີເຮັດວຽກ
ມາດຕາ 11 ຫຼັກການ
ຄະນະໂຄສະນາອົບຮົມແຂວງເຄື່ອນໄຫວຕາມຫຼັກການດັ່ງນີ້:
1.ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕຕົກລົງເປັນໝູ່ຄະນະແບ່ງງານໃຫ້ບຸກຄົນຮັບຜິດຊອບໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ, ປະຕິບັດລະບອບຫົວໜ້າດຽວບົນພື້ນຖານການເສີມຂະຫຍາຍຫົວຄິດປະດິດສ້າງຂອງພະນັກງານ-ລັດຖະກອນ;
2.ການເຄື່ອນໄຫວວຽກງານແມ່ນອີງໃສ່ແນວທາງນະໂຍບາຍຂອງພັກ ແລະກົດໝາຍຂອງລັດ, ລະບຽບ,ຫຼັກການ; ນໍາເອົາແຜນການປະຈໍາປີ, ແຜນ 5 ປີຂອງແຂວງ,ຂອງຄະນະໂຄສະນາອົບຮົມສູນກາງພັກມາຈັດຕັ້ງຜັນຂະຫຍາຍໃຫ້ໄດ້ຮັບຜົນດີ.
ມາດຕາ 12 ແບບແຜນວິທີເຮັດວຽກ.
ຄະນະໂຄສະນາອົບຮົມແຂວງມີແບບແຜນວິທີເຮັດວຽກດັ່ງນີ້:
1. ເຮັດວຽກຢ່າງມີແຜນການ, ໂຄງການ, ກິດຈະກຳ, ແກ້ໄຂວຽກງານຢ່າງມີຈຸດສຸມ, ມີເປົ້າໝາຍໃນແຕ່ລະໄລຍະ; ມີການປະສານສົມທົບກັບພາກສ່ວນກ່ຽວຂ້ອງເພື່ອຮັບປະກັນໃນການຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ;
2. ເຮັດວຽກມີການຊຸກຍູ້, ຕິດຕາມ, ກວດກາ, ປະເມີນຜົນພ້ອມທັງສະຫຼຸບ,ຖອດຖອນບົດຮຽນເປັນແຕ່ລະໄລຍະ;
3. ປະຕິບັດລະບອບປະຊຸມປະຈຳອາທິດ, ປະຈຳເດືອນ, 3 ເດືອນ, 6 ເດືອນ ແລະ 1 ປີ ເພື່ອລາຍງານສະພາບການຈັດຕັ້ງປະຕິບັດວຽກງານ ໃຫ້ຂັ້ນເທິງຮັບຊາບເປັນປົກກະຕິ.
ໝວດທີVI
ວ່າດ້ວຍບົດບັນຍັດສຸດທ້າຍ
ມາດຕາ 13 ງົບປະມານ ແລະ ຕາປະທັບ
ຄະນະໂຄສະນາອົບຮົມແຂວງ ມີງົບປະມານຂອງລັດແຕ່ລະປີແລະມີຕາປະທັບຂອງຕົນເພື່ອນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານວິຊາສະເພາະ ແລະ ວຽກງານທາງລັດຖະການ.
ມາດຕາ 14 ການຈັດຕັ້ງປະຕິບັດ
ຄະນະໂຄສະນາອົບຮົມແຂວງ, ຫ້ອງວ່າການປົກຄອງແຂວງ, ບັນດາພະແນກການ, ອົງການຂັ້ນແຂວງ, ຂັ້ນເມືອງ,ນະຄອນແລະພາກສ່ວນທີ່ກ່ຽວຂ້ອງຈົ່ງຮັບຮູ້ ແລະຈັດຕັ້ງປະຕິບັດມະຕິຕົກລົງສະບັບນີ້ຢ່າງເຂັ້ມງວດ.
ມາດຕາ 15 ຜົນສັກສິດ
ມະຕິຕົກລົງສະບັບນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ແລະປ່ຽນແທນມະຕິຕົກລົງສະບັບເລກທີ232/ຄປພຂ.ຫຼບ, ລົງວັນທີ 15 ສິງຫາ(08) 2014.
ຕ.ຄະນະປະຈຳພັກແຂວງຫຼວງພະບາງ
ເລຂາ