​ຊົມ​ເຊີມ​ວັນ​ສ້າງ​ຕັ້ງ​ພັກ ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ​ຄົບ​ຮອບ 67 ປີ ຢ່າງ​ສຸດ​ໃຈ.

ອອກ​ແຮງ​ແຂ່ງ​ຂັນ​ສ້າງ​ຜົນ​ງານ​ຄຳ​ນັບ​ຮັບ​ຕ້ອນ​ວັນ​ສ້າງ​ຕັ້ງ​ພັກ ຄົບ​ຮອບ 67 ປີ.

ຄະນະ​ຜູ້​ແທນ​ ແຂວງຢຸນນານ ສປ ຈີນ​ ເຂົ້າພົບ​ປະ​ແລກປ່ຽນບົດຮຽນກັບ​ຄະນະ​ໂຄສະນາ​ອົບຮົມ​ແຂວງຫຼວງພະ​ບາງ.

ຄະນະ​ຜູ້​ແທນ​ ແຂວງຢຸນນານ ສປ ຈີນ​ ເຂົ້າພົບ​ປະ​ແລກປ່ຽນບົດຮຽນກັບ​ຄະນະ​ໂຄສະນາ​ອົບຮົມ​ແຂວງຫຼວງພະ​ບາງ.

    ຕອນ​​ແລ​ງ​ຂອງ​ວັນ​ທີ 30 ​ເດືອນ​ພະຈິກ 2015 ຜ່ານ​ມາ ທີ່​ຫ້ອງ​ປະຊຸມ​ຄະນະ​ໂຄສະນາ​ອົບຮົມ​ແຂວງ ​ໄດ້​ຈັດ​ພິທີ​ພົບ​ປະ​ແລກປ່ຽນ

ບົດຮຽນລະຫວ່າງຄະນະຜູ້ແທນ​ ​ແຂວງຢຸນນານ ສປ ຈີນ ກັບ​ຄະນະ​ໂຄສະນາ​ອົບຮົມ​ແຂວງ​ໃນ​ໂອກາດ​ ທີ່​ຄະນະ​ຜູ້​ແທນໄດ້​​ເດີ​ນທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່​ແຂວງ​ຫຼວງພະ​ບາງ.

     ການ​ພົບ​ປະ​ແລກປ່ຽນບົດຮຽນ​ໃນ​ຄັ້ງນີ້ ຝ່າຍ​ລາວ​ນຳໂດຍ ທ່ານ ສິງຕັນ ​ໄຊ​ລືຊົ່ງ ຄະນະ​ປະຈຳ​ພັກ​ແຂວງ, ຫົວໜ້າຄະນະ​ໂຄສະນາ​ອົບຮົມ​ແຂວງຫຼວງພະ​ບາງ ​ແລະ ຝ່າຍ​ຈີນ​ນຳພາໂດຍ​ ທ່ານ ຈິນຫາວ ຫົວໜ້າ​ເລຂາທິການ​ຄະນະ​ກຳມະ ການ​ພັກ​ ​ຂອງແຂວງ​ຢຸນນານ ສປ ຈີນ​, ເຂົ້າຮ່ວມມີ​ຄະນະ​ນຳ, ພະນັກງານ​ແຂວງ​ຢຸນນານ ສປ ຈີນ ​ແລະ ພະນັກງານ​ຄະນະ​ໂຄສະ​ນອົບຮົມ​ແຂວງ​.

     ​​ໃນການແລກປ່ຽນຄັ້ງນີ້​ ທັງ​ສອງ​ຝ່າຍ​ ໄດ້​ແຈ້ງໃຫ້ກັນຊາບກ່ຽວກັບສະພາບ​​ການ​ເຄື່ອນ​ໄຫວ​ວຽກງານ​ວິຊາ​ສະ​ເພາະ, ພາລະ​ບົດບາດ, ສິດ ​ແລະ ໜ້າທີ່​ຂອງ​ວຽກງານ​ໂຄສະນາ​ອົບຮົມ​ໃນ​ໄລຍະຜ່ານ​ມາ ກໍ​ຄື​ໄລຍະ​ປະຈຸ​ບັນ, ​ໂດຍ​ສະ​ເພາະ​ແມ່ນ ວິທີການ​ຕ້ານກະ​ແສ​ແນວ​ຄິດ ທີ່ຈະ​​ເປັນ​ຜົນກະທົບ​ຕໍ່ການ​ຊີ້​ນຳ ນຳພາ​ຂອງ​ພັກ ​ແລະ ​ວິທີ​ການ​​ແກ້​ໄຂ​ປະກົດການ​ຫຍໍ້​ທໍ້​ ທີ່​​ເກີດ​ຂື້ນ​ໃນ​ສັງຄົມ​ເວົ້າ​ລວມ, ​ເວົ້າ​ສະ​ເພາະ​ແມ່ນ​ຢູ່​ ​ແຂວງຫຼວງພະ​ບາງ ​ແລະ ​ແຂວງ​ຢຸນນານ ສປ ຈີນ. ອີກ​ດ້ານໜຶ່ງກໍ​ແມ່ນ​ເປັນ ​ການພົວພັນ ​ຮ່ວມ​ມື​ທາງ​ດ້ານ​ວຽກງານ​ວິຊາ​ສະ​ເພາະ​​ ເພື່ອຍົກ​ລະດັບ​ ​ໃຫ້ພະ ນັກງານວິຊາ​ການ ທີ່​ເຮັດ​ວຽກ​ງານ​ແນວ​ຄິດ ໃນ​ຂົງ​ເຂດ​ວຽກງານ​ໂຄສະນາ​ອົບຮົມ​ໃຫ້​ມີ​ບາດກ້າວ ຂະຫຍາຍຕົວ.

                                                            

 

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຈຳນວນຄົນອອນໄລ໌ທ

ມີ 12  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

213430
ມື້ນີ້ມື້ນີ້172
ມື້ວານນີ້ມື້ວານນີ້245
ອາທິດນີ້ອາທິດນີ້892
ເດືອນນີ້ເດືອນນີ້1654
ທັງໝົດທັງໝົດ213430