​ຊົມ​ເຊີມ​ວັນ​ສ້າງ​ຕັ້ງ​ພັກ ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ​ຄົບ​ຮອບ 67 ປີ ຢ່າງ​ສຸດ​ໃຈ.

ອອກ​ແຮງ​ແຂ່ງ​ຂັນ​ສ້າງ​ຜົນ​ງານ​ຄຳ​ນັບ​ຮັບ​ຕ້ອນ​ວັນ​ສ້າງ​ຕັ້ງ​ພັກ ຄົບ​ຮອບ 67 ປີ.

ເມືອງໂພນໄຊ ແຂວງຫຼວງພະບາງ ເປີດກອງປະຊຸມເຜີຍແຜ່ເອກະສານວຽກງານການເມືອງ-ແນວຄິດ ໃນໄລຍະໃໝ່.

 

ເມືອງໂພນໄຊ ແຂວງຫຼວງພະບາງ ເປີດກອງປະຊຸມເຜີຍແຜ່ເອກະສານວຽກງານການເມືອງ-ແນວຄິດ ໃນໄລຍະໃໝ່. 

  ໃນວັນທີ 25 ພຶດສະພາ 2016 ຜ່ານມາ, ເມືອງໂພນໄຊ ແຂວງຫຼວງພະບາງ ໄດ້ເປີດກອງປະຊຸມເຜີຍແຜ່ເອກະສານວຽກງານການເມືອງ

-ແນວຄິດ ໃນໄລຍະໃໝ່, ໃຫ້ກຽດເຂົ້າຮ່ວມ ແລະ ບັນຍາຍເອກະສານໂດຍ ທ່ານ ສິງຕັນ ໄຊລືຊົ່ງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ເຂົ້າຮ່ວມມີຄະນະປະຈຳພັກເມືອງ,​ ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ສະມາຊິກພັກ, ພະນັກງານ ທະຫານ, ຕໍາຫຼວດ ຈຳນວນ 51 ທ່ານ.

     ກອງປະຊຸມຄັ້ງນີ້ ທ່ານ ອອ່ນສີ ຈ່າເພຍວ່າ ຮອງເລຂາພັກເມືອງ, ຮອງເຈົ້າເມືອງໆໂພນໄຊ ໄດ້ໃຫ້ກຽດຂື້ນລາຍງານສະພາບພາຍໃນເມືອງໂພນໄຊ ຕໍ່ກອງປະຊຸມ. ທ່ານໄດ້ກ່າວວ່າ: ໃນໄລຍະຜ່ານມາ ແມ່ນຄະນະພັກແຕ່ລະຂັ້ນຂອງເມືອງ ໄດ້ຖືເອົາວຽກງານການເມືອງ-ແນວຄິດ ເປັນວຽກທີ່ສໍາຄັນ ແລະ ຕິດພັນກັບແຕ່ລະຂົງເຂດວຽກງານ.

     ໃນພິທີ ທ່ານ ສິງຕັນ ໄຊລືຊົ່ງ ໄດ້ໃຫ້ກຽດຂື້ນບັນຍາຍເອກະສານ ເຊິ່ງເນື້ອໃນເອກະສານມີຄື: ເອກະສານເຮັດວຽກງານເມືອງ-ແນວຄິດໃນໄລຍະໃໝ່, ເອກະສານອົບຮົມປະຊາຊົນຢູ່ຮາກຖານ ແລະ ປະຊາຊົນຢູ່ລຽບຕາມຊາຍແດນ ທ່ານ ຍັງໄດ້ເວົ້າຕື່ມອີກວ່າ: ການເຮັດວຽກງານການເມືອງ-ແນວຄິດ ແມ່ນຄວາມຮັບຜິດຊອບຂອງຄະນະພັກແຕ່ລະຂັ້ນ, ຕ້ອງເຮັດເປັນປະຈຳ, ສອດຫ້ອຍໄປໃນທຸກຂົງເຂດວຽກງານ. ຕ້ອງໄດ້ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ, ສະມາຊິກພັກ, ທະຫານຕຳຫຼວດ ແລະ ຕະຫຼອດຮອດພໍ່ແມ່ປະຊາຊົນ ໄດ້ຮູ້ແຈ້ງ, ເຂົ້າໃຈເລີກຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ຕ້ານກົນອຸບາຍຂອງພວກຄົນບໍ່ດີທີສວຍໂອກາດ ກໍ່ຄວາມບໍ່ສະຫງົບຢູ່ບາງທ້ອງຖິ່ນ, ຕ້ອງມີສະຕິລະວັງຕົວຕໍ່ພວກອິດທິກຳລັງປໍລະປັກ ທັງພາຍໃນ ແລະ ພາຍນອກ.

     ໃນຕອນທ້າຍ ທ່ານ ສິງຕັນ ໄຊລືຊົ່ງ ທ່ານຍັງໄດ້ເໜັ້ນ ໃຫ້ຄະນະພັກແຕ່ລະຂັ້ນຕ້ອງເອົາໃຈໃສ່ຕື່ມ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານການພັດທະນາເສດຖະກິດ-ສັງຄົມ ໃຫ້ໄດ້ຕາມຄາດໝາຍຂອງອົງຄະນະພັກເມືອງໄດ້ວາງອອກ.

 

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຈຳນວນຄົນອອນໄລ໌ທ

ມີ 8  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

213440
ມື້ນີ້ມື້ນີ້182
ມື້ວານນີ້ມື້ວານນີ້245
ອາທິດນີ້ອາທິດນີ້902
ເດືອນນີ້ເດືອນນີ້1664
ທັງໝົດທັງໝົດ213440