​ຊົມ​ເຊີມ​ວັນ​ສ້າງ​ຕັ້ງ​ພັກ ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ​ຄົບ​ຮອບ 67 ປີ ຢ່າງ​ສຸດ​ໃຈ.

ອອກ​ແຮງ​ແຂ່ງ​ຂັນ​ສ້າງ​ຜົນ​ງານ​ຄຳ​ນັບ​ຮັບ​ຕ້ອນ​ວັນ​ສ້າງ​ຕັ້ງ​ພັກ ຄົບ​ຮອບ 67 ປີ.

ຮຽນເອກະສານຄວາມຮູ້ພື້ນຖານຂອງພັກ

ມະຫາຊົນຜູ້ກ້າວໜ້າເປົ້າໝາຍຂະຫຍາຍເຂົ້າພັກປະຊາຊົນ ປະຕິວັດລາວ ຊຸດທີ່ 7 ປະຈໍາປີ 2020 ໄດ້ຮໍ່າຮຽນເອກະສານຄວາມຮູ້ພື້ນຖານຂອງພັກ

ວັນທີ່ 9-10 ກັນຍາ 2020 ນີ້; ຢູ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ໄດ້ຈັດຊຸດຝຶກອົບຮົມຮຽນສະໜັບສະໜູນ ໃຫ້ແກ່ມະຫາຊົນຜູ້ກ້າວໜ້າ ເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນ ປະຕິວັດລາວ ຊຸດທີ່ 7 ປະຈໍາປີ 2020 ຂື້ນຢ່າງເປັນ

ທາງການ. ໂດຍເປັນປະທານຂອງ ສະຫາຍ ສົມມາລີ ຄຳເກັ່ງ ກຳມະການພັກແຂວງ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ມີວິທະຍາກອນ, ພ້ອມດ້ວຍຄະນະຮັບຜິດຊອບ ແລະ ສຳມະນາກອນ ມາຈາກ ຄະນະພັກຮາກຖານພະແນກໂຍທາທິການ ແລະ ຂົນສົ່ງ, ອົງການໄອຍະການປະຊາຊົນພາກເໜືອ, ຄະນະພັກຮາກຖານພະແນກພະລັງງານ ແລະ ບໍ່ແຮ່ ແລະ ຄະນະພັກຮາກຖານພະແນກສາທາລະນະສຸກແຂວງ ເຂົ້າຮ່ວມທັງໝົດ 24 ສະຫາຍ, ຍິງ 2 ສະຫາຍ.

ສໍາລັບບົດຮຽນທີ່ນຳໃຊ້ເຂົ້າໃນການອົບຮົມໃນຄັ້ງນີ້ ໄດ້ນຳໃຊ້ເອກະສານ ຈາກຄະນະໂຄສະນາອົບຮົມສູນກາງພັກກຳນົດໃຫ້, ເຊິ່ງມີ 11 ຄຳຖາມ 11 ຄຳຕອບ, ໃຊ້ເວລາ 2 ວັນເຕັມ, ໃນນັ້ນ ໃຊ້ເວລາບັນຍາຍເອກະສານ 10 ຊົ່ວໂມງ, ເວລາເປີດປິດ ແລະມອບໃບຢັ້ງຢືນ 4 ຊົ່ວໂມງ ລວມທັງໝົດ 14 ຊົ່ວໂມງ. ການຝຶກອົບຮົມຄັ້ງນີ້ ເພື່ອໃຫ້ມະຫາຊົນຜູ້ກ້າວໜ້າທີ່ຈະຂະຫຍາຍເຂົ້າເປັນ ສະມາຊິກພັກ ຮັບຮູ້ເບື້ອງຕົ້ນກ່ຽວກັບປະຫວັດຄວາມເປັນມາ, ອຸດົມການ ແລະທາດແທ້ ຂອງພັກປະຊາຊົນ ປະຕິວັດລາວ. ເຂົ້າໃຈກ່ຽວກັບມາດຖານ, ເງື່ອນໄຂ ຜູ້ທີ່ຈະເປັນສະມາຊິກພັກ ແລະຜົນປະໂຫຍດຂອງສະມາຊິກພັກ ເພື່ອເຮັດໃຫ້ມະຫາຊົນຜູ້ກ້າວໜ້າ ມີຄວາມຮັບຮູ້, ເຂົ້າໃຈຕື່ມ ກ່ຽວກັບການກໍ່ສ້າງ ແລະຂະຫຍາຍພັກ, ກຳໄດ້ເນື້ອໃນ ພື້ນຖານ ແລະຫຼັກການລວມຂອງພັກ, ຮູ້ສັງເກດຕີລາຄາ ແລະວິເຄາະບັນຫາ ໄດ້ໂດຍພື້ນຖານ.

ຕອນທ້າຍ ສະຫາຍ ຄຳຫຼ້າ ລຽນປະດິດ ກຳມະການປະຈຳພັກແຂວງ ເລຂາໜ່ວຍພັກ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ເນັ້ນໃຫ້ມະຫາຊົນຜູ້ ກ້າວໜ້າ ເປົ້າໝາຍທີ່ຈະຂະຫຍາຍເຂົ້າ ພັກປະຊາຊົນ ປະຕິວັດລາວ ຈົ່ງນຳເອົາເນື້ອໃນເອກະສານທີ່ໄດ້ຄົ້ນຄ້ວາຮໍ່າຮຽນ ໄປຝຶກຝົນຫຼໍ່ຫຼອມ ຕົນເອງໃຫ້ມີທັດສະນະຫຼັກໜັ້ນການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີແບບແຜນດຳລົງຊິວິດທີ່ປອດໃສຂາວສະອາດ, ເອົາໃຈໃສ່ ປະຕິບັດວຽກງານຕົວຈິງທີ່ພັກລັດມອບໝາຍໃຫ້ມີຜົນສຳເລັດເພື່ອໃຫ້ກາຍເປັນສະມາຊິກພັກທີ່ເປັນແບບຢ່າງ ທີ່ດີໃນຕໍ່ໜ້າ.

ມະຫາຊົນຜູ້ກ້າວໜ້າເປົ້າໝາຍຂະຫຍາຍເຂົ້າພັກປະຊາຊົນ ປະຕິວັດລາວ ຊຸດທີ່ 7 ປະຈໍາປີ 2020 ໄດ້ຮໍ່າຮຽນເອກະສານຄວາມຮູ້ພື້ນຖານຂອງພັກ

ວັນທີ່ 9-10 ກັນຍາ 2020 ນີ້; ຢູ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ໄດ້ຈັດຊຸດຝຶກອົບຮົມຮຽນສະໜັບສະໜູນ ໃຫ້ແກ່ມະຫາຊົນຜູ້ກ້າວໜ້າ ເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນ ປະຕິວັດລາວ ຊຸດທີ່ 7 ປະຈໍາປີ 2020 ຂື້ນຢ່າງເປັນທາງການ. ໂດຍເປັນປະທານຂອງ ສະຫາຍ ສົມມາລີ ຄຳເກັ່ງ ກຳມະການພັກແຂວງ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ມີວິທະຍາກອນ, ພ້ອມດ້ວຍຄະນະຮັບຜິດຊອບ ແລະ ສຳມະນາກອນ ມາຈາກ ຄະນະພັກຮາກຖານພະແນກໂຍທາທິການ ແລະ ຂົນສົ່ງ, ອົງການໄອຍະການປະຊາຊົນພາກເໜືອ, ຄະນະພັກຮາກຖານພະແນກພະລັງງານ ແລະ ບໍ່ແຮ່ ແລະ ຄະນະພັກຮາກຖານພະແນກສາທາລະນະສຸກແຂວງ ເຂົ້າຮ່ວມທັງໝົດ 24 ສະຫາຍ, ຍິງ 2 ສະຫາຍ.

ສໍາລັບບົດຮຽນທີ່ນຳໃຊ້ເຂົ້າໃນການອົບຮົມໃນຄັ້ງນີ້ ໄດ້ນຳໃຊ້ເອກະສານ ຈາກຄະນະໂຄສະນາອົບຮົມສູນກາງພັກກຳນົດໃຫ້, ເຊິ່ງມີ 11 ຄຳຖາມ 11 ຄຳຕອບ, ໃຊ້ເວລາ 2 ວັນເຕັມ, ໃນນັ້ນ ໃຊ້ເວລາບັນຍາຍເອກະສານ 10 ຊົ່ວໂມງ, ເວລາເປີດປິດ ແລະມອບໃບຢັ້ງຢືນ 4 ຊົ່ວໂມງ ລວມທັງໝົດ 14 ຊົ່ວໂມງ. ການຝຶກອົບຮົມຄັ້ງນີ້ ເພື່ອໃຫ້ມະຫາຊົນຜູ້ກ້າວໜ້າທີ່ຈະຂະຫຍາຍເຂົ້າເປັນ ສະມາຊິກພັກ ຮັບຮູ້ເບື້ອງຕົ້ນກ່ຽວກັບປະຫວັດຄວາມເປັນມາ, ອຸດົມການ ແລະທາດແທ້ ຂອງພັກປະຊາຊົນ ປະຕິວັດລາວ. ເຂົ້າໃຈກ່ຽວກັບມາດຖານ, ເງື່ອນໄຂ ຜູ້ທີ່ຈະເປັນສະມາຊິກພັກ ແລະຜົນປະໂຫຍດຂອງສະມາຊິກພັກ ເພື່ອເຮັດໃຫ້ມະຫາຊົນຜູ້ກ້າວໜ້າ ມີຄວາມຮັບຮູ້, ເຂົ້າໃຈຕື່ມ ກ່ຽວກັບການກໍ່ສ້າງ ແລະຂະຫຍາຍພັກ, ກຳໄດ້ເນື້ອໃນ ພື້ນຖານ ແລະຫຼັກການລວມຂອງພັກ, ຮູ້ສັງເກດຕີລາຄາ ແລະວິເຄາະບັນຫາ ໄດ້ໂດຍພື້ນຖານ.

ຕອນທ້າຍ ສະຫາຍ ຄຳຫຼ້າ ລຽນປະດິດ ກຳມະການປະຈຳພັກແຂວງ ເລຂາໜ່ວຍພັກ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ເນັ້ນໃຫ້ມະຫາຊົນຜູ້ ກ້າວໜ້າ ເປົ້າໝາຍທີ່ຈະຂະຫຍາຍເຂົ້າ ພັກປະຊາຊົນ ປະຕິວັດລາວ ຈົ່ງນຳເອົາເນື້ອໃນເອກະສານທີ່ໄດ້ຄົ້ນຄ້ວາຮໍ່າຮຽນ ໄປຝຶກຝົນຫຼໍ່ຫຼອມ ຕົນເອງໃຫ້ມີທັດສະນະຫຼັກໜັ້ນການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີແບບແຜນດຳລົງຊິວິດທີ່ປອດໃສຂາວສະອາດ, ເອົາໃຈໃສ່ ປະຕິບັດວຽກງານຕົວຈິງທີ່ພັກລັດມອບໝາຍໃຫ້ມີຜົນສຳເລັດເພື່ອໃຫ້ກາຍເປັນສະມາຊິກພັກທີ່ເປັນແບບຢ່າງ ທີ່ດີໃນຕໍ່ໜ້າ.

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຈຳນວນຄົນອອນໄລ໌ທ

ມີ 10  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

213438
ມື້ນີ້ມື້ນີ້180
ມື້ວານນີ້ມື້ວານນີ້245
ອາທິດນີ້ອາທິດນີ້900
ເດືອນນີ້ເດືອນນີ້1662
ທັງໝົດທັງໝົດ213438