​ຊົມ​ເຊີມ​ວັນ​ສ້າງ​ຕັ້ງ​ພັກ ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ​ຄົບ​ຮອບ 67 ປີ ຢ່າງ​ສຸດ​ໃຈ.

ອອກ​ແຮງ​ແຂ່ງ​ຂັນ​ສ້າງ​ຜົນ​ງານ​ຄຳ​ນັບ​ຮັບ​ຕ້ອນ​ວັນ​ສ້າງ​ຕັ້ງ​ພັກ ຄົບ​ຮອບ 67 ປີ.

ເປີດການຮຽນ-ການສອນ

ເປີດການຮຽນ-ການສອນ ທິດສະດີການເມືອງ-ການປົກຄອງ ລະບົບຊັ້ນຕົ້ນ 03 ເດືອນຊຸດທີ I ປີ 2020 ໃຫ້ພະນັກງານຫຼັກແຫຼ່ງຂອງເມືອງໂພນໄຊ

ວັນທີ 19 ຕຸລາ 2020 ນີ້ ທີ່ສະໂມສອນໃຫຍ່ຂອງເມືອງໂພນໄຊ ໄດ້ຈັດພິທີ ເປີດການຮຽນ-ການສອນ ທິດສະດີການເມືອງ-ການປົກຄອງ ລະບົບຊັ້ນຕົ້ນ 3 ເດືອນ ຊຸດທີ I ປີ 2020 ໃຫ້ພະນັກງານຫຼັກແຫຼ່ງໃນທົ່ວເມືອງ ໂດຍເປັນປະທານຂອງ ສະຫາຍ ຄໍາຫຼ້າ ລຽນປະດິດ ກຳມະການປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີ ສະຫາຍ ທອງຈັນ ລັດຕະນະປະດິດ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເມືອງໂພນໄຊ, ສະຫາຍ ພູທອນ ຫຼວງວິໄລ ຮອງອໍານວຍການໂຮງຮຽນການເມືອງ-ການປົກຄອງແຂວງ, ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າຫ້ອງການ ແລະສໍາມະນາກອນ ເຂົ້າຮ່ວມລວມທັງໝົດ 83 ສະຫາຍ, ຍິງ 15 ສະຫາຍ.

ສະຫາຍ ທອງຈັນ ລັດຕະນະປະດິດ ມີຄຳເຫັນກ່າວໄຂຊຸດຮຽນວ່າ: ການຮຽນ-ການສອນທິດສະດີການເມືອງ-ການປົກຄອງ ລະບົບຊັ້ນຕົ້ນ 03 ເດືອນ ຊຸດທີ I ປີ 2020 ທີ່ເມືອງໂພນໄຊຄັ້ງນີ້ ມີສໍາມະນາກອນທີ່ເປັນລັກແຫຼ່ງຂອງເມືອງເຂົ້າຮຽນ ຈຳນວນ 65 ສະຫາຍ, ຍິງ 9 ສະຫາຍ ເພື່ອເຮັດໃຫ້ທຸກສະຫາຍ ໄດ້ປະກອບສ່ວນຮັບໃຊ້ເຂົ້າໃນໜ້າທີ່ວຽກງານໃນໄລຍະໃໝ່ ໃຫ້ສອດຄ່ອງກັບແນວທາງ, ໂອກາດນີ້ ໄດ້ມີການຜ່ານກົດລະບຽບ ໃຫ້ສໍາມະນາກອນໄດ້ຮັບຮູູ້, ຕອນທ້າຍ ສະຫາຍ ຄຳຫຼ້າ ລຽນປະດິດ  ໄດ້ເນັ້ນໃຫ້ຄູສອນ ຈົ່ງຖ່າຍທອດຄວາມຮູ້ໃຫ້ສຳມະນາກອນຢ່າງເລິກເຊີ່ງ, ສ່ວນສຳມະນາກອນ ຕ້ອງຕັ້ງໜ້າໃນການຄົ້ນຄ້ວາຮໍ່າຮຽນ ເພື່ອນຳເອົາບົດຮຽນໄປໝູນໃຊ້ເຂົ້າໃນວຽກງານໃຫ້ມີຜົນສຳເລັດ.

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຈຳນວນຄົນອອນໄລ໌ທ

ມີ 10  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

213436
ມື້ນີ້ມື້ນີ້178
ມື້ວານນີ້ມື້ວານນີ້245
ອາທິດນີ້ອາທິດນີ້898
ເດືອນນີ້ເດືອນນີ້1660
ທັງໝົດທັງໝົດ213436