ເປີດກອງປະຊຸມກາງສະໄໝ
ຂອງໜ່ວຍພັກສະຫະພັນແມ່ຍີງແຂວງຫລວງພະບາງ.
ເພື່ອຕີລາຄາຄືນການນໍາພາ-ຊີ້ນໍາ ຂອງຄະນະໜ່ວຍພັກ ກາງສະໄໝ ແຕ່ປີ 2020-2023; ໃນວັນທີ 14-15 ມີນາ ຜ່ານມານີ້ ໜ່ວຍພັກສະຫະພັນແມ່ຍິງແຂວງຫຼວງພະບາງ ໄດ້ດຳເນີນກອງປະຊຸມສະຫຼຸບຕີລາຄາກາງສະໄໝ ຂື້ນຢ່າງເປັນທາງການ, ໂດຍພາຍໃຕ້ການເປັນທານຂອງ ສະຫາຍ ນາງ ວຽນວິໄລ ດີລະພັນ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີສະຫາຍ ນາງ ອິນທະວອນ ພົມມະຈັນ ກໍາມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງ, ມີບັນດາສະຫາຍຄະນະຈັດຕັ້ງແຂວງ, ຄະນະກວດກາແຂວງ ແລະ ສະມາຊິກພັກພາຍໃນເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການເຜີຍແຜ່ເຊື່ອມຊືມຄໍາສັ່ງຂອງເລຂາທິການສູນກາງພັກ ເລກທີ 268, ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ເລກທີ 25, ມະຕິ 030 ວ່າດ້ວຍມາດຕະຖານຂອງພະນັກງານນຳພາຄຸ້ມຄອງ, ມາດຖານສະມາຊິກພັກ, ຂໍ້ຫ້າມຂອງສະມາຊິກພັກ, ສິດ ແລະ ໜ້າທີ່ຂອງຄະນະພັກຮາກຖານ, ຈາກນັ້ນຄະນະຮັບຜິດຊອບ ໄດ້ແນະນຳວິທີໃນການທາບທາມ ແຈກຢາຍບັດທາບທາມໃຫ້ຜູ້ແທນກອງປະຊຸມ; ສະຫາຍ ນາງ ອິນທະວອນ ພົມມະຈັນ ເລຂາໜ່ວຍພັກ ໄດ້ຂຶ້ນຜ່ານສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຮອບດ້ານກາງສະໄໝຜ່ານມາ ແລະ ທິດທາງທ້າຍສະໄໝ.
ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນນີ້ ສະຫາຍ ນາງ ວຽນວິໄລ ດີລະພັນ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນງານທີ່ພົ້ນເດັ່ນຂອງທາງຄະນະພັກ, ສະມາຊິກພັກທຸກສະຫາຍ ຍາດມາໄດ້ໃນໄລຍະຜ່ານມາ; ສະຫາຍຍັງໄດ້ເນັ້ນໜັກໃຫ້ຄະນະໜ່ວຍພັກຈົ່ງເປັນເຈົ້າການໃນການນໍາພາ-ຊີ້ນໍາ ສະມາຊິກພັກທີ່ຢູ່ໃນຂັ້ນຄຸ້ມຄອງຂອງຕົນ ໃຫ້ມີຄວາມສາມັກຄີເປັນປຶກແຜ່ນ ຫຼີກຫຼ່ຽງແນວຄິດໃນຕົວ-ຈຸ້ມເຈື້ອເຊື້ອສາຍ, ເນັ້ນໜັກໃຫ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດພະນັກງານຂອງຕົນໃຫ້ໜັກແໜ້ນ, ເຊື່ອມຊຶມກໍາແໜ້ນບັນດານິຕິກໍາຄໍາສັ່ງຂອງຄະນະພັກຂັ້ນເທິງ, ເນັ້ນໜັກໃຫ້ບັນດາຂະແໜງການສຸມໃສ່ການສ້າງສະມາຊິກໃຫ້ມີຄວາມຮູ້-ຄວາມສາມາດແທດເໝາະກັບຕຳແໜ່ງງານ ເພື່ອສ້າງໃຫ້ໄດ້ບຸກຄະລາກອນທີມີຄຸນນະພາບ ໃຫ້ຄົບມາດຖານເງື່ອນໄຂການເປັນພະນັກງານສືບທອດປ່ຽນແທນໃນອະນາຄົດ.
ບັນນາທິການຂ່າວ ຄອຂ ກວດແກ້: ຄໍາຫຼ້າ ໄຊຍະວົງ ຂຽນໂດຍ: ອານຸພາບ ພັນໂດລັກ
ມີ 11 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 171 |
![]() | ມື້ວານນີ້ | 245 |
![]() | ອາທິດນີ້ | 891 |
![]() | ເດືອນນີ້ | 1653 |
![]() | ທັງໝົດ | 213429 |