​ຊົມ​ເຊີມ​ວັນ​ສ້າງ​ຕັ້ງ​ພັກ ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ​ຄົບ​ຮອບ 67 ປີ ຢ່າງ​ສຸດ​ໃຈ.

ອອກ​ແຮງ​ແຂ່ງ​ຂັນ​ສ້າງ​ຜົນ​ງານ​ຄຳ​ນັບ​ຮັບ​ຕ້ອນ​ວັນ​ສ້າງ​ຕັ້ງ​ພັກ ຄົບ​ຮອບ 67 ປີ.

ກອງປະຊຸມສະຫຼຸບຕີລາຄາກາງສະໄໝກອງປະຊຸມໃຫຍ່ຄັ້ງທີ II ຂອງຄະນະພັກຮາກຖານພະແນກເຕັກໂນໂລຊີ ແລະ ການສື່ສານແຂວງຫຼວງພະບາງ.

ກອງປະຊຸມສະຫຼຸບຕີລາຄາກາງສະໄໝກອງປະຊຸມໃຫຍ່ຄັ້ງທີ II ຂອງຄະນະພັກຮາກຖານພະແນກເຕັກໂນໂລຊີ ແລະ ການສື່ສານແຂວງຫຼວງພະບາງ.
----------------------------------------------------------------------
ໃນວັນທີ 13 ມີນາ 2023 ນີ້ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງຫຼວງພະບາງ ໄດ້ດໍາເນີນກອງປະຊຸມກາງສະໄໝ ຄັ້ງທີ II ຂອງໜ່ວຍພັກຂຶ້ນ ໂດຍເປັນປະທານຮ່ວມຂອງ ສະຫາຍ ນາງ ວຽນວິໄລ ດີລະພັນ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ສະຫາຍ  ພູມີ ອໍເພັດສານ  ເລຂາໜ່ວຍພັກ, ຫົວຫນ້າ ພະແນກເຕັກໂນໂລຊີ ແລະ ການສື່ສານ , ມີຄະນະໜ່ວຍ ແລະ ສະມາຊິກພັກພາຍໃນໜ່ວຍ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ເຂົ້າຮ່ວມ.

- ກອງປະຊຸມສະມາຊິກພັກແມ່ນໄດ້ເຊື່ອມຊຶມຄຳສັ່ງຂອງຄະນະເລຂາທິການສູນກາງພັກ, ເລກທີ 268, ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກເລກທີ 25, ມາດຖານຂອງພະນັກງານນໍາພາຄຸ້ມຄອງ, ມາດຖານຂອງສະມາຊິກພັກ, ຂໍ້ຫ້າມຂອງສະມາຊິກພັກ ແລະ ໜ້າທີ່ຂອງສະມາຊິກພັກ. ພ້ອມທັງໄດ້ທາບທາມຄວາມໄວ້ວາງໃຈຂອງຄະນະໜ່ວຍພັກ, ນອກຈາກນັ້ນກອງປະຊຸມຍັງສັງເກດຕີລາຄາຢ່າງເລິກເຊິ່ງ, ຮອບດ້ານ ແລະ ຮັບຮູ້ໃນການຊີ້ນຳ-ນຳພາເຄື່ອນໄຫວວຽກງານພາຍໃນໜ່ວຍພັກໃນເຄິ່ງສະໄໝ່ຜ່ານມາ ເຊິ່ງເຫັນໄດ້ດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂໃນຕໍ່ໜ້າ. ພ້ອມນັ້ນຍັງໄດ້ຮັບຟັງການຜ່ານບົດສຳຫຼວດນຳພາລວມຂອງຄະນະໜ່ວຍພັກໃນກາງສະໄໝຜ່ານມາ, ເຊິ່ງໄດ້ເສີມຂະຫຍາຍບົດບາດການນຳພາຂອງພັກ, ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ ແລະ ມີຄວາມຕັດສິນໃຈຜ່ານຜ່າຄວາມຫຍຸ້ງຍາດນາໆປະການໄດ້ເປັນຢ່າງດີ ຈັ້ດຕັ້ງປະຕິບັດວຽກງານໃນທ້າຍສະໄໝໃຫ້ໄດ້ຮັບຜົນດີ, ຄະນະໜ່ວຍພັກ ແລະ ສະມາຊິກພັກ ຕ້ອງໄດ້ເພີ່ມທະວີຄວາມສາມັກຄີເປັນປຶກແຜນພາຍໃຕ້ການນຳພາຂອງຄະນະໜ່ວຍພັກ, ເຊີດຊູເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ,ເສີມຂະຫຍາຍຫົວຄິດປະດິດສ້າງ,ນໍ້າໃຈບຸກບືນສູ້ຊົນເຮັດໃຫ້ເກີດຂະບວນການຕົວຈິງໃນການຈັດຕັ້ງປະຕິບັດ. 
ບັນນາທິການຂ່າວ ຄອຂ ກວດແກ້: ຄໍາຫຼ້າ ໄຊຍະວົງ ຂ່າວໂດຍ: ພະແນກເຕັກໂນໂລຊີ ແລະ ການສື່ສານ

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຈຳນວນຄົນອອນໄລ໌ທ

ມີ 11  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

213436
ມື້ນີ້ມື້ນີ້178
ມື້ວານນີ້ມື້ວານນີ້245
ອາທິດນີ້ອາທິດນີ້898
ເດືອນນີ້ເດືອນນີ້1660
ທັງໝົດທັງໝົດ213436