ໃນວັນທີ 16-17 ມີນາ 2023 ຄະນະພັກຮາກຖານ ສະຖາບັນຍຸຕິທຳແຫ່ງຊາດສາຂາຫຼວງພະບາງ ໄດ້ດຳເນີນກອງປະຊຸມຄົບຄະນະກາງສະໄໝທີ I ຂື້ນຢ່າງເປັນທາງການ, ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ນາງ ວຽນວິໄລ ດີລະພັນ ກຳມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີສະຫາຍ ແສງອາລຸນ ພັນນະລັດ ເລຂາຄະນະພັກຮາກຖານສະຖາບັນຍຸຕິທຳແຫ່ງຊາດສາຂາຫຼວງພະບາງ, ມີບັນດາສະຫາຍຄະນະຈັດຕັ້ງແຂວງ, ຄະນະກວດກາແຂວງ ແລະ ສະມາຊິກພັກພາຍໃນເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການເຜີຍແຜ່ເຊື່ອມຊືມຄໍາສັ່ງຂອງເລຂາທິການສູນກາງພັກ ເລກທີ 268, ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ເລກທີ 25, ມະຕິ 030 ວ່າດ້ວຍມາດຕະຖານຂອງພະນັກງານນຳພາຄຸ້ມຄອງ, ມາດຖານສະມາຊິກພັກ, ຂໍ້ຫ້າມຂອງສະມາຊິກພັກ, ສິດ ແລະ ໜ້າທີ່ຂອງຄະນະພັກຮາກຖານ, ຈາກນັ້ນຄະນະຮັບຜິດຊອບ ໄດ້ແນະນຳວິທີໃນການທາບທາມ ແຈກຢາຍບັດທາບທາມໃຫ້ຜູ້ແທນກອງປະຊຸມ; ຈາກນັ້ນ ກອງປະຊຸມຍັງໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ກາງສະໄໝຂອງຄະນະພັກຮາກຖານ, ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາສະຖາບັນກາງສະໄໝ ແລະ ທິດທາງແຜນການທ້າຍສະໄໝ, ພ້ອມກັນນັ້ນກໍໄດ້ຮັບຟັງການປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ແລະ ມີບັນຍາກາດຟົດຟື້ນ.
ທ້າຍນີ້ ສະຫາຍ ນາງ ວຽນວິໄລ ດີລະພັນ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນງານທີ່ພົ້ນເດັ່ນຂອງທາງຄະນະພັກ, ສະມາຊິກພັກທຸກສະຫາຍ ຍາດມາໄດ້ໃນໄລຍະຜ່ານມາ; ສະຫາຍຍັງໄດ້ເນັ້ນໜັກໃຫ້ຄະນະໜ່ວຍພັກຈົ່ງເປັນເຈົ້າການໃນການນໍາພາ-ຊີ້ນໍາ ສະມາຊິກພັກທີ່ຢູ່ໃນຂັ້ນຄຸ້ມຄອງຂອງຕົນ ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ, ເພີ່ມທະວີການສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ-ພະນັກງານ-ນັກສຶກສາພາຍໃນສະຖາບັນຂອງຕົນໃຫ້ໜັກແໜ້ນ, ຕັ້ງໜ້າກໍ່ສ້າງສະມາຊິກພັກ ແລະ ບັນດາໜ່ວຍພັກຂຶ້ນກັບ ໃຫ້ມີຄວາມປອດໃສເຂັ້ມແຂງໜັກແໜ້ນ, ເຊື່ອມຊຶມກໍາແໜ້ນບັນດານິຕິກໍາຄໍາສັ່ງຂອງຄະນະພັກຂັ້ນເທິງ, ເອົາໃຈໃສ່ຊຸກຍູ້ວຽກງານດ້ານວິຊາສະເພາະໃຫ້ໄດ້ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນຢ່າງເຕັມສ່ວນ, ເປີດກວ້າງຮັດແໜ້ນການພົວພັນຮ່ວມມືກັບບັນດາອົງການຈັດຕັ້ງພາຍໃນ ແລະ ຕ່າງປະເທດ, ຍົກສູງຄວາມເອົາໃຈໃສ່ກວດກາປະເມີນຜົນລະບົບການບໍລິຫານຄຸ້ມຄອງການເງິນຂອງສະຖາບັນໃຫ້ມີຄວາມຊັດເຈນ, ໂປ່ງໃສ, ວ່ອງໄວເພື່ອຊຸກຍູ້ການຮຽນ-ການສອນໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.
ມີ 4 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 165 |
![]() | ມື້ວານນີ້ | 245 |
![]() | ອາທິດນີ້ | 885 |
![]() | ເດືອນນີ້ | 1647 |
![]() | ທັງໝົດ | 213423 |