ໃນຕອນເຊົ້າເວລາ 8: 00 ໂມງ ຂອງວັນທີ 23/05/2023 ທາງຄະນະໂຄສະນາອົບຮົມເມືອງງອຍ ໄດ້ຈັດພິທີປາຖະກະຖາ 2 ວັນປະຫວັດສາດຄື: ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ທົ່ງໄຫຫີນ ຊຽງຂວາງ ຄົບຮອບ 64 ປີ ແລະ ວັນວິລະກາໂຕນຄຸກຢ່າງມະຫັດສະຈັນຂອງບັນດາທ່ານຜູ້ນຳພັກ ແລະ ແນວລາວຮັກຊາດ ຄົບຮອບ 63 ປີ ຢູ່ທີ່ຫໍປະຊຸມໃຫຍ່ຂອງເມືອງງອຍ ພາຍໃຕ້ເປັນປະທານໂດຍ ສະຫາຍຄຳເພັດ ຈັນທຸມມາ ຄະນະປະຈຳພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ, ເຊີ່ງຜູ້ເຂົ້າຮ່ວມຮັບຟັງໃນພິທີຄັ້ງນີ້ມີ ຄະນະປະຈຳ, ກຳມະການພັກ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ພະນັກງານບຳນານ, ພະນັກງານສູນເສຍອົງຄະ, ສະມາຊິກພັກ, ພະນັກງານ-ລັດຖະກອນ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ, ນັກຮົບ 2 ກໍາລັງ ແລະ ຄູອາຈານ ຈໍານວນພົນເຂົ້າຮ່ວມທັງໝົດມີ 131 ສະຫາຍ, ຍິງ 52ສະຫາຍ, ສະມາຊິກພັກ 82 ສະຫາຍ, ຍິງ 31 ສະຫາຍ, ຄະນະປະຈໍາ 3 ສະຫາຍ, ຍິງ 0 ສະຫາຍ, ກຳມະການພັກເມືອງ 8 ສະຫາຍ, ຍິງ 1 ສະຫາຍ
ພິທີປາຖະກະຖາ-ເລົ່າມູນເຊື້ອ 2 ວັນດັ່ງກ່າວ ທ່ານປະທານ ກໍ່ໄດ້ບັນລະຍາຍ ແລະ ຍົກໃຫ້ເຫັນມູນເຊື້ອຂອງພັກ, ມູນເຊື້ອຮັກຊາດ, ມູນເຊື້ອແຫ່ງຄວາມສາມັກຄີ, ມູນເຊື້ອການຕໍ່ສູ້ມີໄຊ, ມູນເຊື້ອຂອງກອງທັບ - ຂອງນັກຣົບປະຕິວັດ ມູນເຊື້ອແຫ່ງການສູ້ຣົບພິລະອາດຫານຂອງບັນດາທ່ານຜູ້ນໍາພັກ ແລະ ແນວລາວຮັກຊາດ, ທີ່ມີຄວາມປີຊາສາມາດ, ສະຫຼາດສ່ອງໃສໂຕນອອກຈາກຄຸກໂພນເຄັງໄດ້ຢ່າງປອດໄພ; ດ້ວຍຄວາມອົງອາດກ້າຫານ ນີ້ຄືຜົນງານອັນລໍ້າເລິດ ຄຸນງາມຄວາມດີອັນໃຫຍ່ຫຼວງຂອງການນໍາລຸ້ນກ່ອນທີ່ນໍາພາ, ພາລະກິດປະຕິວັດປົດປອ່ຍຊາດ ສະນັ້ນ ໂດຍສະເພາະແມ່ນພະນັກງານຫຼັກແຫຼ່ງ, ສະມາຊິກພັກ, ຄົນລຸ້ນໜຸ່ມ, ປະຊາຊົນບັນດາເຜົ່າ ໃຫ້ຮັບຮູ້-ເຂົ້າໃຈເລິກເຊິ່ງກ່ຽວກັບເສັ້ນທາງເດີນອັນລະອິດລະອ້ຽວພາຍໃຕ້ການຊີ້ນຳ-ນຳພາຂອງພັກປະຊາຊົນປະຕິວັດລາວ, ລວມທັງພາກທິດສະດີ ແລະ ພຶດຕິກໍາຕົວຈິງ ໃນການວາງແນວທາງຍຸດທະສາດ, ຍຸດໂທບາຍການຕໍ່ສູ້ ແລະ ວິທີການເຄື່ອນໄຫວປະຕິວັດຢ່າງຖືກຕ້ອງ ຄວນສຶກສາຮໍ່າຮຽນເອົາແບບຢ່າງ ຄຸນສົມບັດ, ສິນທຳປະຕິວັດຂອງບັນດາຜູ້ນໍາລຸ່ນກ່ອນ ໃຫ້ມີນໍ້າໃຈຮັກຊາດ, ຮັກລະບອບໃໝ່, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ສືບຕໍ່ກໍ່ສ້າງພັກໃນທຸກດ້ານ ດ້ວຍມາດຕາການດໍາເນີນຊີວິດການເມືອງປົວແປງພາຍໃນພັກໃຫ້ເລີກເຊີ່ງເຮັດໃຫ້ພັກມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ສົ່ງເສີມດ້ານດີ, ແກ້ໄຂບັນດາຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕ່າງໆ ທີ່ເກີດຂຶ້ນ, ສ້າງຄວາມເຊື້ອໝັ້ນຂອງພະນັກງານ ຕໍ່ການນຳພາຂອງພັກ, ການຄຸ້ມຄອງຂອງລັດ,ເສີມຂະຫຍາຍມູນເຊື້ອແຫ່ງການຊີ້ນຳ-ນຳພາຮອບດ້ານຂອງພັກ, ຍົກສູງສະຕິລະວັງຕົວຕອບຕ້ານ ແລະ ເຂົ້າຮ່ວມແກ້ໄຂປະກົດການຍໍ້ທໍ້ຕ່າງໆໃຫ້ທັນເວລາ ກໍ່ສ້າງເສດຖະກິດ-ວັດທະນະທຳດ້ານຕ່າງໆເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະໃໝ່, ປະກອບສ່ວນສືກສາອົບຮົມການເມືອງແນວຄິດໃຫ້ແກ່ພະນັກງານ, ສະມາຊິກພັກ ແລະ ປະຊາຊົນລາວບັນດາເຜົ່າໃນສັງຄົມໃຫ້ມີຄວາມຮັບຜິດຊອບສູງ ເປັນເຈົ້າການໃນທຸກວຽກງານໃຫ້ດຳເນີນໄປຢ່າງເປັນຂະບວນການຕໍ່ເນື່ອງ, ສືບຕໍ່ການຈັດຕັ້ງປະຕິບັດແລະ ເສີມຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ່ XI ຂອງພັກ ເຂົ້າສູ່ຊີວິດຕົວຈິງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້, ເພີ່ມທະວີຄວາມສາມັກຄີເປັນປຶກແຜນ ແລະ ຜັນຂະຫຍາຍມູນເຊື້ອອັນດີງາມຂອງພັກ ຂອງຊາດພວກເຮົາໃຫ້ມີຄວາມຍືນຍົງ.
ຂ່າວ: ຟົງ ເລົ່າປ່າໄຊ
ບັນນາທິການຂ່າວ ຄອຂ ກວດແກ້: ຄຳຫຼ້າ ໄຊຍະວົງ
ມີ 6 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 72 |
![]() | ມື້ວານນີ້ | 201 |
![]() | ອາທິດນີ້ | 780 |
![]() | ເດືອນນີ້ | 5037 |
![]() | ທັງໝົດ | 237313 |