​ຊົມ​ເຊີມ​ວັນ​ສ້າງ​ຕັ້ງ​ພັກ ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ​ຄົບ​ຮອບ 67 ປີ ຢ່າງ​ສຸດ​ໃຈ.

ອອກ​ແຮງ​ແຂ່ງ​ຂັນ​ສ້າງ​ຜົນ​ງານ​ຄຳ​ນັບ​ຮັບ​ຕ້ອນ​ວັນ​ສ້າງ​ຕັ້ງ​ພັກ ຄົບ​ຮອບ 67 ປີ.

ນະຄອນຫຼວງພບະາງ ຈັດພິທີວັນປູກຕົ້ນໄມ້ແຫ່ງຊາດ ຈໍານວນ 1,600 ຕົ້ນ.

ໃນຕອນເຊົ້າຂອງວັນທີ 1 ມີຖຸນາ 2023 ເວລາ 7ໂມງ 30 ນາທີ ຫ້ອງການກະສີກໍາ ແລະປ່າໄມ້ ນະຄອນຫຼວງພະບາງ ໄດ້ເປີດພິທີປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມີຖຸນາ  2023  ຢູ່ເດີນໂຮງຮຽນປະຖົມບ້ານນູນສະຫວາດ ນະຄອນຫຼວງພະບາງ, ໂດຍມີ  ທ່ານ ວຽງທອງ ຫັດສະຈັນ ກໍາມະການປະຈໍພັກແຂວງ, ເຈົ້ານະຄອນຫຼວງພະບາງ, ມີບັນດາຮອງຫົວໜ້າພະແນກພ້ອມດ້ວຍຫົວໜ້າ, ຮອງຫົວໜ້າຫ້ອງການ, ພະນັກງານຫຼັກແຫຼ່ງທົ່ວທົ່ວນະຄອນຫຼວງພະບາງ, ທະຫານ, ຕໍາຫຼວດ, ນັກທຸລະກິດ, ຊາວຄ້າຂາຍ, ບັນດາບ້ານ 9 ກຸ່ມໃນເທດສະບານ  ຕະຫຼອດຮອດນ້ອງນ້ອຍນັກຮຽນ ແລະ ປະຊາຊົນບັນດາພາຍໃນບ້ານນູນສະຫວາດ; ໃນທ່າມກາງບັນຍາກາດພວມດໍາເນີນພິທີການ ທ່ານ ດອນງ່ຽມ ຄຳມີຜົນ ຫົວໜ້າກະສິກຳ  ແລະ  ປ່າໄມ້ນະຄອນຫຼວງພະບາງ ໄດ້ຂື້ນຜ່ານບົດສະຫຼຸບຜົນງານການຈັດຕັ້ງປະຕິບັດໃນການປູກ ແລະ ບົວລະບັດຮັກສາຕົ້ນໄມ້ໃນໄລຍະ 1 ປີຜ່ານມາ;

ໃນພິທີອັນມີຄວາມໝາຍຄວາມສໍາຄັນ ທ່ານ ວຽງທອງ ຫັດສະຈັນ ກໍາມະການປະຈໍພັກແຂວງ, ເຈົ້ານະຄອນຫຼວງພະບາງ ທ່ານໄດ້ໃຫ້ຄຳເຫັນວ່າ: ໃນໄລຍະຜ່ານມາພວກເຮົາໄດ້ພ້ອມກັນປູກຕົ້ນໄມ້ຫຼາກຫຼາຍຊະນິດຕາມຕົວເມືອງເພື່ອໃຫ້ມີອາກາດສົດຊື່ນ ແລະຮົ່ມເຢັນດີ, ທັງເປັນດອກໄມ້ປະດັບຫຼາກຫຼາຍສີຕາມເສັ້ນທາງຕ່າງໆໃນຄອນໃຫ້ມີຄວາມສວຍງາມດີຕາມລະດູການ, ທັງໄດ້ກ່າວປຸກລະດົມໃຫ້ທຸກຄົນໄດ້ຮັບຮູ້ກ່ຽວກັບຜົນປະໂຫຍດຂອງການປູກຕົ້ນໄມ້ ບໍ່່ວ່າຈະເປັນການປູກຕົ້ນໄມ້ໃຫ້ໝາກ, ຕົ້ນໄມ້ປະດັບ, ຕົ້ນໄມ້ທີ່ນໍາໃຊ້ໃນອຸດສາຫະຫະກໍາ ແລະ ອື່ນໆ ກໍ່ລ້ວນແລ້ວແຕ່ມີຄວາມສໍາຄັນ, ມີຄຸນຄ່າອັນໃຫຍ່ຫຼວງໃນການປົກປັກຮັກສາສະພາບຂອງດິນ, ນໍ້າ ແລະດັດສົມຄຸ້ມພູມອາກາດຕ່າງໆ. ສໍາລັບການປູກຕົ້ນໄມ້ ປີນີ້ ແມ່ນພວກເຮົາຈະໄດ້ປູກຕົ້ນຟາງແດງ ທີ່ເປັນຕົ້ນໄມ້ປະດັບຕາມລະດູການ, ທັງໃຫ້ຄວາມຮົ່ມເຢັນຕາມສາຍທາງ ນັບຕັ່ງແຕ່ສາມແຍກສົ້ນຂົ້ວແກ້ງນູນປູກໄປຈົນຮອດສະຖານີລົດໄຟ ບ້ານຊຽງລ້ອມ ນະຄອນຫຼວງພະບາງ ໃນຈໍານວຍຕົ້ນໄມທັງໝົດ 1.600 ຕົ້ນ ແລະ ທ່ານຍັງໄດ້ກ່າວເຖິ່ງຄວາມສໍາຄັນຂອງຄວາມສາມັກຄີຂອງພວກເຮົາໃນວັນນີ້ກໍ່ປຽບສະເໝືອນການປູກຕົ້ນໄມ້ໃນວັນພວກເຮົາຈະໄດ້ຮັບຄວາມຮົ່ມເຢັນ, ຄວາມສວຍງົດງາມໃນວັນຂ້າງໜ້າຕໍ່ໄປ, ອີກຢ່າງໜຶ່ງກໍ່ຄືພວກເຮົາໄດ້ຮັບການສະໜັບສະໜູນຈາກບັນດານັກທຸລະກິດ, ບໍລິສັດ, ຫ້າງຮ້ານຕ່າງໆທີ່ໃຫ້ການຊ່ວຍເຫຼືອ ສະເລ່ຍຈໍານວນໄດ້ຮັບການຊຸກຍູ້ເປັນເງິນ 20,000,000 ລ້ານກວ່າກີບເຂົ້າໃນການປູກຕົ້ນໄມ້ໃນຄັ້ງນີ້, ທ່ານເຈົ້ານະຄອນຍັງເນັ້ນ ແລະ ຮຽກຮ້ອງໃຫ້ທຸກພາກສ່ວນ, ຈົ່ງມີສ່ວນຮ່ວມໃນການບົວລະບັດຮັກສາ ຕົ້ນໄມ້ທີ່ປູກແລ້ວໃຫຍືນຍົງແລະສວຍງາມຕະຫຼອດໄປ ແລະ ຍັງໄດ້ວາງແຜນຄາດຄະເນໃນປີ 2024 ຈະສືບຕໍ່ປູກ ນັບແຕ່ສະຖານີລົດໄຟບ້ານຊຽງລ້ອມໃຫ້ໄປຊອດສາມແຍກ ບ້ານກົກງິ້ວ ນະຄອນຫຼວງພະບາງ.

ຂ່າວຈາກ: ຄະນະໂຄສະນາອົບຮົມ ນະຄອນຫຼວງພບະາງ.

ບັນນາທິການຂ່າວ ຄອຂ ກວດແກ້: ຄຳຫຼ້າ ໄຊຍະວົງ

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຈຳນວນຄົນອອນໄລ໌ທ

ມີ 11  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

237314
ມື້ນີ້ມື້ນີ້73
ມື້ວານນີ້ມື້ວານນີ້201
ອາທິດນີ້ອາທິດນີ້781
ເດືອນນີ້ເດືອນນີ້5038
ທັງໝົດທັງໝົດ237314