ຕອນເຊົ້າຂອງວັນທີ 24 ພຶດສະພາ 2023 ນີ້ຢູ່ທີ່ຫ້ອງປະຊຸມໂຮງຮຽນ ເຕັກນິກວິຊາຊີບແບບປະສົມນໍ້າບາກ ຄະນະໂຄສະນາອົບຮົມເມືອງນໍ້າບາກ ໄດ້ຈັດຕັ້ງພິທີປາຖະກະຖາ ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 64 ປີ ແລະ ວັນວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນຳພັກ ແລະແນວລາວສ້າງຊາດ ຄົບຮອບ 63 ປີ
ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ຄຳສະໝອນ ເພັດດາລາ ຮອງເລຂາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ ເປັນຜູ້ປາຖະກະຖາເລົ່າມູນ 2 ວັນປະຫວັດສາດດັ່ງກ່າວ ເຊິ່ງມີຄະນະປະຈໍາ,ຄະນະພັກ, ຫົວໜ້າສູນບຳບັດຢາເສບຕິດ, ຄູອາຈານ, ນັກສຶກສາໂຮງຮຽນເຕັກນິກວິຊາຊີບແບບປະສົມນໍ້າບາກ, ຜູ້ຊີ້ນໍາກຸ່ມນໍ້າຖ້ວມ, ຫົວໜ້າ ປກສ ກຸ່ມນໍ້າຖ້ວມ ແລະ ນາຍບ້ານ ບ້ານໃກ້ຄຽງກຸ່ມນໍ້າຖ້ວມເຂົ້າຮ່ວມທັງໝົດ 88ທ່ານ, ຍິງ 40 ທ່ານ ໃນການປາຖະກະຖາຄັ້ງນີ້ ເພື່ອເປັນການໂຄສະນາ, ເຜີຍແຜ່, ຫວນຄືນມູນເຊື້ອອັນດີງາມຂອງພັກໃຫ້ແກ່ ສະມາຊິກພັກ, ພະນັກງານ-ລັດຖະກອນ, ນັກສຶກສາ ແລະ ປະຊາຊົນລາວທຸກຊັ້ນຄົນໃນສັງຄົມໄດ້ຮັບຮູ້ເຂົ້າໃຈກ່ຽວກັບການນຳພາຂອງພັກອັນຖືກຕ້ອງສະຫຼາດສ່ອງໃສ, ຄວາມປີຊາສາມາດ, ຄວາມບໍລິສຸດພຸດຜ່ອງ,ຄວາມຈົ່ງຮັກພັກດີຕໍ່ພັກຕໍ່ປະເທດຊາດ, ຄວາມສາມັກຄີເປັນຈິດໜຶ່ງໃຈດ່ຽວ, ຄວາມອົດທົນ, ນໍ້າໃຈຮັກຊາດອັນແຮງກ້າ, ນໍ້າໃຈສູ້ຣົບຢ່າງພິລະອາດຫານ, ມີໄຫວພິບຂອງບັນດາຜູ້ນຳພັກ-ລັດ ແລະ ກອງພັນທີ 2 ພ້ອມທັງສົ່ງເສີມໃຫ້ສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າຈົ່ງນຳເອົາມູນເຊື້ອອັນດີງາມຂອງພັກເຮົາມາໝູນໃຊ້ເຂົ້າໃນຈັດຕັ້ງປະຕິບັດວຽກງານຂອງຕົນຮັບຜິດຊອບມອບໝາຍຈາກຂັ້ນເທິງໃຫ້ມີປະສິດທິພາບສູງສຸດເພື່ອປົກປັກຮັກສາປະເທດຊາດໄວ້ໃຫ້ໝັ້ນຄົງ ແລະ ກໍ່ສ້າງລະບອບປະຊາທິປະໄຕປະຊາຊົນ ໃຫ້ບັນລຸຕາມຈຸດໝາຍສັງຄົມນິຍົມ.
ຂ່າວ: ອ່ອນຈັນ ແກ້ວມະນີພອນ
ບັນນາທິການຂ່າວ ຄອຂ ກວດແກ້: ຄຳຫຼ້າ ໄຊຍະວົງ
ມີ 7 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 83 |
![]() | ມື້ວານນີ້ | 201 |
![]() | ອາທິດນີ້ | 791 |
![]() | ເດືອນນີ້ | 5048 |
![]() | ທັງໝົດ | 237324 |