​ຊົມ​ເຊີມ​ວັນ​ສ້າງ​ຕັ້ງ​ພັກ ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ​ຄົບ​ຮອບ 67 ປີ ຢ່າງ​ສຸດ​ໃຈ.

ອອກ​ແຮງ​ແຂ່ງ​ຂັນ​ສ້າງ​ຜົນ​ງານ​ຄຳ​ນັບ​ຮັບ​ຕ້ອນ​ວັນ​ສ້າງ​ຕັ້ງ​ພັກ ຄົບ​ຮອບ 67 ປີ.

ເມືອງຈອມເພັດຈັດພິທີ ປາຖະກະຖາ 3 ວັນສໍາຄັນຂອງຊາດ - ຂອງພັກ

ໃນຕອນເຊົ້າ ຂອງວັນທີ 21 ມິນາ 2023 ນີ້, ຢູ່ທີ່ສະໂມສອນໃຫຍ່ຂອງ ເມືອງຈອມເພັດ, ໄດ້ຈັດພິທີ ປາຖະກະຖາ 3 ວັນສໍາຄັນຂອງຊາດ - ຂອງພັກ ໂດຍການເປັນປະທານ ຂອງສະຫາຍ ສາຍສະໜອນ  ສາລິວົງ  ເລຂາພັກເມືອງ, ເຈົ້າເມືອງຈອມເພັດ, ມີບັນດາ ສະຫາຍ ຮອງເລຂາພັກເມືອງ, ສະຫາຍຄະນະປະຈໍາພັກເມືອງ, ສະຫາຍກໍາມະການພັກເມືອງ, ຫົວໜ້າຫ້ອງການ, ຫົວໜ້າກອງບັນຊາການ ປກສ  - ປກຊ, ພະນັກງານອາວຸໂສ ບໍານານ , ສະມາຊິກພັກ, ພະນັກງານລັດຖະກອນ, ທະຫານ,ຕໍາຫຼວດຕະຫຼອດຮອດເລຂາພັກບ້ານ, ເຂດເທດສະບານ ເຂົ້າຮ່ວມຮັບຟັງທັງໜົດ   193  ທ່ານ, ຍິງ  43  ທ່ານ, ສະມາຊິກພັກເຂົ້າຮ່ວມ   188 ສະຫາຍ,  ຍິງ  40 ສະຫາຍ.

ໃນພິທີ ສະຫາຍ ນາງ ຈັນດີ ເຢັງວື ຮອງເລຂາພັກເມືອງ, ປະທານກວດກາ ພັກ - ລັດ ເມືອງຈອມເພັດ ສະມາຊິກສະພາປະຊາຊົນແຂວງ, ໄດ້ໃຫ້ກຽດເລົ່າມູນເຊື້ອ ວັນສ້າງຕັ້ງອົງການກວດກາ ພັກ  -  ລັດ  ສປປ ລາວ ຄົບຮອບ 41 ປີ, ພ້ອມດຽວກັນນີ້, ສະຫາຍ  ສາຍສະໜອນ ສາລິວົງ ເລຂາພັກເມືອງ, ເຈົ້າເມືອງຈອມເພັດ, ໄດ້ໃຫ້ກຽດຂື້ນເລົ່າມູນເຊື້ອ ວັນຄຽດແຄ້ນຂອງປະຊາຊົນລາວ - ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 77 ປີ ແລະ ວັນສ້າງຕັ້ງພັກປະຊາຊົນລາວ ຄົບຮອບ 68 ປີ, ສະຫາຍໄດ້ຍົກໃຫ້ເຫັນ ແລະ ຮັບຮູ້ກ່ຽວກັບສະພາບການ ແລະ ການກະກຽມການຕໍ່ສູ້ຕ້ານພວກລ່າເມືອງຂື້ນຝຣັ່ງຂອງໜ່ວຍພັກເມືອງທ່າແຂກ, ຄວາມໝາຍຄວາມສໍາຄັນຂອງບັ້ນຮົບປ້ອງກັນຕົວເມືອງທ່າແຂກ, ການກໍາເນີດພັກປະຊາຊົນປະຕິວັດລາວ,ຜົນສໍາເລັດແຫ່ງການຊີ້ນໍາ ນໍາພາ ຂອງພັກປະຊາຊົນປະຕິວັດລາວ, ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໜ່ໃຫ້ປະກົດຜົນເປັນຈິງ, ໃນຕອນທ້າຍພິທີຍັງໄດ້ມີການປະດັບຫຼຽນກາແຮງງານໃຫ້ແກ່ພະນັກງານຫຼັກແຫຼ່ງຂອງເມືອງຕື່ມອີກ.

 ບັນນາທິການຂ່າວ ຄອຂ ກວດແກ້: ຄໍາຫຼ້າ ໄຊຍະວົງ            ຂ່າວ: ສະຫາຍ ພັນທະລີ ສຸກຂະເສີມ 

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຈຳນວນຄົນອອນໄລ໌ທ

ມີ 8  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

213423
ມື້ນີ້ມື້ນີ້165
ມື້ວານນີ້ມື້ວານນີ້245
ອາທິດນີ້ອາທິດນີ້885
ເດືອນນີ້ເດືອນນີ້1647
ທັງໝົດທັງໝົດ213423