ໃນຕອນເຊົ້າຂອງວັນທີ 1 ມີຖຸນາ 2023 ນີ້. ຫ້ອງການກະສີກໍາ ແລະ ປ່າໄມ້ ເມືອງຈອມເພັດ ຈັດພິທີປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມີຖຸນາ 2023 ຢູ່ບ້ານຊຽງແມນ ແຖວເຂດພູນາງ ໂດຍໃຫ້ກຽດເຂົ້າຮ່ວມພິທີ ທ່ານ ຄໍາຂັນ ຈັນທະວີສຸກ, ເຈົ້າແຂວງຫຼວງພະບາງ, ທ່ານ ສາຍສະໝອນ ສາລິວົງ ເຈົ້າເມືອງຈອມເພັດ ທ່ານ ສີວອນ ວົງຄຳຈັນ ຫົວໜ້າພະແນກກະສິກໍາ - ປ່າໄມ້ແຂວງ, ພ້ອມດ້ວຍຫົວໜ້າ, ຮອງຫົວໜ້າພະແນກການຂອງແຂວງ, ການນຳຂອງເມືອງ,ພະນັກງານທົ່ວເມືອງຈອມເພັດ, ພະນັກງານທະຫານ, ຕໍາຫຼວດ, ນັກທຸລະກິດ, ຊາວຄ້າຂາຍ ຕະຫຼອດຮອດນ້ອງນ້ອຍນັກຮຽນ ແລະປະຊາຊົນາພາຍໃນບ້ານຊຽງແມນ ແລະ ບ້ານ ນາທ່າ ເຂົ້າຮ່ວມ.
ໂອກາດນີ້ ທ່ານ ວຽງສະຫວັນ ຈັນທະລັງສີ ຫົວໜ້າກະສິກຳ ແລະ ປ່າໄມ້ເມືອງຈອມເພັດ ໄດ້ມີຄຳເຫັນວ່າ: ໃນເດືອນມີຖຸນາ ທຸຸກໆປີຫ້ອງການກະສີກໍາ ແລະ ປ່າໄມ້ ສົມທົບກັບອົງການປົກຄອງ ເມືອງຈອມເພັດ ໄດ້ຈັດພິທີປູກຕົ້ນໄມ້, ເພື່ອສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມີຖຸນາ ຂອງທຸກໆປີ, ໃຫ້ມີອາກາດສົດຊື່ນ ແລະ ຮົ່ມເຢັນ ມີສີຂຽວ ທັງປຸກລະດົມໃຫ້ທຸກຄົນ ຮັບຮູ້ກ່ຽວກັບຜົົນປະໂຫຍດຂອງປ່າໄມ້ ທີ່ມີຄຸນຄ່າອັນໃຫຍ່ຫຼວງໃນການປົົກປັກຮັກສາດິນ, ນໍ້າ ແລະດັດສົມພູມອາກາດ ຕອບສະໜອງວັດຖຸດິບໃຫ້ໂຮງຈັກ ໂຮງງານ, ເປັນແຫ່ລງອາຫານ ແລະຢາຕອບສະໜອງການດໍາລົງຊີວິດປະຈໍາວັນຂອງປະຊາຊົນບັນດາເຜົ່າ. ສໍາລັບການປູກຕົ້ນໄມ້ ທີ່ ວັດກີ້ວນໍເນື້ອທີ່ໆເຮົາຈະປູກເສີມກ້ອງປ່າເຂດພູນາງໃນມື້ນີ້ເພື່ອທົດແທນໄມ້ທີ່ຖືກໄຟໄໝ້ລາມປ່າ ໃນໄລຍະທີ່ຜ່ານມາແມ່ນທາງຫ້ອງການກະສິກຳ ໄດ້ປະສານສົມທົບກັບກອງຄຸ້ມຄອງປ່າສະຫງວນ,ຂະແໝງປ່າໄມ້ແຂວງ, ມີເນື້ອທີ່ 10,16 ເຮັກຕາ, ທີ່ມີເບ້ຍໄມ້ນໍາມາປູກທັງໝົດມີ 11.000 ເບ້ຍ: ໃນນີ້ມີ ເບ້ຍໄມ້ສົ້ມຟາດ 6.00 ເບ້ຍ. ໃນເນື້ອທີ່ 10,6 ເຮັດຕ່າໄມ້ແຕ່ຄ່າ 4.400 ເບ້ຍ,ໄມ້ຍົມຫີນ 600, ຈາກນັ້ນ ທ່ານ ສາຍສະໝອນ ສາລີສົງ ໄດ້ຂຶ້ນກ່າວເປີດພີທີຢ່າງເປັນທາງການ ພ້ອມທັງຮຽກຮ້ອງໃຫ້ທຸກພາກສ່ວນ, ຈົ່ງມີສ່ວນຮ່ວມໃນການບົວລະບັດຮັກສາ ຕົ້ົ້ນໄມ້ທີ່ປູກແລ້ວ, ທັງສ້າງນິຕິກໍາ ໃນການປົກປັກຮັກສາຕົ້ນໄມ້ ເພື່ອໃຫ້ມີລະບຽບການຄຸ້ມຄອງສະເພາະ, ຊຸກຍູ້ໃຫ້ການຈັດຕັ້ງບ້ານ ລົງກວດກາໃນຂອບເຂດ, ຮັບຜິດຊອບ ເພື່ອບໍ່ໃຫ້ມີຜູ້ບຸກລູກໃນຕໍ່ໜ້າ. ພ້ອມນີ້ຍັງໄດ້ຂອບໃຈ ແກ່ ບໍລິສັດ ແລະ ບຸກຄົນ ການປະກອບສ່ວນຊຸກຍູ້ ເບ້ຍໄມ້,ມາປູກໃນວັນປູກຕົ້ນໄມ້ແຫ່ງຊາດປະຈໍາປີ 2023 ທີ່ເມືອງຈອມເພັດ ຕື່ມອີກ. ຈາກນັ້ນ ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວຫຼວງພະບາງ ພ້ອມດ້ວຍການນຳຂອງແຂວງ,ການນຳຂອງເມືອງຍັງໄດ້ໃຫ້ກຽດທ່ຽວຊົມບັນດາແຫຼ່ງທ່ອງທ່ຽວທາງດ້ານວັດທະນະທຳ ໂດຍສະເພາະແມ່ນ ວັດຫາດສ້ຽວ,ວັດລ້ອງຄູນຕື່ມອີກ
ຂຽນຂ່າວໂດຍ: ພັນທະລີ ສຸກຂະເສີມ ຈາກຄະນະໂຄສະນາອົບຮົມ ເມືອງຈອມເພັດ.
ມີ 21 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 92 |
![]() | ມື້ວານນີ້ | 201 |
![]() | ອາທິດນີ້ | 800 |
![]() | ເດືອນນີ້ | 5057 |
![]() | ທັງໝົດ | 237333 |