ໃນຕອນເຊົ້າຂອງວັນທີ 23 ມີນາ 2023 ນີ້ເວລາ 7 ໂມງການນໍາເມືອງນານເຊິ່ງນໍາໂດຍ ສະຫາຍ ຄໍາເກັ່ງ ຈັນທະວີສຸກ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງ-ເມືອງນານ ພ້ອມດ້ວຍຄະນະ, ມີນາຍແລະພົນທະຫານ, ນາຍແລະພົນຕໍາຫຼວດ ແລະ ນ້ອງນ້ອຍເຍົາວະຊົນໄດ້ວາງກະຕ່າດອກໄມ້ ແລະ ຈູດທູບທຽນບູຊາຢູ່ຕໍ່ໜ້າອານຸສາວະລີປະທານ ໄກສອນ ພົມວິຫານ ອະດີດຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ເພື່ອສະແດງຄວາມເຄົາລົບຮັກ ກະຕັນຍູຮູ້ບຸນຄຸນ ເຖິງຄຸນງາມຄວາມດີ ທີ່ໄດ້ສຸມສະຕິ,ປັນຍາ ເຂົ້າໃນການນໍາພາຂະບວນການຕໍ່ສູ້ຕ້ານການຮຸກຮານຂອງພວກຕ່າງດ້າວ ຈົນສາມາດຍາດມາໄດ້ໄຊຊະນະ ແລະ ນໍາເອົາຄວາມຢູ່ເຢັນເປັນສຸກມາສູ່ປະຊາຊົນລາວບັນດາເຜົ່າ ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ.
ໃນເວລາ 8 ໂມງຂອງວັນດຽວກັນນີ້ກໍ່ໄດ້ມີພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 68 ປີ ຂຶ້ນຢູ່ທີສະໂມສອນຂອງເມືອງ ພາຍໃຕ້ການເຂົ້າຮ່ວມເປັນປະທານ ແລະ ເປັນກຽດປາຖະກະຖາຂອງສະຫາຍ ຄໍາເກັ່ງ ຈັນທະວີສຸກ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງ-ເມືອງນານ ເຂົ້າຮ່ວມຮັບຟັງມີບັນດາສະຫາຍຮອງເລຂາພັກເມືອງ,ກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ພະນັກງານປະຕິວັດອາວຸໂສບໍານານ, ເລຂາພັກບ້ານພ້ອມດ້ວຍສະມາຊິກພັກພະນັກງານອ້ອມຂ້າງເມືອງເຂົ້າຮ່ວມ.
ພິທີໂດຍການເປັນກຽດປາຖະກະຖາເລົ່າມູນເຊື້ອຂອງສະຫາຍ ຄໍາເກັ່ງ ຈັນທະວີສຸກ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງ ເຊິ່ງໄດ້ໃຫ້ຮູ້ວ່າ: ທ້າຍສັດຕະວັດທີ 19 ພວກລ່າເມືອງຂຶ້ນໄດ້ເຂົ້າມາຍຶດຄອງປະເທດລາວ, ຫວຽດນາມ ແລະ ກໍາປູເຈຍ ເປັນຫົວເມືອງຂຶ້ນຂອງພວກເຂົາ ພາຍໃຕ້ແອກຄອບຄອງຂອງພວກລ່າເມືອງຂຶ້ນຝຣັ່ງປະຊາຊົນລາວບັນດາເຜົ່າໄດ້ຖືກພວກເຂົາກົດຂີ່ຂູດຮີດຢ່າງໜັກໜ່ວງ ແຕ່ຍ້ອນປະຊາຊົນລາວມີນໍ້າໃຈຮັກຊາດ,ຮັກບ້ານເກີດເມືອງນອນຂອງຕົນບໍ່ຍອມເປັນຂ້ອຍຂ້າຂອງພວກສັດຕູ ປະຊາຊົນລາວບັນດາເຜົ່າຈຶ່ງໄດ້ລຸກຮື້ຂຶ້ນຕໍ່ສູ້ຢ່າງເດັດດ່ຽວ ພິລະອາດໃນຂອບເຂດທົ່ວປະເທດ, ແຕ່ຂະບວນການຕໍ່ສູ້ດັ່ງກ່າວກໍ່ຖືກປາບປາມຢ່າງໂຫດຮ້າຍ ປ່າເຖື່ອນ ຈາກລູກມືຂອງພວກລ່າເມືອງຂຶ້ນຝຣັ່ງ ກອງປະຊຸມໃຫຍ່ຄັ້ງທີ 2 ຂອງພັກຄອມມູນິດອິນດູຈີນ ປີ 1951 ໄດ້ມີມະຕິຕົກລົງໃຫ້ແຕ່ລະປະເທດສ້າງຕັ້ງພັກເອກະລາດຂອງຕົນຂຶ້ນ ບັນດາສະຫາຍສະມາຊິກພັກກອມມູນິດອິນດູຈີນຂອງລາວກໍ່ໄດ້ຈັດຕັ້ງຄະນະກໍາມະການປະຊາຊົນລາວຂຶ້ນເພື່ອສຶບຕໍ່ພາລະກິດນໍາພາປະຕິວັດຢູ່ລາວພ້ອມທັງກະກຽມຄວາມພ້ອມດ້ານຕ່າງໆ ເປັນເວລາຫຼາຍປີຈິ່ງສາມາດດໍາເນີນກອງປະຊຸມໃຫຍ່ຄັ້ງທໍາອິດຂຶ້ນໃນວັນທີ 22 ມີນາ 1955 ທີ່ບ້ານ ນາແມວ ເມືອງວຽງໄຊ ແຂວງຫົວພັນ ເຊິ່ງເປັນເຂດທີ່ໝັ້ນຂອງການປະຕິວັດໃນເວລານັ້ນ ແລະ ໄດ້ເອີ້ນຊື່ວ່າພັກປະຊາຊົນ ປະຕິວັດລາວ ໂດຍແມ່ນ ປະທານ ໄກສອນ ພົມວິຫານ ເປັນເລຂາທິການໃຫຍ່ ພາຍຫຼັງພັກໄດ້ຖືກສ້າງຕັ້ງຂຶ້ນກໍ່ໄດ້ປະເຊີນໜ້າກັບສິ່ງທ້າທາຍອັນໜັກໜ່ວງຕໍ່ພາລະກິດໃນດ້ານຕ່າງໆ ແຕ່ຍ້ອນພາຍໃຕ້ການຊີ້ນໍາ-ນໍາພາຢ່າງສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ, ກອງທັບ ແລະ ປະຊາຊົນລາວ ຈິ່ງສາມາດຕີເອົາໄຊຊະນະຈາກພວກສັດຕູໄດ້ຢ່າງສະຫງ່າງາມ ແລະ ໂອກາດດັ່ງກ່າວສະຫາຍ ຄໍາເກັ່ງ ຈັນທະວີສຸກ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເມືອງນານ ຍັງໄດ້ຜ່ານມູນເຊື້ອວັນຄຽດແຄ້ນຂອງປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດຢ່າງກ້າແກ່ນບໍ່ຍອມຈໍານົນໃຫ້ກັບພວກລ່າເມືອງຂຶ້ນຝຣັ່ງຄືວັນທີ 21 ມີນາ 1946-21 ມີນາ 2023 ຄົບຮອບ 77 ປີ ຕື່ມອີກ.
ບັນນາທິການຂ່າວ ຄອຂ ກວດແກ້: ຄໍາຫຼ້າ ໄຊຍະວົງ ຂ່າວ: ຫຸມແພງ ສີດາໄລ
ມີ 8 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 90 |
![]() | ມື້ວານນີ້ | 201 |
![]() | ອາທິດນີ້ | 798 |
![]() | ເດືອນນີ້ | 5055 |
![]() | ທັງໝົດ | 237331 |