​ຊົມ​ເຊີມ​ວັນ​ສ້າງ​ຕັ້ງ​ພັກ ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ​ຄົບ​ຮອບ 67 ປີ ຢ່າງ​ສຸດ​ໃຈ.

ອອກ​ແຮງ​ແຂ່ງ​ຂັນ​ສ້າງ​ຜົນ​ງານ​ຄຳ​ນັບ​ຮັບ​ຕ້ອນ​ວັນ​ສ້າງ​ຕັ້ງ​ພັກ ຄົບ​ຮອບ 67 ປີ.

ຂ່າວ ພິທີປາຖະກະຖາ 2 ວັນປະຫວັດສາດ ວັນປະກາດເອກະລາດ ຄົບຮອບ 78 ປີ ແລະ ວັນສ້າງຕັ້ງການທູດລາວ ຄົບຮອບ 78 ປີ

ໃນຕອນເຊົ້າເວລາ 8:00 ໂມງ ຂອງວັນທີ 19/ຕຸລາ/2023 ຜ່ານມານີ້ ທາງຄະນະໂຄສະນາອົບຮົມເມືອງງອຍ ໄດ້ຈັດພິທີປາຖະກະຖາ 2 ວັນປະຫວັດສາດຄື: ວັນປະກາດເອກະລາດ ຄົບຮອບ 78 ປີ(12/ຕຸລາ/1945-12/ຕຸລາ/2023) ແລະ ວັນສ້າງຕັ້ງການທູດລາວ ຄົບຮອບ 78 ປີ 12/ຕຸລາ/1945-12/ຕຸລາ/2023 ຢູ່ທີ່ສະໂມສອນຂອງຫ້ອງການສຶກສາທິການ ແລະ ກິລາເມືອງ ພາຍໃຕ້ການເປັນປະທານໂດຍ ທ່ານ ຄຳເພັດ ຈັນທຸມມາ ຄະນະປະຈໍາພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ ຂຶ້ນປາຖະກະຖາ-ເລົ່າມູນເຊື້ອສອງວັນດັ່ງກ່າວ ປາກະຖາຄັ້ງນີ້ມີ ຄະນະປະຈຳ, ຄະນະພັກ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ສະມາຊິກພັກ, ພະນັກງານ-ລັດຖະກອນ, ພະນັກງານບຳນານ, ພະນັກງານເສຍອົງຄະ, ນາຍແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ແລະ ປະຊາຊົນບັນດາເຜົ່າພາຍໃນເທດສາບານເມືອງ ເຊິ່ງມີຈຳນວນພົນເຂົ້າຮ່ວມຮັບຟັງທັງໝົດ 108 ສະຫາຍ, ຍິງ 55 ສະຫາຍ, ສະມາຊິກພັກ 97 ສະຫາຍ, ຍິງ 35 ສະຫາຍ, ຈາກນັ້ນ ປະທານໄດ້ເລົ່າມູນເຊື້ອ ແລະ ບັນຍາຍສອງວັນປະຫວັດສາດ ເພື່ອເປັນການສຶກສາອົບຮົມການເມືອງ-ແນວຄິດ, ໃຫ້ແກ່ພະນັກງານ-ລັດຖະກອນ, ສະມາຊິກພັກ, ທະຫານ-ຕຳຫຼວດ ແລະປະຊາຊົນລາວບັນດາເຜົ່າ, ໄດ້ຮໍ່າຮຽນເອົາແບບຢ່າງທີ່ດີ, ນໍ້າໃຈຮັກຊາດອັນດູດດື່ມ, ຈິດໃຈຕໍ່ສູ້ພິລະອາດຫານກ້າແກ່ນ ມີທັດສະນະຫຼັກໝັ້ນອັນໜັກແໜ້ນ ແລະ ນໍ້າໃຈເສຍສະຫຼະອັນສູງສົ່ງ ເພື່ອຊາດ, ເພື່ອປະຊາຊົນ ແລະ ປົກປັກຮັກສາມູນເຊື້ອອັນດີງາມຂອງພັກຂອງຊາດ ເປັນຕົ້ນແມ່ນຄົນລຸ້ນໜຸ່ມໃຫ້ມີຄວາມຮັບຮູ້-ເຂົ້າໃຈ ກ່ຽວກັບວັນປະກາດເອກະລາດ 12/ຕຸລາ/1945 ແລະ ວັນສ້າງຕັ້ງການທູດລາວ 12/ຕຸລາ/1945.

ໃນຕອນທ້າຍພິທີ ທ່ານ ປະທານກໍ່ໄດ້ຮຽກຮ້ອງໃຫ້ພະນັກງານທຸກພາກສວ່ນ, ສະມາຊິກພັກ ແລະປະຊາຊົນບັນດາເຜົ່າ ຕ້ອງເປັນເຈົ້າການເຂົ້າຮ່ວມແກ້ໄຂປະກົດການຍໍ້ທໍ້ຕ່າງໆຢູ່ໃນງຄົມໃຫ້ທັນກັບເວລາ, ຕ້ອງໄດ້ເອົາໃຈໃສ່ທໍາການຜະລິດ ແລະ ອີງໃສ່ທ່າແຮງຂອງຕົນ, ແຕ່ລະທ້ອງຖີ່ນ, ແຕ່ລະຄອບຄົວ ຕ້ອງສ້າງຄວາມເຂັ້ມແຂງດ້ວຍຕົວເອງ ກຸ້ມຕົນເອງ, ແຂ່ງຂັນຮັກຊາດ ແລະ ພັດທະນາ ເພື່ອສ້າງລາຍຮັບເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນ ເພາະວ່າປະຈຸບັນປະເທກເຮົາພົບກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນສະນັ້ນ ພະນັກງານ, ສະມາຊິກພັກທຸກສະຫາຍຕ້ອງກ້າຕັດສິນໃຈ ກ້າຮັບຜິດຊອບໜ້າທີວຽກງານຕາມການມອບໝາຍຂອງຂັ້ນເທີງໃຫ້ມີຜົນສຳເລັດ, ຍົກສູງຄວາມສາມັກຄີໃຫ້ເປັນປຶກແຜ່ນແໜ້ນໜາ ພ້ອມກັນເສີມຂະຫຍາຍມູນເຊື້ອຂອງພັກ-ຂອງຊາດໃຫ້ມີຄວາມໝັ້ນຄົງ,ຍົກສູງຄວາມເປັນເຈົ້າການເຂົ້າຮ່ວມໃນການປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຢ່າງຮອບດ້ານ ແລະ ຈັດຕັ້ງເຊື່ອມຊຶມຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ່ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະງພັກເມືອງ ໃຫ້ເຂົ້າສູ່ຊີວິດຕົວຈິງ ທັງເປັນການປັບປຸງກໍ່ສ້າງພັກໃນທຸກດ້ານ, ປົວແປງພາຍໃນພັກໃຫ້ເລິກເຊີ່ງ ມີຄວາມປອດໃສ່, ເຂັ້ມແຂງ, ໜັກແໜ້ນ.

ຂ່າວ: ຟົງ ເລົ່າປ່າໄຊ

ບກ:​ ຄໍາຫຼ້າ ໄຊຍະວົງ

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຈຳນວນຄົນອອນໄລ໌ທ

ມີ 10  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

256381
ມື້ນີ້ມື້ນີ້63
ມື້ວານນີ້ມື້ວານນີ້662
ອາທິດນີ້ອາທິດນີ້1792
ເດືອນນີ້ເດືອນນີ້2918
ທັງໝົດທັງໝົດ256381