​ຊົມ​ເຊີມ​ວັນ​ສ້າງ​ຕັ້ງ​ພັກ ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ​ຄົບ​ຮອບ 67 ປີ ຢ່າງ​ສຸດ​ໃຈ.

ອອກ​ແຮງ​ແຂ່ງ​ຂັນ​ສ້າງ​ຜົນ​ງານ​ຄຳ​ນັບ​ຮັບ​ຕ້ອນ​ວັນ​ສ້າງ​ຕັ້ງ​ພັກ ຄົບ​ຮອບ 67 ປີ.

ຂ່າວ ກອງປະຊຸມ ກາງສະໄໝ ຂອງໜ່ວຍພັກ ຈັດຕັ້ງ-ກວດກາ ແລະ ຄະນະໂຄສະນາອົບຮົມ ເມືອງໂພນໄຊ

ຕອນ​ບ່າຍ ເວລາ 13:30ໂມງ​ນາ​ທີ ຂອງວັນ​ທີ 16 / 1 / 2023 ທີ່​ຫໍ​ປະ​ຊຸມ​ໃຫ່​ຍ​ຂອງ​ເມືອງ​ໂພນ​ໄຊ ໄດ້ຈັດ​ເປີດກອງ​ປະ​ຊຸມ​ກາງ​ສະ​ໄໝ ຂອງ​ໜ່ວຍ​ພັກຈັດ​ຕັ້ງ-ກວດ​ກາ ແລະ ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ, ໃນ​ນີ້​ໃຫ້​ກຽດ​ເຂົ້າ​ຮ່ວມ​ເປັນ​ປະ​ທານກອງ​ປະ​ຊຸມ​ໂດຍ ສະ​ຫາຍ ຊາຍ​ພອນ ສຸ​ອຸ​ໄທ ຮອງ​ເລ​ຂາ​ພັກ​ເມືອງ ປະ​ທານກວດ​ກາ​ພັກ-ລັດ​ເມືອງ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ແຂວງ, ປະ​ທານ​ຮ່ວມ​ໂດຍ ສະ​ຫາຍ ສຸກ​ສະ​ຫວາດ ສູນ​ສຸກ​ດາ ກຳ​ມະ​ການ​ພັກ​ເມືອງ ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ເມືອງ, ປະ​ທານ​ຮ່ວມ​ໂດຍ ສະ​ຫາຍ ຄື​ຕົ່ງ ເຊັ່ງ​ວ່າງ ກຳ​ມະ​ການ​ພັກ​ເມືອງ ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ເມືອງ, ມີ​ແຂກ​ຖືກ​ເຊີນ, ສະ​ຫາຍເລ​ຂາ​ໜ່ວຍ​ພັກອ​ອ້ມ​ຂ້າງ​ເມືອງ, ມີ​ສະ​ມາ​ຊິກ​ພັກພາຍ​ໃນ​ໜ່ວຍ​ ມີ​ຜູ້​ເຂົ້າ​ຮ່ວມ​ທັງ​ໝົດ 33 ສະ​ຫາຍ, ຍິງ 4 ສະ​ຫາຍ.

​        ໃນ​ໂອ​ກາດ​ນີ້ ສະ​ຫາຍ ສຸກ​ສະ​ຫວາດ ສູນ​ສຸກ​ດາ ກຳ​ມະ​ການ​ພັກ​ເມືອງ ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ເມືອງ ໄດ້​ກ່າວ​ເປີດກອງ​ປະ​ຊຸມ​ກາງ​ສະ​ໄໝ ຂອງ​ໜ່ວຍ​ພັກ​ຈັດ​ຕັ້ງ-ກວດ​ກາ ແລະ ໂຄ​ສະ​ນາ​ອົບ​ຮົມ, ສະ​ຫາຍ ສຸກ​ສະ​ຫວາດ ສູນ​ສຸກ​ດາ ຍັງ​ໄດ້​ຜ່ານ​ບົດ​ສະຫຼຸບກາງ​ສະ​ໄໝສອງ​ພາກ ເຊິ່ງ​ໃນ​ນັ້ນ​ໄດ້​ຍົກ​ໃຫ້​ເຫັນ​ບາງຜົນ​ງານ​ດີ​ເດັ່ນ​ທີ່​ສາ​ມາດ​ຍາດ​ມາ​ໄດ້ເຊັ່ນ :1/.ໃນ​ໄລ​ຍະ 3 ປີຜ່ານ​ມາພວກ​ເຮົາສາ​ມາດ​ຮັບ​ເງິນ​ສະ​ຕິ​ພັກ​ຈາກ​ຮາກ​ຖານ​ພັກ ແລະ ສຳ​ນັກ​ງານ​ອົງ​ການ ໄດ້​ທັງ​ໝົດ 48,735,000​ ກີບ, 2/.​ວຽກ​ງານ​ໂຄ​ສະ​ນາໃນໄລຍະ 3 ປີ​ຜ່ານ​ມາ​ໄດ້​ເປັນເຈົ້າການເຄື່ອກໄຫວໃນການກະກຽມ,ຮຽບຮຽງເອກະສານວັນສຳຄັນ​ຕ່າງໆຂອງພັກ,ຂອງຊາດ,ຂອງສາກົນແລະຄຸນສົມບັດສິນທຳປະຕິວັດຂອງທ່ານຜູ້ນຳໄປປາຖະກາຖາຢູ່ພາຍໃນເມືອງ,ສຳນັກງານ-ອົງການ,ຮາກຖານບ້ານໄດ້​ທັງ​ໝົດ 36 ຄັ້ງ,ມີ 49 ເອກະສານ, ມີ​ຈຳ​ນວນ​ພົນ​ເຂົ້າ​ຮັບ​ຟັງ​ທັງ​ໝົດ 4.458 ເທື່ອ​ຄົນ, ຍິງ 2.022 ເທື່ອ​ຄົນ, ສະ​ມາ​ຊິກ​ພັກ 2.682 ສະ​ຫາຍ, ຍິງ 840 ສະ​ຫາຍ, ໄດ້ສຳ​ເລັດເປີດຮຽນທິດສະດີການເມືອງ-ການປົກຄອງຊັ້ນຕົ້ນ 3 ເດືອນໄດ້ 1 ຊຸດ, ມີຜູ້ເຂົ້າຮຽນທັງ​ໝົດ 65 ສະຫາຍ,ຍິງ 9 ສະຫາຍ,ໄດ້ສຳເລັດການເປີດຝຶກອົບຮົມການຄົ້ນຄວ້າສັງລວມຫາງສຽງສັງຄົມໄດ້ 1 ຊຸດ ມີນັກສຳມະນາກອນເຂົ້າຝຶກທັງໝົດ 35 ທ່ານ,ຍິງ 2 ສະຫາຍ, ໄດ້​ສຳ​ເລັດເປີດຮຽນເອກະສານສະໜັບສະໜູນໄດ້ 7 ຊຸດ,ມີຜູ້ເຂົ້າຮຽນທັງ​ໝົດ 199 ສະຫາຍ,ຍິງ 62 ສະຫາຍ, ​ຂຽນຂ່າວໄດ້ 27 ຂ່າວ. 3/.ພວກເຮົາໄດ້ຖືສຳຄັນ ແລະ ເອົາໃຈໃສ່ປັບປຸງລະບົບການເມືອງໃຫ້ມີຄວາມ​ເຂັ້ມ​ແຂງ, ໜັກແໜ້ນ, ເຄື່ອນໄຫວມີປະສິດທະພາບດີຂຶ້ນໂດຍໄດ້ເພີ່ມທະວີບົດບາດການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດ, ປັບປຸງລະບົບການຈັດຕັ້ງ ແລະ ແບບແຜນວິທີເຮັດວຽກຂອງການຈັດຕັ້ງພັກ, ອົງການລັດ ແລະ ອົງການຈັດຕັ້ງມະຫາຊົນ​ ໃຫ້​ມີ​ຄວາມ​ກົມກຽວ​ກັນ, ສຸມໃສ່ກໍ່ສ້າງໜ່ວຍພັກປອດ​ໃສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ ເພື່ອຍົກລະດັບຄວາມສາມາດນຳພາຂອງຄະນະໜ່ວຍພັກ ບົນຫຼັກການລວມສູນປະຊາທິປະໄຕ, ປັບປຸງຄຸນທາດການເມືອງ, ເພີ່ມທະວີຄວາມມີລະບຽບວິໄນ, ເສີມຂະຫຍາຍບົດບາດນຳໜ້າ ແລະ ເປັນແກນນໍາ ຂອງສະມາຊິກພັກໃນການຈັດຕັ້ງຕ່າງໆ; ມາຮອດປັດຈຸບັນໜ່ວຍພັກພວກເຮົາໄດ້ຮັບຮອງເປັນໜ່ວຍ​ພັກ​ປອດ​ໃສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ ໃນແຕ່ລະປີ ໂດຍຜ່ານ​ຂະ​ບວນການ​ດຳເນີນຊີວິດການເມືອງໃນ​ຊຸດ​ນີ້​ ສາມາດ​ຕີ​ລາຄາ​ຈັດ​ປະ​ເພດ​ສະມາຊິກ​ພັກ​ຄື: ມີ​ສະມາຊິກ​ພັກ​ທັງ​ໝົດມີ 18 ສະຫາຍ, ຍິງ 4 ສະຫາຍ, ສາ​ມາດ​ຕີ​ລາ​ຄາ​ຈັດ​ປະ​ເພດ​ແຂງໄດ້ 17 ສະຫາຍ, ຍິງ 3 ສະຫາຍ, ກວມເອົາ 94,44%, ປະເພດກາງໄດ້ 1 ສະຫາຍ ກວມເອົາ 5,56 %, ເຊິ່ງ​ໃນ​ນັ້ນ​ຍັງ​ໄດ້​ມອບ​ຫຼຽນ​ກາ, ໃບ​ຍ້ອງ​ຍໍ​ຂັ້ນ​ກະ​ຊວງ, ໃບ​ຍ້ອງ​ຍໍ​ເຈົ້າ​ແຂວງ ແລະ ໃບ​ຍ້ອງ​ຍໍ​ຂ​ອງ​ເຈົ້າ​ເມືອງ​ໃຫ້​ຜູ້​ທີ​ມີ​ຜົນ​ງານ​ດີ​ເດັ່ນ​ຈຳ​ນວນ​ໜື່ງ ໂດຍ​ໃຫ້​ກຽດ​ຂື້ນມອບ​ໂດຍ ສະ​ຫາຍ ຊາຍ​ພອນ ສຸ​ອຸ​ໄທ ຮອງ​ເລ​ຂາ​ພັກ​ເມືອງ ປະ​ທານກວດ​ກາ​ພັກ-ລັດ​ເມືອງ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ແຂວງ,

ໃນ​ນີ້​ຕິດ​ພັນ​ກັບ​ຜົນ​ງານໃນ​ໄລ​ຍະ 3 ປີ​ຜ່ານ​ມາ ແລະ ຄຽງ​ຄູ່​ກັນນັ້ນຍັງມີ​​ຂໍ​ຄົງ​ຄ້າງ​ຈຳ​ນວນ​ໜື່ງ​ເຊິ່ງ​ຈະ​ຕ້ອງ​ໄດ້​ສືບ​ຕໍ່​ປະ​ຕິ​ບັດ​ໃຫ້​ບັນ​ລຸ​ຕາມ​ຄາດ​ໝາຍ​ທີ່​ໄດ້​ກຳ​ນົດ​ໄວ້.

ໃນ​ຕອນ​ທ້າຍ​ນີ້​ຍັງ ສະ​ຫາຍ ຊາຍ​ພອນ​ ສຸ​ອຸ​ໄທ ຮອງ​ເລ​ຂາ​ພັກ​ເມືອງ ປະ​ທານກວດ​ກາ​ພັກ-ລັດ​ເມືອງ ໄດ້​ຂື້ນ​ມີ​ຄຳ​ເຫັນ​ຕໍ່​ກອງ​ປະ​ຊຸມ​ກາງ​ສະ​ໄໝ​​ຂອງ 3 ອົງ​ການ ເຊິ່ງ​ປະ​ທານ​ໄດ້​ຊົມ​ເຊີຍ​ຕໍ່​ຜົນ​ງານ​ທີ່​ຍາດ​ແຍງ​ມາ​ໄດ້ ແລະ ຕິດ​ພັນ​ກັບ​ຂໍ້​ຄົງ​ຄ້າງ ປະ​ທານ ມີ​ຄຳ​ເຫັນ​ຄື : 1/. ການ​ນຳ​ພາ​ຊີ້​ນຳ​ການ​ສະຫຼຸບ​ຕີ​ລາ​ຄາ​ຄືນ​ໃນ​ແຕ່​ລະ​ເດືອນ, ແຕ່​ລະ​ປີ​ຍັງ​ບໍ່​ທັນ​ປົກ​ກະ​ຕິ​ ແລະ ບໍ່ທັນເລິກ​ເຊິງ​, ຊອກ​ບໍ່​ທັນ​ເຫັນ​ດ້ານອ​ອ່ນ​ຂໍ້​ຄົງ​ຄ້າງ ແລະ ທ່າ​ແຮງ​ທີ່​ພວກ​ເຮົາ​ຈະ​ສຸມ​ໃສ່​ການ​ສູ້​ຊົນ​ໃຫ້​ບັນ​ລຸ​ຕາມ​ຄາດ​ໝາຍ​ທີ່​ໄດ້​ວາງ​ໄວ້. 2/.ຄວາມ​ເປັນ​ແບບ​ຢ່າງ ຊື່​ສັດ​ປອດ​ໃສ ຄວາມ​ຫ້າວ​ຫັນ​ກະ​ຕື​ລື​ລົ້ມ ຄວາມ​ຈົ່ງ​ຮັກ​ພັກ​ດີ​ທີ່​ໄດ້​ຮັບ​ມອບ​ໝາຍ ຄວາມ​ສາ​ມັກ​ຄີ​ພາຍ​ໃນ​ຂອງ​ພັກ, ສະ​ມາ​ຊິກ​ພັກ​ຈຳ​ນວນ​ໜື່ງ​ຍັງ​ເຮັດ​ບໍ່​ທັນ​ໄດ້​ດີ​ເທົ່າ​ທີ​ຄວນ. 3/. ແບບ​ແຜນ​ການ​ນຳ​ພາ​ຂອງ​ຄະ​ນະ​ພັກ​ຍັງ​ບໍ່​ທັນ​ຮັບ​ປະ​ກັນ​ລັກ​ສະ​ນະ​ລວມ​ສູນ​ປະ​ຊາ​ທິ​ປະ​ໄຕ ນຳ​ພາ​ເປັນ​ໝູ່​ຄະ​ນະ ການມອບ​ໝາຍ​ວຽກ​ງານ​ໃຫ້​ບຸກ​ຄົນ​ຍັງ​ບໍ່​ທັນ​ລະ​ອຽດ​ຈະ​ແຈ້ງ, ການ​ຊຸກ​ຍູ້​ຕິດ​ຕາມ,ກວດ​ກາ,ການ​ສະຫຼຸບ​ລາຍ​ງານ,ຖອດ​ຖອນ​ບົດ​ຮຽນ​ເພື່ອ​ລາຍ​ງານ​ໃຫ້​ຂັ້ນ​ເທິງ​ຍັງ​ບໍ່​ເປັນ​ປົກ​ກະ​ຕິ, ການ​ປະ​ສານ​ກັບ​ຄະ​ນະ​ພັກ​ຍັງ​ບໍ່​ທັນ​ກົມ​ກຽວ ແລະ ບໍ່​ທົ່ວ​ເຖິງ. 4/.ການ​ນຳ​ພາ​ສ້າງ​ໜ່ວຍ​ພັກ​ປອດ​ໃສ​ໜັກ​ແໜ້ນ​ບໍ່​ທັນ​ຮັບ​ປະ​ກັນ​ທາງ​ດ້ານ​ຄຸນ​ນະ​ພາບ​, ສ່ວນຫຼາຍ​ໄດ້​ແຕ່​ປະ​ລິ​ມານ​ໄດ້​ຮູບ​ແບບ​ນະ​ໂຍ​ບາຍ ແລະ ຍັງ​ມີ​ມະ​ຫາ​ຊົນ​ຈຳ​ນວນ​ໜື່ງ​ທີ່​ຕົກ​ຄ້າງ ແກ່​ຍາວ​ເປັນ​ເວ​ລາ​ຫຼາຍ​ປີ ຍັງ​ບໍ່​ທັນ​ໄດ້​ເຂົ້າ​ເປັນ​ສະ​ມາ​ຊິກ​ພັກ​ສ່ວນຫຼາຍ​ແມ່ນ​ຢູ່​ຮາກ​ຖານ​ບ້ານ.

ກອງ​ປະ​ຊຸມ​ໄດ້​ດຳ​ເນີນ​ເປັນ​ເວ​ລາ​ໜື່ງ​ຕອນ ສະ​ຫາຍ ສຸກ​ສະ​ຫວາດ ສູນ​ສຸກ​ດາ​ ກຳ​ມະ​ການ​ພັກ​ເມືອງ ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ເມືອງໄດ້ຂື້ນ​ກ່າວ​ປີດກອງ​ປະ​ຊຸມ​ຢ່າງ​ເປັນ​ທາງ​ການ ເວ​ລາ 16:30 ນາ​ທີ ຢູ່​ທີ່​ຫ້ອງ​ປະ​ຊຸມ​ໃຫ່​ຍ​ຂອງ​ເມືອງ.

 

ບັນນາທິການຂ່າວ ຄອຂ ກວດແກ້: ຄໍາຫຼ້າ ໄຊຍະວົງ                                             ຜູ້​ຂຽນ​ຂ່າວ : ຈື່​ຢົ່ງ ເລົ່າ.

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຈຳນວນຄົນອອນໄລ໌ທ

ມີ 13  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

193920
ມື້ນີ້ມື້ນີ້109
ມື້ວານນີ້ມື້ວານນີ້360
ອາທິດນີ້ອາທິດນີ້62
ເດືອນນີ້ເດືອນນີ້6729
ທັງໝົດທັງໝົດ193920