ໃນຕອນເຊົ້າ ເວລາ 8:00ໂມງນາທີ ຂອງວັນທີ 3 ຕຸລາ 2023 ທີ່ຫໍປະຊຸມໃຫ່ຍຂອງເມືອງໂພນໄຊ ໄດ້ຈັດ ພິທີ ປາຖະກະສາ ວັນຄົນພິການແຫ່ງຊາດ ແລະ ວັນສາກົນຜູ້ອາຍຸສູງ ປະຈໍາປີ 2023 ໃນນີ້ໃຫ້ກຽດເຂົ້າຮ່ວມເປັນປະທານ ໂດຍສະຫາຍ ຊາຍພອນ ສຸອຸໄທ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ ສະມາຊິກປະຊາຊົນແຂວງ, ມີສະຫາຍຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ກອງບັນຊາການ ປກສ - ປກຊ, ຫົວໜ້າ-ຮອງຫ້ອງການ, ອາດິດການນໍາເມືອງ, ພະນັກງານບໍານານ, ພະນັກງານເສຍອົງຄະ, ຜູ້ຊົງຄຸນວຸດທິ ມີຜູ້ເຂົ້າຮ່ວມທັງໝົດ 97 ທ່ານ, ຍິງ 15 ທ່ານ.
ໃນພິທີປາຖະກະຖາ ປະທານໄດ້ຂື້ນເລົ່າຫວນຄືນມູນເຊື້ອວັນຄົນພິການແຫ່ງຊາດ ແລະ ວັນສາກົນຜູ້ອາຍຸສູງ ປະທານໄດ້ຍົກໃຫ້ເຫັນຄວາມໝາຍແລະຄວາມສໍສາຄັນໃນການສືບຕໍ່ປູກຈິດສໍສາສຶກລະດົມແນວຄິດໃຫ້ທຸກໆຄົນໃນສັງຄົມ ໂດຍສະເພາະແມ່ນຄົນຫຼຸ້ນໜຸ່ມໃຫ້ໄດ້ຮັບຮູ້ຢ່າງຖືກຕ້ອງແລະຮໍ່າຮຽນເອົາຜົນງານຄວາມດີຂອງບັນພະບູລຸດຂອງຮຸ້ນອາວຸໂສ, ພະນັກງານບໍານານ, ຜູ້ອາຍຸສູງ, ຜູ້ພິການ-ເສຍອົງຄະທີ່ໄດ້ເສຍສະຫຼະອຸທິຕົນເພື່ອພາລະກິດຕໍ່ສູ້ກູ້ຊາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງພວກເຮົາມາຮອດປະຈຸບັນນີ້, ສຸດທ້າຍນີ້ ປະທານຍັງໄດ້ມີຄໍາເຫັນຊີ້ນໍາ ຄື :
1/. ເພີມທະວີໃນການຕິດຕາມເກັບກໍກາສະພາບຫາງສຽງສັງຄົມ, ຍົກສູງສະຕິຄວາມເປັນເຈົ້າການໃນການຄຸ້ມຄອງຊີ້ນໍາ-ນໍາພາໃນການຊີ້ແຈງການໃສ່ກົນອຸບາຍຫຼອກລວງ, ຖ້ວຍທໍານອງໃນການໂຄສະນາໃສ່ຮ້າຍປ້າຍສີຂອງພວກສັດຕູ ທີບໍ່ຫວັງດີຕໍ່ພັກ-ລັດ ຕ້ອງມີການຄົ້ນຄວ້າ, ວິເຄາະ, ວິໄຈ ບັນຫາປະກົດການຫຍໍ້ທໍ້ຕ່າງໆພາຍໃນເມືອງເພື່ອແກ້ໄຂໃຫ້ທັນກັບເວລາ.
2/. ສືບຕໍ່ເພີມທະວີສຶກສາອົບຮົມການເມືອງແນວຄິດ ໃຫ້ຖືເອົາວຽກງານການເມືອງແນວຄິດເປັນວຽກຫຼັກ ຮຽກຮ້ອງມາຍັງບັນດາສະຫາຍຄະນະພັກ, ຫົວໜ້າຫ້ອງການ ສືບຕໍ່ເອົາວຽກງານດັ່ງກ້າວນີ້ລົງໄປຜັນຂະຫຍາຍເຊື່ອມຊືມໃຫ້ເປັນປົກກະຕິເພື່ອລຸດຜ່ອນບໍ່ໃຫ້ເກີດປະກົດການຫຍໍ້ທໍ້ຫາງສຽງສັງຄົມທີ່ຈະເກີດຂື້ນຢູ່ໃນໜ່ວຍພັກ ຢູ່ໃນກົມກອງຂອງຕົນ ເວົ້າແທ້ເສດຖະກິດປະຈຸບັນນີ້ມີຄວາມຫຍຸ້ງຍາກຫຼາຍ ມີອ້າຍນ້ອງສະມາຊິກພັກ, ພະນັກງານຈໍານວນໜື່ງໄດ້ປະລະໜ້າທີການເມືອງທີ່ຂັ້ນເທິງໄດ້ມອບໝາຍໃຫ້ ໄປທໍາທຸລະກິດ, ໄປຄ້າໄປຂາຍ, ໄປປູກໄປລ້ຽງ ຊອກຢູ່ຫາກິນລ້ຽງຄອບຄົວ.
3/. ຈາກນັ້ນກໍ່ຕ້ອງໄດ້ເອົາໃຈໃສ່ໃນການກໍ່ສ້າງປັບປຸງພັກ ໂດຍສະເພາະກໍ່ແມ່ນບັນດາການຈັດຕັ້ງຄະນະຮາກຖານພັກແຕ່ລະບ່ອນໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ທີສາມາດເປັນແບບຢ່າງທີ່ດີ, ບໍ່ວ່າຈະເປັນສະມາຊິກພັກ ຫຼື ເລຂາພັກບ້ານ ຕ້ອງມີຄວາມເດັ່ດດ່ຽວ ຕ້ານ, ແກ້ໄຂປະກົດການຫຍໍ້ທໍ້ທີ່ຈະເກີດຂື້ນຢູ່ໃນຮາກຖານບ້ານ, ຖັນແຖວສະມາຊິກພັກ, ພະນັກງານຂອງພວດເຮົາທີ່ສວຍໃຊ້ໜ້າທີ່ຕໍາແໜ່ງໄປໃນທາງທີ່ບໍ່ຖືກຕ້ອງ.
ມີ 8 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 67 |
![]() | ມື້ວານນີ້ | 662 |
![]() | ອາທິດນີ້ | 1796 |
![]() | ເດືອນນີ້ | 2922 |
![]() | ທັງໝົດ | 256385 |