ໃນຕອນເຊົ້າເວລາ 6: 00 ນາທີຂອງວັນທີ 23 ກັນຍາ 2022 ນີ້, ເມືອງຈອມເພັດ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງ ສະຫະພັນນັກຣົບເກົ່າແຫ່ງຊາດລາວ ຄົບຮອບ 20 ປີ ໂດຍໄດ້ເຂົ້າຮ່ວມວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນ ປະທານ ໄກສອນ ພົມວິຫານ, ຈາກນັ້ນເວລາ 8
: 00 ນາທີ, ປາຖະກະຖາ ເລົ່າມູນເຊື້ອວັນສ້າງຕັ້ງ ສະຫະພັນນັກຣົບເກົ່າແຫ່ງຊາດລາວ ຄົບຮອບ 20 ປີ, ຂື້ນຢູ່ທີສະໂມສອນໃຫຍ່ຂອງເມືອງຈອມເພັດ, ໂດຍການເປັນປະທານຂອງ ສະຫາຍ ສົມສັກ ສີລິວົງ ກໍາມະການພັກເມືອງ, ຮອງເຈົ້າເມືອງຈອມເພັດ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ,ຮອງຫ້ອງການ, ຫົວໜ້າກອງບັນຊາການ ປກສ - ປກຊ, ພະນັກງານລັດຖະກອນ, ພະນັກງານນັກຣົບເກົ່າຮາກຖານເຂົ້າຮ່ວມຮັບຟັງ,
ໃນພິທີ ສະຫາຍ ສົມສັກ ສີລິວົງ ກໍາມະການພັກເມືອງ, ຮອງເຈົ້າເມືອງຈອມເພັດ, ໄດ້ໃຫ້ກຽດຂື້ນເລົ່າມູນເຊື້ອການກໍາເນີດ ແລະ ຂະຫຍາຍຕົວຂອງວັນສ້າງຕັ້ງນັກຣົບເກົ່າວ່າ: ປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບຸນ ໃນວັນທີ 02 ທັນວາ ປີ 1975 , ພະນັກງານ - ນັກຮົບ ຈໍານວນໜື່ງໄດ້ເສຍສະຫຼະຊີວິດ, ຫຼາຍສະຫາຍໄດ້ຮັບບາດເຈັບ, ເສຍອົງຄະ, ເພື່ອແລກເອົາຄວາມເປັນເອກະລາດແຫ່ງຊາດ, ເພື່ອຄວາມຜາສຸກຂອງປະຊາຊົນບັນດາເຜົ່າ, ພ້ອມກັນນັ້ນກໍມີຫຼາຍສະຫາຍໄດ້ເປັນພະນັກງານຂັ້ນບັນຊາຢູ່ຂັ້ນສູນກາງ, ກະຊວງ, ແຂວງ ແລະ ເມືອງໃນທົ່ວປະເທດ, ມາຮອດປະຈຸບັນມີຫຼາຍສະຫາຍໄດ້ພັກຜ່ອນຮັບນະໂຍບາຍບໍານານ, ອອກໄປສ້າງເສດຖະກິດຄອບຄົວຢູ່ຕາມທ້ອງຖີ້ນຕ່າງໆ, ໃນພິທີກໍ່ໄດ້ມີການມອບໃບຢັ້ງຢືນ 3 ດີ 6 ຮັກສາໃຫ້ແກ່ບັນດາພະນັກງານນັກຣົບເກົ່າຜູ່ທີ່ມີຜົນງານດີເດັດໃນໄລຍະຜ່ານມາ ທັງໜົດ 69 ສະຫາຍ,ເຊິ່ງລວມທັງຂັ້ນຮາກຖານ, ເພື່ອເປັນການເຊີດຊູການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງບັນດາພະນັກງານຖັ້ນແຖວນັກຮົບເກົ່າຂອງເມືອງຈອມເພັດຕື່ມອີກ.
ມີ 12 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 162 |
![]() | ມື້ວານນີ້ | 340 |
![]() | ອາທິດນີ້ | 1492 |
![]() | ເດືອນນີ້ | 1162 |
![]() | ທັງໝົດ | 180971 |