ໃນລະຫວ່າງກາງເດືອນ ເມສາ 2021 ຜ່ານມານີ້ ຄະນະນໍາຂອງເມືອງວຽງຄໍາ ນໍາພາໂດຍສະຫາຍ ຊາຍພອນ ຈັນທຸມມາ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເມືອງວຽງຄໍາ ໄດ້ເຂົ້າວາງກະຕ່າດອກໄມ້ຢູ່ທີ່ອານຸສາວະລີ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ ເນື່ອງໃນໂອກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ ເພື່ອສະແດງເຖິງຄວາມອາໄລຮັກ, ຮູ້ບຸນຄຸນຢ່າງສຸດຊຶ້ງ ແລະຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ຜູ້
ນຳພາກໍ່ຕັ້ງພັກ, ກໍ່ຕັ້ງກຳລັງປະກອບອາວຸດ ຂອງຊາດລາວເຮົາ. ຈາກນັ້ນ ກໍໄດ້ເຂົ້າຮັບຟັງການປາຖະກະຖາຫວນຄືນມູນເຊື້ອ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ (5/04/1961-5/04/2021) ຢູ່ທີ່ສະໂມສອນຂອງເມືອງວຽງຄໍາ, ໃຫ້ກຽດຂຶ້ນປາຖະກະຖາໂດຍ ສະຫາຍ ຊາຍພອນ ຈັນທຸມມາ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເມືອງວຽງຄໍາ, ມີບັນດາສະຫາຍ ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ,ຫົວໜ້າ-ຮອງຫົວໜ້າກອງບັນຊາການທະຫານເມືອງ, ຫົວໜ້າ-ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມຶອງ, ພະນັກງານອາວຸໂສບຳນານ, ຜູ້ຊົງຄຸນວຸດທິ, ພະນັກງານ-ລັດຖະກອນ, ພະນັກງານລັດວິສາຫະກິດ, ເລຂາໜ່ວຍພັກ-ອົງການປົກຄອງບ້ານ 5 ບ້ານ ພາຍໃນເທດສະບານເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 132 ຄົນ, ຍິງ 38 ຄົນ, ໃນນັ້ນ ສະມາຊິກພັກ 123 ສະຫາຍ, ຍິງ 33 ສະຫາຍ.
ໃນພິທີ ສະຫາຍ ຊາຍພອນ ຈັນທຸມມາ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເມືອງວຽງຄໍາ ກໍໄດ້ໃຫ້ກຽດເລົ່າຄືນມູນເຊື້ອ ປະຫວັດແຫ່ງການກຳເນີດ, ການເຕີບໃຫຍ່ຂະຫຍາຍຕົວຂອງກໍາລັງປ້ອງກັນຄວາມສະຫງົບ, ການນໍາພາອັນປີຊາສາມາດສະຫຼາດສ່ອງໃສຂອງພັກ, ນ້ຳໃຈພິລະອາດຫານ, ເສຍສະຫຼະຂອງພະນັກງານນັກຮົບປະຕິວັດທີ່ຄຽງບ່າຄຽງໄຫຼ່ກັບພາລະກິດປະຕິວັດ ຂອງພັກ-ຂອງຊາດ ແລະ ຜົນງານອັນໃຫຍ່ຫຼວງ ທີ່ຍາດມາໄດ້ ເວົ້າລວມ; ເວົ້າສະເພາະ ແມ່ນກຳລັງປ້ອງກັນຄວາມສະຫງົບເມືອງວຽງຄໍາ ຂອງພວກເຮົາ ໃນໄລຍະທີ່ຜ່ານມາ, ເພື່ອແນ່ໃສ່ສ້າງຄວາມຮັບຮູ້ໃຫ້ ແກ່ພະນັກງານ-ສະມາຊິກພັກ, ປະຊາຊົນຊັ້ນຄົນຕ່າງໆ ໃຫ້ມີຈິດໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ສ້າງຄວາມສາມັກຄີໃຫ້ເປັນປຶກແຜ່ນ, ສ້າງສະຕິເປັນເຈົ້າຕົນເອງ, ມີສະຕິລະວັງຕົວຕໍ່ກົນອຸບາຍທໍາລາຍມ້າງເພຂອງອິດທິດກໍາລັງປໍລະປັກ ແລະ ເປັນເຈົ້າການໃນການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ.
ໃນຕອນທ້າຍພິທີ ສະຫາຍ ຊາຍພອນ ຈັນທຸມມາ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເມືອງວຽງຄໍາ ຍັງໄດ້ຮຽກຮ້ອງມາຍັງບັນດາສະຫາຍຄະນະພັກ, ຄະນະກອງບັນຊາການປ້ອງກັນຄວາມສະຫງົບຈົ່ງສືບຕໍ່ຮັກສາມູນເຊື້ອອັນດີງາມ ໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຄວາສະຫງົບ ເພື່ອຕ້ານ ແລະ ສະກັດກັ້ນສິ່ງຫຍໍ້ທໍ້ໃນສັງຄົມທຸກຮູບແບບ
ມີ 18 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 141 |
![]() | ມື້ວານນີ້ | 340 |
![]() | ອາທິດນີ້ | 1471 |
![]() | ເດືອນນີ້ | 1141 |
![]() | ທັງໝົດ | 180950 |