ວັນທີ 04 ຕຸລາ 2023 ທີ່ສະໂມສອງ ເມືອງວຽງຄໍາ ແຂວງຫຼວງພະບາງ ໄດ້ມີພິທີເຜີຍແຜ່ ນິຕິກໍາການເມືອງ-ແນວຄິດ ໂດຍມີທ່ານ ທະລາກອນ ບໍລະວົງ ຮອງເລຂາພັກເມືອງ; ທ່ານ ຄຳສິງ ສຸດທິດາ ກຳມະການພັກເມືອງ ຫົວຫນ້າຫ້ອງວ່າການປົກຄອງເມືອງ ໄດ້ພັດປ່ຽນກັນຂື້ນເຜີຍແຜ່ ນິຕິກຳການເມືອງ-ແນວຄິດ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ ຕະຫຼອດຮອດ ສະມາຊິກພັກ-ພະນັກງານຫຼັກແຫຼ່ງ ໃນຂົງເຂດ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບເຂົ້າຮ່ວມຮັບຟັງ.
ເອກະສານທີ່ນໍາມາເຜີຍແຜ່ ປະກອບມີ: ເອກະສານຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ແລະ ຄວາມເປັນແບບຢ່າງນໍາໜ້າຂອງສະມາຊິກພັກ, ເອກະສານເສີມຂະຫຍາຍມູນເຊື້ອ ແລະ ຄວາມສາມັກຄີເອກະພາບພາຍໃນພັກ; ດໍາລັດວ່າດ້ວຍການປະຢັດ, ຕ້ານການຟຸມເຝືອຍ ແລະ ແກ້ໄຂຄວາມທຸກຍາກ.
ການຈັດພິທີເຜີຍແຜ່ເອກະສານນິຕິກໍາການເມືອງ-ແນວຄິດ ເພື່ອແນ່ໃສ່ເຮັດໃຫ້ ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ໃນຂົງເຂດ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ເຂົ້າໃຈ, ກໍາແໜ້ນແນວທາງ, ແຜນນະໂຍບາຍ ຂອງພັກ-ລະບຽບກົດໝາຍ ຂອງລັດ ໂດຍການເພີ່ມທະວີເປັນເຈົ້າຕົນເອງ, ຈັດຕັ້ງຜັນຂະຫຍາຍເນື້ອໃນນິຕິກໍາ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງບົນຫຼັກການຂອງຄຸນທາດການເມືອງ, ມີຄວາມຮັບຜິດຊອບສູງ, ມີຄຸນສົມບັດສິນທໍາປະຕິວັດ ແລະຄວາມເປັນແບບຢ່າງນໍາໜ້າຕໍ່ໜ້າມະຫາຊົນ, ຕັ້ງໜ້າເສີມຂະຫຍາຍມູນເຊື້ອ ແລະ ຄວາມສາມັກຄີພາຍໃນພັັກ, ດໍາລົງຊີວິດປອດໃສຂາວສະອາດ, ປະຢັດອົດທົນ, ຕ້ານການຟຸຍເຝືອຍ ສືບຕໍ່ຈັດຕັ້ງປະຕິບັດແກ້ໄຂບັນຫາຢາເສບຕິດຢ່າງຕັ້ງໜ້າ ແລະເພີ່ມທະວີແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນຕື່ມອີກ.
ຂ່າວ: ບຸນມີ ໄຊຍະກຸມມານ
ມີ 10 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 67 |
![]() | ມື້ວານນີ້ | 662 |
![]() | ອາທິດນີ້ | 1796 |
![]() | ເດືອນນີ້ | 2922 |
![]() | ທັງໝົດ | 256385 |