ເມືອງໂພນໄຊ ແຂວງຫຼວງພະບາງ ເປີດກອງປະຊຸມເຜີຍແຜ່ເອກະສານວຽກງານການເມືອງ-ແນວຄິດ ໃນໄລຍະໃໝ່.
ໃນວັນທີ 25 ພຶດສະພາ 2016 ຜ່ານມາ, ເມືອງໂພນໄຊ ແຂວງຫຼວງພະບາງ ໄດ້ເປີດກອງປະຊຸມເຜີຍແຜ່ເອກະສານວຽກງານການເມືອງ
-ແນວຄິດ ໃນໄລຍະໃໝ່, ໃຫ້ກຽດເຂົ້າຮ່ວມ ແລະ ບັນຍາຍເອກະສານໂດຍ ທ່ານ ສິງຕັນ ໄຊລືຊົ່ງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ເຂົ້າຮ່ວມມີຄະນະປະຈຳພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ສະມາຊິກພັກ, ພະນັກງານ ທະຫານ, ຕໍາຫຼວດ ຈຳນວນ 51 ທ່ານ.
ກອງປະຊຸມຄັ້ງນີ້ ທ່ານ ອອ່ນສີ ຈ່າເພຍວ່າ ຮອງເລຂາພັກເມືອງ, ຮອງເຈົ້າເມືອງໆໂພນໄຊ ໄດ້ໃຫ້ກຽດຂື້ນລາຍງານສະພາບພາຍໃນເມືອງໂພນໄຊ ຕໍ່ກອງປະຊຸມ. ທ່ານໄດ້ກ່າວວ່າ: ໃນໄລຍະຜ່ານມາ ແມ່ນຄະນະພັກແຕ່ລະຂັ້ນຂອງເມືອງ ໄດ້ຖືເອົາວຽກງານການເມືອງ-ແນວຄິດ ເປັນວຽກທີ່ສໍາຄັນ ແລະ ຕິດພັນກັບແຕ່ລະຂົງເຂດວຽກງານ.
ໃນພິທີ ທ່ານ ສິງຕັນ ໄຊລືຊົ່ງ ໄດ້ໃຫ້ກຽດຂື້ນບັນຍາຍເອກະສານ ເຊິ່ງເນື້ອໃນເອກະສານມີຄື: ເອກະສານເຮັດວຽກງານເມືອງ-ແນວຄິດໃນໄລຍະໃໝ່, ເອກະສານອົບຮົມປະຊາຊົນຢູ່ຮາກຖານ ແລະ ປະຊາຊົນຢູ່ລຽບຕາມຊາຍແດນ ທ່ານ ຍັງໄດ້ເວົ້າຕື່ມອີກວ່າ: ການເຮັດວຽກງານການເມືອງ-ແນວຄິດ ແມ່ນຄວາມຮັບຜິດຊອບຂອງຄະນະພັກແຕ່ລະຂັ້ນ, ຕ້ອງເຮັດເປັນປະຈຳ, ສອດຫ້ອຍໄປໃນທຸກຂົງເຂດວຽກງານ. ຕ້ອງໄດ້ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ, ສະມາຊິກພັກ, ທະຫານຕຳຫຼວດ ແລະ ຕະຫຼອດຮອດພໍ່ແມ່ປະຊາຊົນ ໄດ້ຮູ້ແຈ້ງ, ເຂົ້າໃຈເລີກຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ຕ້ານກົນອຸບາຍຂອງພວກຄົນບໍ່ດີທີສວຍໂອກາດ ກໍ່ຄວາມບໍ່ສະຫງົບຢູ່ບາງທ້ອງຖິ່ນ, ຕ້ອງມີສະຕິລະວັງຕົວຕໍ່ພວກອິດທິກຳລັງປໍລະປັກ ທັງພາຍໃນ ແລະ ພາຍນອກ.
ໃນຕອນທ້າຍ ທ່ານ ສິງຕັນ ໄຊລືຊົ່ງ ທ່ານຍັງໄດ້ເໜັ້ນ ໃຫ້ຄະນະພັກແຕ່ລະຂັ້ນຕ້ອງເອົາໃຈໃສ່ຕື່ມ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານການພັດທະນາເສດຖະກິດ-ສັງຄົມ ໃຫ້ໄດ້ຕາມຄາດໝາຍຂອງອົງຄະນະພັກເມືອງໄດ້ວາງອອກ.
ມີ 8 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 70 |
![]() | ມື້ວານນີ້ | 662 |
![]() | ອາທິດນີ້ | 1799 |
![]() | ເດືອນນີ້ | 2925 |
![]() | ທັງໝົດ | 256388 |