ນັກສຶກສາວິທະຍາໄລ ວິທະຍາສາດສຸຂະພາບ ຫຼວງພະບາງ ເຊື່ອມເອກະສານ ເກັບກຳສະພາບແນວຄິດ-ຫາງສຽງສັງຄົມ
ໃນຕົ້ນເດືອນພະຈິກນີ້ ຢູ່ຫ້ອງປະຊຸມ ວິທະຍາໄລ ວິທະຍາສາດສຸຂະພາບ ຫຼວງພະບາງ ໄດ້ຈັດ ພິທີ ເຊື່ອມເອກະສານ ວຽກງານສັງລວມ-ຫາງສຽງສັງຄົມ. ມີ ທ່ານ ສົມມາລີ ຄຳເກັ່ງ ກຳມະການພັກແຂວງ ຮອງໜົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ວັດທະວອນ ມະໂນລົດ ຮັກສາການ ຜູ້ອຳນວຍການ ວິທະຍາໄລ, ພ້ອມດ້ວຍ ພະນັກງານລັດຖະກອນ, ຄູອາຈານ ແລະນັກສຶກສາເຂົ້າຮ່ວມ.
ການເຊື່ອມຊຶມໃນຄັ້ງນີ້ ຄະນະຮັບຜິດຊອບ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນ ຂອງວຽກງານຫາງສຽງສັງຄົມ ເພື່ອໃຫ້ຜູ້ເຂົ້າຮ່ວມ ມີຄວາມຮັບຮູ້ ແລະເຂົ້າໃຈກ່ຽວກັບບັນຫາພື້ນຖານ ຂອງວຽກງານຫາງສຽງສັງຄົມ ໂດຍສະເພາະແມ່ນລັກການ ແລະທິດນຳ ໃນການເຮັດວຽກຫາງສຽງສັງຄົມ, ຄວາມເຂົ້າໃຈຕໍ່ແຫຼ່ງຂ່າວ, ລະຫວ່າງ ຫາງສຽງຂ່າວລື ແລະຖ້ອຍທຳນອງ. ທີ່ມີຕໍ່ການນຳພາ, ສະມາຊິກພັກ, ພະນັກງານລັດຖະກອນ, ໃນການຈັດຕັ້ງປະຕິບັດ ແລະການເຄື່ອນໄຫວວຽກງານຢູ່ພາຍໃນສຳນັກງານ-ກົມກອງ ແລະສັງຄົມ.
ຈາກນັ້ນ ທ່ານ ສົມມາລີ ຄຳເກັ່ງ ໄດ້ເນັ້ນໜັກວ່າ ບັນຫາຫາງສຽງທີ່ມີຕໍ່ກົມກອງ, ບຸກຄົນກ່ອນອື່ນໝົດຕ້ອງແມ່ນຕົນເອງແກ້ໄຂກ່ອນ, ຈາກນັ້ນ ຈຶ່ງແມ່ນໝູ່ເພື່ອນ ແລະການຈັດຕັ້ງເປັນຜູ້ຊ່ວຍແກ້ໄຂ, ແມ່ນຮູບການສະແດງອອກທາງດ້ານແນວຄິດຈິດໃຈ ແລະຄວາມຄິດຄວາມເຫັນ ຂອງບຸກຄົນຫຼືກຸ່ມຄົນໃນສັງຄົມ, ຕໍ່ກັບບັນດາບັນຫາ, ເຫດການ, ປະກົດການທີ່ເກີດຂື້ນໃນສັງຄົມ. ຜ່ານການເຊື່ອມຊຶມໃນຄັ້ງນີ້ ຈະເປັນຄວາມຮູ້ພື້ນຖານ ໃຫ້ແກ່ສະມາຊິກພັກ, ພະນັກງານລັດຖະກອນ ແລະນັກສຶກສາ ສາມາດຈຳແນກ, ທັງວິເຄາະວິໄຈກ່ຽວກັບບັນຫາຂ່າວລື, ຖ້ອຍທຳນອງ ແລະຫາງສຽງສັງຄົມ ເພື່ອຍົກສູງສະຕິລະວັງຕົວ ແລະຕອບຕ້ານຢ່າງທັນການ ເຮັດໃຫ້ຜູ້ເຂົ້າຮ່ວມ ຮັບຮູ້ບົດບາດ ແລະຄວາມສຳຄັນຂອງຫາງສຽງສັງຄົມ, ຕໍ່ກັບວຽກງານການເມືອງ-ແນວຄິດ ແລະສາມາດເປັນເສນາທິການຊ່ວຍຄະນະພັກ, ຕິດຕາມເກັບກຳຫາງສຽງສັງຄົມ ແລະນຳພາແນວຄິດຂອງພະນັກງານ, ສະມາຊິກຄູອາຈານ, ນັກຮຽນນັກສຶກສາ ແລະປະຊາຊົນບັນດາເຜົ່າທີມີຕໍ່ການນຳພາ, ການເຄື່ອນໄຫວແບບແຜນວິທີເຮັດວຽກຂອງໂຮງຮຽນ, ທັງເປັນການປັບປຸງແບບແຜນວິທີ່ເຮັດວຽກ, ການເຄື່ອນໄຫວໃຫ້ຮູ້ກ່ຽວກັບລະບຽບຫຼັກການ ແລະກົດໝາຍຢ່າງເຂັ້ມງວດ, ທັງໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ, ການສະໜັບສະໜູນຈາກນັກຮຽນນັກສຶກສາ ກໍ່ຄືປະຊາຊົນບັນດາເຜົ່າຫຼາຍຂື້ນກວ່າເກົ່າ, ໂອກາດນີ້ ທ່ານໄດ້ຮຽກຮ້ອງໃຫ້ທຸກຄົນ ຕ້ອງຍົກສູງສະຕິລະວັງຕົວ, ກຽມພ້ອມຕອບໂຕ້ ບັນດາຫາງສຽງທີບໍ່ດີຢ່າງທັນການ.
ມີ 18 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 35 |
![]() | ມື້ວານນີ້ | 75 |
![]() | ອາທິດນີ້ | 14 |
![]() | ເດືອນນີ້ | 2662 |
![]() | ທັງໝົດ | 89878 |