ກຸ່ມເນີນສະຫວ່າງເມືອງນານເປີດອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ ຊຸດທີ 1.
ໃນຕອນເຊົ້າຂອງວັນທີ 31 ມີນາ 2021 ທີ່ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມກຸ່ມບ້ານເນີນສະຫວ່າງ ເມືອງນານ ແຂວງຫຼວງພະບາງ ໄດ້ເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ ຂື້ນ ໂດຍການເປັນປະທານພິທີເປີດຂອງທ່ານ ບຸນທີ ມະນີວົງ ຮອງເລຂາພັກເມືອງ, ມີທ່ານ ຄໍາກອງ ທຳມະເທວາ ຮອງກົມໂຄສະນາອົບຮົມສູນກາງພັກ, ທ່ານ ທອງຈັນ ພົມມະລັດ ຮອງເລຂາໜ່ວຍພັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ມີພະນັກງານ
ໂຄສະນາອົບຮົມສູນກາງພັກ, ໂຄສະນາອົບຮົມແຂວງ, ໂຄສະນາອົບຮົມເມືອງ, ນາຍບ້ານ-ຮອງນາຍບ້ານ, ແນວໂຮມ, ສະຫະພັນແມ່ຍິງ, ຄູສອນ, ແພດ, ປກສ-ປກຊ, ສະມາຊິກພັກ ແລະ ປະຊາຊົນພາຍໃນກຸ່ມບ້ານເນີນສະຫວ່າງ ເຂົ້າຮ່ວມທັງໝົດ 53 ທ່ານ, ຍິງ 9 ທ່ານ. ສະມາຊິກພັກ 22 ສະຫາຍ, ຍິງ 3 ສະຫາຍ.
ຈຸດປະສົງການຈັດຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອ ເຮັດໃຫ້ສະມາຊິກພັກ, ພະນັກງານ, ແນວໂຮມຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນບ້ານ ແລະ ປະຊາຊົນທີ່ຢູ່ລຽບຕາມຊາຍແດນ ໄດ້ຮັບຮູ້ ແລະ ເຂົ້າໃຈການເຊື່ອມຊືມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ການເພີ່ມທະວີນໍ້າໃນຄວາມຮັກຊາດສາມັກຄີປອງດອງກັບເຜົ່າຕ່າງໆ, ຍົກສູງສະຕິສະວັງຕົວໃຫ້ສູງ. ເຂົ້າໃຈເຖິງຄວາມອຸດົມສົມບູນທາງດ້ານຊັບພະຍາກອນທໍາມະຊາດ ພູມສາດການເມືອງທີ່ສໍາຄັນຂອງຊາດລາວ.
ຊຸດຝຶກອົບຮົມໃນຄັ້ງນີ້ໄດ້ດໍາເນີນໄປ 3 ວັນ, ໃຊ້ເວລາ 24 ຊົ່ວໂມງ ແລະ ບົດຮຽນທີ່ນຳມາຝຶກອົບ ຮົມໃນຄັ້ງນີ້ແມ່ນລວມມີ 6 ບົດຄື: ຊາດລາວ, ຄົນລາວ ແລະ ມູນເຊື້ອອັນສະຫງ່າລາສີຂອງປະຊາຊົນລາວ, ລະບົບການເມືອງ ແລະ ການປົກຄອງໃນລະບອບປະຊາທິປະໄຕປະຊາຊົນ, ຍົກສູງຄວາມສາມາດນໍາພາຂອງໜ່ວຍພັກບ້ານ, ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ສ້າງບ້ານເປັນຫົວໜ່ວຍພັດທະນາ, ການແກ້ໄຂຄວາມທຸກຍາກ ແລະ ການຜະລິດເປັນສິນຄ້າ, ເອກະສານອົບຮົມປະຊາຊົນບັນດາເຜົ່າຢູ່ຮາກຖານ ແລະ ລຽບຕາມຊາຍແດນ.
ຜ່ານການຝຶກອົບຮົມເອກະສານ 6 ບົດໃນຄັ້ງນີ້ກໍ່ເພື່ອເປັນການບໍາລຸງຍົກລະດັບຄວາມຮູ້, ຄວາມສາມາດໃຫ້ແກ່ປະຊາຊົນຂັ້ນກຸ່ມບ້ານໃຫ້ມີຄວາມຮັບຮູ້ອັນໃໝ່. ເປັນການປັບປຸງດ້ານຈິນຕະນາການ, ຫັນ ປ່ຽນແນວຄິດອັນເກົ່າໄປສູ່ການກະທໍາອັນໃໝ່ ບັນຍາກາດຟົດຟື້ນມ່ວນຊື່ນດີ ນັກວິທະຍາ ກອນ ແລະ ສໍາມະນາກອນໄດ້ມີສ່ວນຮ່ວມໃນການແລກປ່ຽນຄໍາຄິດເຫັນເຊິ່ງກັນ ແລະ ກັນ, ສາມາດຕີລາຄາຄວາມຮັບຮູ້-ເຂົ້າໃຈຂອງນັກສໍາມະນາກອນໄດ້ 95%.
ນອກຈາກນັ້ນກໍ່ຍັງໄດ້ລົງກອງໂຄສະນາເຄື່ອນທີ່ໄປພ້ອມກັນ 2 ຈຸດຄື: 1 ຢູ່ເດີ່ນໂຮງຮຽນມັດທະຍົມສົມບູນກຸ່ມບ້ານເນີນສະຫວ່າງ, 2 ສະໂມສອນບ້ານໂພນສີ ຫ່າງຈາກ ບ້ານເນີນສະຫວ່າງ 19 ກິໂລແມັດ. ມີຜູ້ເຂົ້າຮັບຊົມທັງໝົດ 121 ຄົນ, ຍິງ 47 ຄົນ.
ໃນຕອນບ່າຍຂອງວັນທີ 2 ເມສາກໍ່ໄດ້ຈັດພິທີ ມອບ-ຮັບໃບຢັ້ງຢືນເພື່ອເປັນຫຼັກຖານໃນການຝຶກອົບຮົມໃນຄັ້ງນີ້ ແລະ ຍັງໄດ້ຮັບຟັງການໂອ້ລົມຂອງທ່ານ ບຸນທີ ມະນີວົງ ເຊິ່ງທ່ານໄດ້ສ່ອງແສງໃຫ້ເຫັນໜ້າທີ່ຂອງແຕ່ລະອົງການຈັດຕັ້ງຂອງກຸ່ມບ້ານ, ພາລະບົດບາດວຽກທີ່ຕົນເຮັດ ແລະ ຮັບຜິດຊອບຢູ່ໃຫ້ມີຄວາມເຂັ້ມແຂງ ແລະ ພາວິໄສ, ພ້ອມທັງວິທີແກ້ໄຂຄວາມທຸກຢາກແກ່ປະຊາຊົນ ແລະ ປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂື້ນພາຍໃນບ້ານຂອງຕົນ ເພິ່ນຍັງຍົກໃຫ້ເຫັນກ່ຽວກັບຄວາມເປັນຫ່ວງເປັນໄຍຂອງຂັ້ນເທິງທີ່ລົງມາສຸມໃສ່ກຸ່ມບ້ານເນີນສະຫວ່າງໃຫ້ໄປຕາມທິດທາງຂອງພັກ-ລັດ ໃຫ້ມີລັກສະນະສືບທອດ ແລະ ມີລັກສະນະນໍາ ເພື່ອຈະນໍາພາບ້ານລຸດພົ້ນອອກຈາກຄອບຄົວທຸກຢາກຢ່າງສົມບູນ.
ມີ 9 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 73 |
![]() | ມື້ວານນີ້ | 201 |
![]() | ອາທິດນີ້ | 781 |
![]() | ເດືອນນີ້ | 5038 |
![]() | ທັງໝົດ | 237314 |