ເນື່ອງໃນໂອກາດວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດໄດ້ໝູນວຽນມາອີກວາລະໜຶ່ງສະນັ້ນມາໃນຕອນເຊົ້າວັນທີ 1 ມີຖຸນາ 2021 ຄະນະໂຄສະນາອົບຮົມແຂວງ ໄດ້ຈັດກິດຈະກຳປູກຕົ້ນໄມ້ຂື້ນຢ່າງເປັນທາງການ ຢູ່ທີ່ຄະນະໂຄສະນາອົບຮົມແຂວງ ຫຼວງພະບາງ ນຳພາໂດຍ ທ່ານ ນາງ ວຽນວິໄລ ດີລະພັນ ກຳມະການປະຈຳພັກແຂວງ, ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ່ 6 ຫົວໜ້າຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມໂດຍ ທ່ານ ສຸລິສັກ ພົມມາລີ ກຳມະການພັກແຂວງ ຫົວໜ້າພະແນກແຮງງານ ສະຫວັດດີການ ແລະ ປະກັນສັງຄົມ, ມີຄະນະພັກ, ຫົວໜ້າ, ຮອງຫົວໜ້າຄະແໜງ, ສະມາຊິກ 3 ອົງການຈັດຕັ້ງມະຫາຊົນເຂົ້າຮ່ວມຢ່າງພ້ອມພຽງ.
ການປູກຕົ້ນໄມ້ຄັ້ງນີ້ ແມ່ນການປູກຈິດສຳນຶກໃຫ້ຄົນຮຸ່ນໃໝ່ ໄດ້ຮຽນຮູ້ແລະ ສືບສານຕໍໄປ ແລະ ເປັນການຈັດກິດຈະກຳສ້າງຂະບວນການເນື່ອງໃນໂອກາດ ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ການປູກຕົ້ນໄມ້ ແມ່ນການສ້າງສະພາບແວດລ້ອມໃຫ້ໃຫ້ສຳນັກງານເປັນພື້ນທີ່ສີຂຽວ ຮົ່ມເຢັນມີອາກາດສົດຊື່ນ, ຕົ້ນໄມ້ທີ່ເອົາລົງປູກໃນຄັ້ງນີ້ປະກອບມີ: ຕົ້ນໄມ້ໃຫ້ໝາກ ແລະ ຕົ້ນໄມ້ປະດັບຈຳນວນໜຶ່ງ ທັງໝົດນັ້ນແມ່ນການປະກອບສ່ວນເຂົ້າໃນຂະບວນການໃນສັງຄົມ ເປັນການສືບສານຮຽນຮູ້ ຂອງບັນດາພະນັກງານ-ລັດຖະກອນເພື່ອອຸດົມການໃນການພັດທະນາປົກປັກຮັກສາສິ່ງແວດລ້ອມໃຫ້ຍືນຍົງຄົງຢູ່ຕະຫຼອດໄປ.
ມີ 6 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 101 |
![]() | ມື້ວານນີ້ | 360 |
![]() | ອາທິດນີ້ | 54 |
![]() | ເດືອນນີ້ | 6721 |
![]() | ທັງໝົດ | 193912 |