​ຊົມ​ເຊີມ​ວັນ​ສ້າງ​ຕັ້ງ​ພັກ ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ​ຄົບ​ຮອບ 67 ປີ ຢ່າງ​ສຸດ​ໃຈ.

ອອກ​ແຮງ​ແຂ່ງ​ຂັນ​ສ້າງ​ຜົນ​ງານ​ຄຳ​ນັບ​ຮັບ​ຕ້ອນ​ວັນ​ສ້າງ​ຕັ້ງ​ພັກ ຄົບ​ຮອບ 67 ປີ.

  • ກອງປະຊຸມຄົບຄະນະກາງສະໄໝ ຄັ້ງທີ V ຂອງໜ
  • ຄະນະພັກຮາກຖານ ສະຖາບັນຍຸຕິທຳແຫ່ງຊາດ
  • ໜ່ວຍພັກ ສະຫະພັນກໍາມະບານແຂວງຫຼວງພະບ
  • ກອງປະຊຸມສະຫຼຸບຕີລາຄາກາງສະໄໝກອງປະຊ
  • ໜ່ວຍສະຫະພັນແມ່ຍິງຄະນະໂຄສະນາອົບຮົມ
  • ເປີດກອງປະຊຸມກາງສະໄໝ ຂອງໜ່ວຍພັກສະຫ
 

ກອງປະຊຸມຄົບຄະນະກາງສະໄໝ ຄັ້ງທີ V ຂອງໜ່ວຍພັກຄະນະໂຄສະນາອົບຮົມແຂວງ

  ກອງປະຊຸມຄົບຄະນະກາງສະໄໝ ຄັ້ງທີ V ຂອງໜ່ວຍພັກຄະນະໂຄສະນາອົບຮົມແຂວງ ໄດ້ໄຂຂຶ້ນໃນວັນທີ 23 ມ...
 

ຄະນະພັກຮາກຖານ ສະຖາບັນຍຸຕິທຳແຫ່ງຊາດສາຂາຫຼວງພະບາງ ສໍາເລັດກອງປະຊຸມຄົບຄະນະກາງສະໄໝທີ I

ໃນວັນທີ 16-17 ມີນາ 2023 ຄະນະພັກຮາກຖານ ສະຖາບັນຍຸຕິທຳແຫ່ງຊາດສາຂາຫຼວງພະບາງ ໄດ້ດຳເນີນກອງປະຊຸມຄ...
 

ໜ່ວຍພັກ ສະຫະພັນກໍາມະບານແຂວງຫຼວງພະບາງ ສໍາເລັດກອງປະຊຸມຄົບຄະນະ ກາງສະໄໝທີ V

ໜ່ວຍພັກ ສະຫະພັນກໍາມະບານແຂວງຫຼວງພະບາງ  ສໍາເລັດກອງປະຊຸມຄົບຄະນະ ກາງສະໄໝທີ V --------...
 

ກອງປະຊຸມສະຫຼຸບຕີລາຄາກາງສະໄໝກອງປະຊຸມໃຫຍ່ຄັ້ງທີ II ຂອງຄະນະພັກຮາກຖານພະແນກເຕັກໂນໂລຊີ ແລະ ການສື່ສານແຂວງຫຼວງພະບາງ.

ກອງປະຊຸມສະຫຼຸບຕີລາຄາກາງສະໄໝກອງປະຊຸມໃຫຍ່ຄັ້ງທີ II ຂອງຄະນະພັກຮາກຖານພະແນກເຕັກໂນໂລຊີ ແລະ ການສື...
 

ໜ່ວຍສະຫະພັນແມ່ຍິງຄະນະໂຄສະນາອົບຮົມແຂວງ ສ້າງຂະບວນການອອກແຮງງານໃຫ້ແກ່ວັນສ້າງຕັ້ງແມ່ຍິງສາກົນ ຄົບຮອບ 113 ປີ.

ຫົວຂໍ້ຂ່າວ  ໜ່ວຍສະຫະພັນແມ່ຍິງຄະນະໂຄສະນາອົບຮົມແຂວງ  ສ້າງຂະບວນການອອກແຮງງານໃຫ້ແກ່ວັນສ້...
 

ເປີດກອງປະຊຸມກາງສະໄໝ ຂອງໜ່ວຍພັກສະຫະພັນແມ່ຍີງແຂວງຫລວງພະບາງ.

ເປີດກອງປະຊຸມກາງສະໄໝ ຂອງໜ່ວຍພັກສະຫະພັນແມ່ຍີງແຂວງຫລວງພະບາງ. ເພື່ອຕີລາຄາຄືນການນໍາ...
Previous
Next

ຂ່າວໃໝ່

ຄະນະບໍລິຫານງານພັກເມືອງປາກແຊງ ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ຂອງພັກ.

        

ໃນລະຫວ່າງວັນທີ 22-23 ມິຖຸນາ ນີ້ ຢູ່ສະໂມສອນໃຫຍ່ ຂອງເມືອງປາກແຊງ ໄດ້ຈັດກອງປະຊຸມເຜີຍແຜ່, ມະຕິກອງປະຊຸມໃຫຍ່ XI ຂອງພັກ, ມະຕິ VIII ຂອງອົງພັກແຂວງຫຼວງພະບາງ ແລະມະຕິ VI  ຂອງອົງຄະນະພັກເມືອງປາກແຊງ

ມີ ສະຫາຍ ນາງ ວຽນວິໄລ ດີລະພັນ ກຳມະການປະຈຳພັກແຂວງ, ຫົວຫນ້າຄະນະໂຄສະນາອົບຮົມແຂວງ, ສະຫາຍ ສຸກດາວັນ ພັນຈັກຂັນ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເມືອງປາກແຊງ, ພ້ອມດ້ວຍ ກຳມະການປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າກອງບັນຊາການ-ຫ້ອງການອ້ອມຂ້າງເມືອງ ເຂົ້າຮ່ວມ.

ພິທີ ໄດ້ຮັບຟັງການເຜີຍແຜ່ ມະຕິກອງປະຊຸມໃຫຍ່ ສະໄໝ XI ຂອງພັກ, ມະຕິ VIII ຂອງອົງພັກແຂວງຫຼວງພະບາງ ແລະ ມະຕິ VI ຂອງອົງຄະນະພັກເມືອງປາກແຊງ ເພື່ອປະຕິບັດເນື້ອໃນຂອງມະຕິກົມການເມືອງສູນກາງພັກ, ກໍ່ຄືແຜນພັດທະນາເສດຖະກິດ-ສັງຄົມໃນໄລຍະ 5 ປີ ຂອງແຂວງຫຼວງພະບາງ ໂດຍສະເພາະ ແຜນພັດທະນາເສດທະກິດ-ສັງຄົມ 5 ປີ ຂອງເມືອງ ແລະຕີລາຄາຄືນ ຄວາມຮັບຜິດຊອບໜ້າທີ່ການເມືອງ, ການຈັດຕັ້ງປະຕິບັດວຽກງານ ແຕ່ລະຂົງເຂດວຽກງານໃນໄລຍະຜ່ານມາ, ການກຳນົດທິດທາງແຜນການວຽກງານຈຸດສຸມ, ຄາດໝາຍສູ້ຊົນ ຕ້ອງເຮັດບັນລຸຕາມແຜນການທີ່ວາງໄວ້, ການແບ່ງງານ ແບ່ງຄວາມຮັບຜິດຊອບ ໃຫ້ຄະນະພັກແຕ່ລະຂັ້ນ ເພື່ອຍົກສູງຄຸນນະພາບ, ສ້າງການຫັນປ່ຽນໃໝ່ແບບແຜນ ແລະວິທີການນໍາພາ ຂອງຄະນະພັກແຕ່ລະຂັ້ນ ໃຫ້ມີປະສິດພາບສູງກວ່າເກົ່າ, ເສີມຂະຫຍາຍປະຊາທິປະໄຕ ໃຫ້ຄະນະພັກແຕ່ລະຂັ້ນ ໄດ້ຮັບຮູ້ການເຄື່ອນໄຫວນໍາພາລວມ ແລະຄວາມຮັບຜິດຊອບການເມືອງ, ທີ່ໄດ້ຮັບການມອບໝາຍ ຂອງຄະນະພັກແຕ່ລະຂັ້ນ ເພື່ອເສີມຂະຫຍາຍດ້ານດີທີຕັ້ງໜ້າ ແລະແກ້ໄຂຈຸດອ່ອນຂໍ້ຄົງຄ້າງ ໃຫ້ທັນກັບສະພາບການຄວາມເປັນຈິງໃນແຕ່ລະຂົງເຂດ ຄວາມຮັບຜິດຊອບຂອງຕົນ.

ໂອກາດນີ້ ສະຫາຍ ນາງ ວຽນວິໄລ ດີລະພັນ ໄດ້ເຜີຍແຜ່ຜົນສຳເລັດ ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX  ແລະສະພາປະຊາຊົນແຂວງ ຊຸດທີ II ພ້ອມທັງມີຄຳເຫັນຍ້ອງຍໍຊົມເຊີຍ ຜົນງານທີ່ອົງຄະນະພັກເມືອງປາກແຊງຍາດມາໄດ້ ໃນໄລຍະຕົ້ນ ຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ທັງໄດ້ຊີ້ນໍາໃຫ້ສືບຕໍ່ ເອົາໃຈໃສ່ບາງວຽກງານຕື່ມ ເປັນຕົ້ນ ການສັງລວມບັນຫາປະກົດການຫຍໍ້ທໍ້ ທີ່ເກີດຊື້ນຢູ່ພາຍໃນເມືອງ ເພື່ອແກ້ໄຂໃຫ້ທັນການ, ເພີ່ມທະວີການຕ້ານ ແລະສະກັດກັ້ນພະຍາດໂຄວິດ 19, ຊຸກຍູ້ສົ່ງເສີມ ໃຫ້ມີຄອບຄົວຕົວແບບການປູກຝັງລ້ຽງສັດ, ຕັ້ງໜ້າສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະຈັດຕັ້ງປະຕິບັດແຜນການ 5 ປີ ຂອງແຕ່ລະຂົງເຂດວຽກງານ ໃຫ້ໄດ້ຮັບຜົນດີ. ພາຍຫລັງສຳເລັດກອງປະຊຸມແລ້ວ ທ່ານ​ຍັງນຳເອົາ ໂທລະ​ໂຄ່ງ ຈຳນວນ​ 1 ຊຸດ​ ແລະ​ ອຸປະກອນຮັບໃຊ້ຈຳນວນຫນຶ່ງ ມາມອບໃຫ້ເມືອງ​ ເປັນມູນຄ່າ 4,000,000 ກີບ.​

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຈຳນວນຄົນອອນໄລ໌ທ

ມີ 3  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

193924
ມື້ນີ້ມື້ນີ້113
ມື້ວານນີ້ມື້ວານນີ້360
ອາທິດນີ້ອາທິດນີ້66
ເດືອນນີ້ເດືອນນີ້6733
ທັງໝົດທັງໝົດ193924