​ຊົມ​ເຊີມ​ວັນ​ສ້າງ​ຕັ້ງ​ພັກ ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ​ຄົບ​ຮອບ 67 ປີ ຢ່າງ​ສຸດ​ໃຈ.

ອອກ​ແຮງ​ແຂ່ງ​ຂັນ​ສ້າງ​ຜົນ​ງານ​ຄຳ​ນັບ​ຮັບ​ຕ້ອນ​ວັນ​ສ້າງ​ຕັ້ງ​ພັກ ຄົບ​ຮອບ 67 ປີ.

  • ກອງປະຊຸມຄົບຄະນະກາງສະໄໝ ຄັ້ງທີ V ຂອງໜ
  • ຄະນະພັກຮາກຖານ ສະຖາບັນຍຸຕິທຳແຫ່ງຊາດ
  • ໜ່ວຍພັກ ສະຫະພັນກໍາມະບານແຂວງຫຼວງພະບ
  • ກອງປະຊຸມສະຫຼຸບຕີລາຄາກາງສະໄໝກອງປະຊ
  • ໜ່ວຍສະຫະພັນແມ່ຍິງຄະນະໂຄສະນາອົບຮົມ
  • ເປີດກອງປະຊຸມກາງສະໄໝ ຂອງໜ່ວຍພັກສະຫ
 

ກອງປະຊຸມຄົບຄະນະກາງສະໄໝ ຄັ້ງທີ V ຂອງໜ່ວຍພັກຄະນະໂຄສະນາອົບຮົມແຂວງ

  ກອງປະຊຸມຄົບຄະນະກາງສະໄໝ ຄັ້ງທີ V ຂອງໜ່ວຍພັກຄະນະໂຄສະນາອົບຮົມແຂວງ ໄດ້ໄຂຂຶ້ນໃນວັນທີ 23 ມ...
 

ຄະນະພັກຮາກຖານ ສະຖາບັນຍຸຕິທຳແຫ່ງຊາດສາຂາຫຼວງພະບາງ ສໍາເລັດກອງປະຊຸມຄົບຄະນະກາງສະໄໝທີ I

ໃນວັນທີ 16-17 ມີນາ 2023 ຄະນະພັກຮາກຖານ ສະຖາບັນຍຸຕິທຳແຫ່ງຊາດສາຂາຫຼວງພະບາງ ໄດ້ດຳເນີນກອງປະຊຸມຄ...
 

ໜ່ວຍພັກ ສະຫະພັນກໍາມະບານແຂວງຫຼວງພະບາງ ສໍາເລັດກອງປະຊຸມຄົບຄະນະ ກາງສະໄໝທີ V

ໜ່ວຍພັກ ສະຫະພັນກໍາມະບານແຂວງຫຼວງພະບາງ  ສໍາເລັດກອງປະຊຸມຄົບຄະນະ ກາງສະໄໝທີ V --------...
 

ກອງປະຊຸມສະຫຼຸບຕີລາຄາກາງສະໄໝກອງປະຊຸມໃຫຍ່ຄັ້ງທີ II ຂອງຄະນະພັກຮາກຖານພະແນກເຕັກໂນໂລຊີ ແລະ ການສື່ສານແຂວງຫຼວງພະບາງ.

ກອງປະຊຸມສະຫຼຸບຕີລາຄາກາງສະໄໝກອງປະຊຸມໃຫຍ່ຄັ້ງທີ II ຂອງຄະນະພັກຮາກຖານພະແນກເຕັກໂນໂລຊີ ແລະ ການສື...
 

ໜ່ວຍສະຫະພັນແມ່ຍິງຄະນະໂຄສະນາອົບຮົມແຂວງ ສ້າງຂະບວນການອອກແຮງງານໃຫ້ແກ່ວັນສ້າງຕັ້ງແມ່ຍິງສາກົນ ຄົບຮອບ 113 ປີ.

ຫົວຂໍ້ຂ່າວ  ໜ່ວຍສະຫະພັນແມ່ຍິງຄະນະໂຄສະນາອົບຮົມແຂວງ  ສ້າງຂະບວນການອອກແຮງງານໃຫ້ແກ່ວັນສ້...
 

ເປີດກອງປະຊຸມກາງສະໄໝ ຂອງໜ່ວຍພັກສະຫະພັນແມ່ຍີງແຂວງຫລວງພະບາງ.

ເປີດກອງປະຊຸມກາງສະໄໝ ຂອງໜ່ວຍພັກສະຫະພັນແມ່ຍີງແຂວງຫລວງພະບາງ. ເພື່ອຕີລາຄາຄືນການນໍາ...
Previous
Next

ຂ່າວໃໝ່

ຄະນະບໍລິຫານງານພັກເມືອງໂພນໄຊ ເຊື່ອມຊຶມ ແລະຜັນຂະຫຍາຍມະຕິຂອງພັກ

ໃນລະຫວ່າງວັນທີ 17-18 ມິຖຸນາ 2021 ນີ້ ຢູ່ສະໂມສອນໃຫຍ່ ຂອງເມືອງໂພນ​ໄຊ ໄດ້ຈັດກອງປະຊຸມເຜີຍແຜ່, ມະຕິກອງປະຊຸມໃຫຍ່ XI ຂອງພັກ, ມະຕິ VIII ຂອງອົງພັກແຂວງຫຼວງພະບາງ ແລະມະຕິ IX  ຂອງອົງຄະນະພັກເມືອງໂພນໄຊ

ມີ ສະຫາຍ ຄຳຫຼ້າ ລຽນປະດິດ ກຳມະການປະຈຳພັກແຂວງ, ຫົວຫນ້າຄະນະກວດກາແຂວງ, ສະຫາຍ ທອງຈັນ ລັດຕະນະປະດິດ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເມືອງໂພນໄຊ, ​ຄະ​ນະ​​ພະ​ແນກ​ກະ​ສິ​ກຳ ແລະ ປ່າ​ໄມ້​ແຂວງ, ຄະ​ນະ​ພະ​ແນກ​ໂຍ​ທາ​ທິ​ການ ແລະ ຂົນ​ສົ່ງ​ແຂວງ ພ້ອມດ້ວຍ ກຳມະການປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າກອງບັນຊາການ-ຫ້ອງການອ້ອມຂ້າງເມືອງ ເຂົ້າຮ່ວມ ລວມ​ທັງ​ໝົດ 67 ສະ​ຫາຍ; ຍິງ 6 ສະ​ຫາຍ.

ພິທີ ໄດ້ຮັບຟັງການເຜີຍແຜ່ ມະຕິກອງປະຊຸມໃຫຍ່ ສະໄໝ XI ຂອງພັກ, ມະຕິ VIII ຂອງອົງພັກແຂວງຫຼວງພະບາງ ແລະ ມະຕິ IX ຂອງອົງຄະນະພັກເມືອງໂພນໄຊ ເພື່ອປະຕິບັດເນື້ອໃນຂອງມະຕິກົມການເມືອງສູນກາງພັກ, ກໍ່ຄືແຜນພັດທະນາເສດຖະກິດ-ສັງຄົມໃນໄລຍະ 5 ປີ ຂອງແຂວງຫຼວງພະບາງ ໂດຍສະເພາະ ແຜນພັດທະນາເສດທະກິດ-ສັງຄົມ 5 ປີ ຂອງເມືອງ ແລະຕີລາຄາຄືນ ຄວາມຮັບຜິດຊອບໜ້າທີ່ການເມືອງ, ການຈັດຕັ້ງປະຕິບັດວຽກງານ ແຕ່ລະຂົງເຂດວຽກງານໃນໄລຍະຜ່ານມາ, ການກຳນົດທິດທາງແຜນການວຽກງານຈຸດສຸມ, ຄາດໝາຍສູ້ຊົນ ຕ້ອງເຮັດບັນລຸຕາມແຜນການທີ່ວາງໄວ້, ການແບ່ງງານ ແບ່ງຄວາມຮັບຜິດຊອບ ໃຫ້ຄະນະພັກແຕ່ລະຂັ້ນ ເພື່ອຍົກສູງຄຸນນະພາບ, ສ້າງການຫັນປ່ຽນໃໝ່ແບບແຜນ ແລະວິທີການນໍາພາ ຂອງຄະນະພັກແຕ່ລະຂັ້ນ ໃຫ້ມີປະສິດພາບສູງກວ່າເກົ່າ, ເສີມຂະຫຍາຍປະຊາທິປະໄຕ ໃຫ້ຄະນະພັກແຕ່ລະຂັ້ນ ໄດ້ຮັບຮູ້ການເຄື່ອນໄຫວນໍາພາລວມ ແລະຄວາມຮັບຜິດຊອບການເມືອງ, ທີ່ໄດ້ຮັບການມອບໝາຍ ຂອງຄະນະພັກແຕ່ລະຂັ້ນ ເພື່ອເສີມຂະຫຍາຍດ້ານດີທີຕັ້ງໜ້າ ແລະແກ້ໄຂຈຸດອ່ອນຂໍ້ຄົງຄ້າງ ໃຫ້ທັນກັບສະພາບການຄວາມເປັນຈິງໃນແຕ່ລະຂົງເຂດ ຄວາມຮັບຜິດຊອບຂອງຕົນ. ​ບັນ​ດາ​ຜູ້​ແທນກອງ​ປະ​ຊຸມ ໄດ້​ປະ​ກອບ​ຄຳ​ຄິດ-ຄຳ​ເຫັນ ຕໍ່​ກອງ​ປະ​ຊຸມ​ຢ່າງ​ກົງ​ໄປ, ກົງ​ມາ ເພື່ອ​ຕີ​ລາ​ຄາ​ຄືນ​ໝາກ​ຜົນ, ຂໍ້​ຄົງ​ຄ້າງ ໃນ​ການ​ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ​ບັນ​ດາ​ມະ​ຕິ​ດັ່ງ​ໃນໄລຍະຜ່ານ​ມາ ແລະ​​ຄົ້ນ​ຄວ້າ​ຊອກ​ຫາ​ທິດ​ທາງ​ແກ້​ໄຂ​ຈຸດ​ຄົງ​ຄ້າງ​ໃນ​ຕໍ່​ໜ້າ ການ​ປະ​ກອບ​ຄຳ​ເຫັນ​ໃສ່​ບັນ​ດາ​ວຽກ​ງານ​ກະ​ສິ​ກຳ ເປັນ​ຕົ້ນ​ແມ່ນ ການ​ປູກ​ຜັກ​ປອດ​ສານ​ຜິດ, ການ​ລ້ຽງ​ສັດ​ປະ​ເພດ​ງົວ, ຄວາຍ​ເພື່ອ​ສົ່ງ​ອອກ ສ້າງ​ລາຍ​ຮັບ​ໜັ້ນ​ທ່ຽງ ໃຫ້​ແກ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ, ວຽກ​ງານ​ການ​ຄ້າ ເພື່ອ​ຊອກ​ຫາ​ຕະຫຼາດ​ຮອງ​ຮັບ​ຜົນ​ຜະ​ລິດ ຂອງ​ປະ​ຊາ​ຊົນ, ຄົ້ນ​ຄວ້າ​ຊອກ​ແຫຼ່ງ​ທຶນ​ຈາກ​ພາກ​ສ່ວນ​ຕ່າງໆ ມາ​ສະ​ໜອງ ໃຫ້​ປະ​ຊາ​ຊົນ​ນຳ​ໃຊ້​ເຂົ້າ​ໃນ​ການ​ຜະ​ລິດ ແລະ​ເພື່ອ​ການກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ທີ່​ຈຳ​ເປັນ, ວຽກ​ງານ​ວັດ​ທະ​ນະ​ທຳ​ສັງ​ຄົມ ໄດ້​ສຸມ​ໃສ່​ບັນ​ລຸ​ສະ​ຫະ​ສະ​ຫວັດ ຂອງວຽກ​ງານ​ສາ​ທາ​ລະ​ນະ​ສຸກ, ວຽກ​ງານ​ສຶກ​ສາ, ຂົງ​ເຂດ​ວຽກ​ງານ​ລະ​ບົບ​ການ​ເມືອງ​ແມ່ນ​ເໜັ້ນ​ໃສ່​ການ​ປັບ​ປຸງ, ກໍ່​ສ້າງວຽກ​ພັກ-ພະ​ນັກ​ງານ, ການ​ສ້າງ​ໜ່ວຍ​ພັກ​ປອດ​ໃສ, ເຂັ້ມ​ແຂງ ແລະ​ໜັກ​ແໜ້ນ ແລະ​ຂົງ​ເຂດ​ວຽກ​ງານ​ປົກ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ​ຫງົບ ແມ່ນ​ສຸມ​ໃສ່​ການ​ແກ້​ໄຂ​ປະ​ກົດ​ການ​ຫຍໍ້​ທໍ້​ໃນ​ສັງ​ຄົມ.

ໂອກາດນີ້ ສະຫາຍ ຄຳຫຼ້າ ລຽນປະດິດ ໄດ້ມີຄຳເຫັນຍ້ອງຍໍຊົມເຊີຍ ຜົນງານທີ່ອົງຄະນະພັກເມືອງໂພນໄຊ ຍາດມາໄດ້ ໃນໄລຍະຕົ້ນ ຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ທັງໄດ້ຊີ້ນໍາໃຫ້ສືບຕໍ່ ເອົາໃຈໃສ່ບາງວຽກງານຕື່ມ ເປັນຕົ້ນ ການສັງລວມບັນຫາປະກົດການຫຍໍ້ທໍ້ ທີ່ເກີດຊື້ນຢູ່ພາຍໃນເມືອງ ເພື່ອແກ້ໄຂໃຫ້ທັນການ, ເພີ່ມທະວີການຕ້ານ ແລະສະກັດກັ້ນພະຍາດໂຄວິດ 19, ຊຸກຍູ້ສົ່ງເສີມ ໃຫ້ມີຄອບຄົວຕົວແບບການປູກຝັງລ້ຽງສັດໃຫ້ຫຼາຍ, ຕັ້ງໜ້າສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະຈັດຕັ້ງປະຕິບັດແຜນການ 5 ປີ ຂອງແຕ່ລະຂົງເຂດວຽກງານ ໃຫ້ໄດ້ຮັບຜົນດີ.

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຈຳນວນຄົນອອນໄລ໌ທ

ມີ 17  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

193922
ມື້ນີ້ມື້ນີ້111
ມື້ວານນີ້ມື້ວານນີ້360
ອາທິດນີ້ອາທິດນີ້64
ເດືອນນີ້ເດືອນນີ້6731
ທັງໝົດທັງໝົດ193922