ໃນຕອນແລງ ວັນທີ 01 ກໍລະກົດ 2021 ຜ່ານມານີ້ ໜ່ວຍຊາວໜຸ່ມຮາກຖານຄະນະໂຄາສະນາອົບຮົມແຂວງ ຮ່ວມກັບ ໜ່ວຍຊາວໜຸ່ມຮາກຖານພະແນກພາຍໃນແຂວງ ໄດ້ຈັດການແຂ່ງຂັນກິລາບານເຕະຂຶ້ນຢ່າງເປັນທາງການ ຢູ່ທີ່ ເດີນກິລາບານເຕະພູທອງ ບ້ານໂພນອາດ ນະຄອນຫຼວງພະບາງ ແຂວງຫຼວງພະບາງ.
ເພື່ອເປັນການສ້າງຂະບວນການຕ້ອນຮັບວັນຄ້າຍວັນເກີດ ຂອງປະທານສຸພານຸວົງ ຄົບຮອບ 112 ປີ (13.07.1909 – 13.07.2021) ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ໃຫ້ກຽດເຂົ້າຮ່ວມມີບັນດາສະຫາຍຄະນະພັກ-ຄະນະນຳ, ຕາງໜ້າອົງການຈັດຕັ້ງຊາວໜຸ່ມ, ແມ່ຍິງ, ກໍາມະບານ ພ້ອມດ້ວຍນັກກິລາທັງສອງຝ່າຍເຂົ້າຮ່ວມ.
ໃນພິທີ ຕາງໜ້າ 02 ໜ່ວຍຊາວໜຸ່ມ ໄດ້ຜ່ານຈຸດປະສົງ, ຄາດໝາຍ ແລະ ເນື້ອໃນຄວາມໝາຍຄວາມສຳຄັນ ຂອງກິດຈະກໍາການສ້າງຂະບວນການ ແລະ ເພື່ອຮັດແໜ້ນຄວາມສາມັກຄີ ລະຫວ່າງ ໜ່ວຍຊາວໜຸ່ມຮາກຖານຄະນະໂຄສະນາອົບຮົມແຂວງ ກັບ ໜ່ວຍຊາວໜຸ່ມພະແນກພາຍໃນແຂວງ ກໍ່ຄື ຄະນະໂຄສະນາອົບຮົມແຂວງ ກັບ ພະແນກພາຍໃນແຂວງ.
ຜ່ານການສ້າງກິດຈະກຳບານເຕະດັ່ງກ່າວ ເຫັນວ່ານັກກິລາທັງ 02 ໜ່ວຍຊາວໜຸ່ມ ແມ່ນມີນໍ້າໃຈນັກກິລາສູ້ຢ່າງເຕັມທີ່, ເຕັມໄປດ້ວຍໄມຕີຈິດມິດຕະພາບ ສະແດງເຖິງຄວາມສາມັກຄີຮັກແພງ ລະຫວ່າງ 2 ໜ່ວຍຊາວໜຸ່ມ ກໍ່ຄື ພະນັກງານອ້າຍນ້ອງ 2 ອົງການຈັດຕັ້ງ ຄະນະໂຄສະນາອົບຮົມແຂວງ ກັບ ພະແນກພາຍໃນແຂວງ.
ບັນນາທິການຂ່າວ ຄອຂ ບຸນຈັນ ກັນຍາວົງ ຜູ້ຂຽນ ສີປະເສີດ ພົມມະຈັນ
ມີ 12 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 8 |
![]() | ມື້ວານນີ້ | 97 |
![]() | ອາທິດນີ້ | 183 |
![]() | ເດືອນນີ້ | 1453 |
![]() | ທັງໝົດ | 122293 |