ລະຫວ່າງວັນທີ 12 ຫາ 14 ຕຸລາ 2022 ຜ່ານມານີ້, ທ່ານ ນາງ ວຽນວິໄລ ດີລະພັນ ກຳມະການປະຈຳພັກແຂວງ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ່ 6 ຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງພະບາງ ໄດ້ລົງເຄື່ອນໄຫວ ໂຄສະນາເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ແລະ ຜົນສຳເລັດຂອງກອງປະຊຸມສະໄໝສາມັນ ເທື່ອທີ 3 ສະພາປະຊາຊົນແຂວງ ຊຸດທີ II ແລະ ເອກະສານສຳຄັນຂອງພັກ-ລັດ ໃຫ້ປະຊາຊົນຮັບຮູ້ຢູ່ເມືອງໂພນໄຊ ແຂວງຫຼວງພະບາງ ລວມ ມີ 5 ຈຸດ ຄື:
ຈຸດທີ 1 ຢູ່ສຳນັກເມືອງ; ຈຸດທີ 2 ບ້ານ ຫ້ວຍລຸ້ງເທິງ; ຈຸດທີ 3 ບ້ານ ລ້ອງລາດ; ຈຸດທີ 4 ບ້ານ ພັກບົງ ແລະ ຈຸດທີ 5 ບ້ານ ພັກຫົກ; ໂດຍມີອົງການປົກຄອງບ້ານ ແລະປະຊາຊົນເຂົ້າຮ່ວມ 457 ທ່ານ, ຍິງ 215 ທ່ານຮັບຟັງ.
ການລົງເຄື່ອນໄຫວວຽກງານໃນຄັ້ງນີ້, ແມ່ນໄດ້ຮັບຟັງການລາຍງານ ສະພາບໂດຍຫຍໍ້ ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການ 1 ປີຕໍ່ໜ້າ ຈາກຕາງໜ້າຂອງອົງການປົກຄອງ 5 ບ້ານດັ່ງກ່າວ ຊຶ່ງກໍໄດ້ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸງຍາກ ແລະ ສິ່ງທ້າທາຍຫຼາຍບັນຫາ.
ຈາກນັ້ນ ທ່ານ ນາງ ວຽນວິໄລດີລະພັນ ກຳມະການປະຈຳພັກແຂວງ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ່ 6 ຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງພະບາງ ກໍ່ໄດ້ໃຫ້ກຽດເຜີຍແຜ່ເນື້ອໃນຈິດໃຈ ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ໃຫ້ບັນດາຜູ້ອົງການປົກຄອງບ້ານ ແລະ ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ ແລະ ເຂົ້າໃຈ ຕໍ່ບັນຫາສຳຄັນຕ່າງໆ ທີ່ໄດ້ພິຈາລະນາ ແລະ ຮັບຮອງເອົາຢູ່ໃນກອງປະຊຸມ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ. ພ້ອມນີ້ ຍັງໄດ້ຮັບຟັງຄຳຄິດຄຳເຫັນ, ຂໍ້ຂັດຂ້ອງໝອງໃຈຂອງພໍ່-ແມ່ປະຊາຊົນບັນດາເຜົ່າ ເຊິ່ງເຫັນໄດ້ຫລາຍບັນຫາ ທີ່ຕິດພັນກັບ ວຽກງານການພັດທະນາເສດຖະກິດ-ສັງຄົມ ແລະ ວຽກງານອື່ນໆ.
ພ້ອມດຽວກັນນັ້ນ ທ່ານ ນາງ ວຽນວິໄລ ດີລະພັນ ກຳມະການປະຈຳພັກແຂວງ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ່ 6 ຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງພະບາງ ກໍໄດ້ອະທິບາຍ, ຊີ້ແຈງ ຕໍ່ກັບບັນດາຄຳສະເໜີຕ່າງໆ ໃຫ້ພໍ່-ແມ່ປະຊາຊົນບັນດາເຜົ່າເຂົ້າໃຈຕໍ່ກັບບັນຫາດັ່ງກ່າວ ແລະ ທ່ານຍັງໄດ້ຮັບເອົາບາງຄຳສະເໜີຕ່າງໆທີ່ປະຊາຊົນໄດ້ສະເໜີມາ; ເພື່ອນຳໄປສະເໜີ-ລາຍງານໃຫ້ພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າພິຈາລະນາ ແລະ ແກ້ໄຂຕາມພາລະບົດບາດ ພ້ອມທັງໄດ້ຮຽກຮ້ອງໃຫ້ ອົງການປົກຄອງ 5 ບ້ານ ກໍຄືປະຊາຊົນພາຍໃນບ້ານ ຈົ່ງສືບຕໍ່ເອົາໃສ່ສ້າງເສດຖະກິດຄອບຄົວ ໂດຍສະເພາະແມ່ນການປູກຝັງ-ລຽ້ງສັດ, ພ້ອມທັງປຸກລະດົມເຕົ້າໂຮມຄວາມສາມັກຄີພາຍໃນບ້ານໃຫ້ໜັກແໜ້ນ; ຈົ່ງເປັນເຈົ້າການຮັກສາຄວາມສະຫງົບພາຍໃນບ້ານ ແລະ ຮັກສາວັດທະນະທຳຮີດຄອງປະເພນີອັນດີງາມຂອງຊາດ ພ້ອມທັງເອົາໃຈໃສ່ ຍົກສູງສິດເປັນເຈົ້າ ໃນການຈັດຕັ້ງປະຕິບັດ ບັນດານະໂຍບາຍຂອງພັກ, ລະບຽບກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ ກໍຄືມະຕິກອງປະຊຸມຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ໂດຍສະເພາະແມ່ນ 2 ວາລະແຫ່ງຊາດ ໃຫ້ບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້. ໃນໂອກາດການລົງເຄື່ອນໄຫວຄັ້ງນີ້ ທ່ານ ຍັງໄດ້ມອບອຸປະກອນການຮຽນຈຳນວນຫນຶ່ງມອບໃຫ້ນ້ອງນ້ອຍນັກຮຽນພາຍໃນ 4 ບ້ານ ເພື່ອໃຫ້ນ້ອງນ້ອຍນັກຮຽນໄດ້ນຳໃຊ້ເຂົ້າໃນການຮຽນຕື່ມອີກ.
ມີ 7 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 106 |
![]() | ມື້ວານນີ້ | 360 |
![]() | ອາທິດນີ້ | 59 |
![]() | ເດືອນນີ້ | 6726 |
![]() | ທັງໝົດ | 193917 |