​ຊົມ​ເຊີມ​ວັນ​ສ້າງ​ຕັ້ງ​ພັກ ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ​ຄົບ​ຮອບ 67 ປີ ຢ່າງ​ສຸດ​ໃຈ.

ອອກ​ແຮງ​ແຂ່ງ​ຂັນ​ສ້າງ​ຜົນ​ງານ​ຄຳ​ນັບ​ຮັບ​ຕ້ອນ​ວັນ​ສ້າງ​ຕັ້ງ​ພັກ ຄົບ​ຮອບ 67 ປີ.

  • ກອງປະຊຸມຄົບຄະນະກາງສະໄໝ ຄັ້ງທີ V ຂອງໜ
  • ຄະນະພັກຮາກຖານ ສະຖາບັນຍຸຕິທຳແຫ່ງຊາດ
  • ໜ່ວຍພັກ ສະຫະພັນກໍາມະບານແຂວງຫຼວງພະບ
  • ກອງປະຊຸມສະຫຼຸບຕີລາຄາກາງສະໄໝກອງປະຊ
  • ໜ່ວຍສະຫະພັນແມ່ຍິງຄະນະໂຄສະນາອົບຮົມ
  • ເປີດກອງປະຊຸມກາງສະໄໝ ຂອງໜ່ວຍພັກສະຫ
 

ກອງປະຊຸມຄົບຄະນະກາງສະໄໝ ຄັ້ງທີ V ຂອງໜ່ວຍພັກຄະນະໂຄສະນາອົບຮົມແຂວງ

  ກອງປະຊຸມຄົບຄະນະກາງສະໄໝ ຄັ້ງທີ V ຂອງໜ່ວຍພັກຄະນະໂຄສະນາອົບຮົມແຂວງ ໄດ້ໄຂຂຶ້ນໃນວັນທີ 23 ມ...
 

ຄະນະພັກຮາກຖານ ສະຖາບັນຍຸຕິທຳແຫ່ງຊາດສາຂາຫຼວງພະບາງ ສໍາເລັດກອງປະຊຸມຄົບຄະນະກາງສະໄໝທີ I

ໃນວັນທີ 16-17 ມີນາ 2023 ຄະນະພັກຮາກຖານ ສະຖາບັນຍຸຕິທຳແຫ່ງຊາດສາຂາຫຼວງພະບາງ ໄດ້ດຳເນີນກອງປະຊຸມຄ...
 

ໜ່ວຍພັກ ສະຫະພັນກໍາມະບານແຂວງຫຼວງພະບາງ ສໍາເລັດກອງປະຊຸມຄົບຄະນະ ກາງສະໄໝທີ V

ໜ່ວຍພັກ ສະຫະພັນກໍາມະບານແຂວງຫຼວງພະບາງ  ສໍາເລັດກອງປະຊຸມຄົບຄະນະ ກາງສະໄໝທີ V --------...
 

ກອງປະຊຸມສະຫຼຸບຕີລາຄາກາງສະໄໝກອງປະຊຸມໃຫຍ່ຄັ້ງທີ II ຂອງຄະນະພັກຮາກຖານພະແນກເຕັກໂນໂລຊີ ແລະ ການສື່ສານແຂວງຫຼວງພະບາງ.

ກອງປະຊຸມສະຫຼຸບຕີລາຄາກາງສະໄໝກອງປະຊຸມໃຫຍ່ຄັ້ງທີ II ຂອງຄະນະພັກຮາກຖານພະແນກເຕັກໂນໂລຊີ ແລະ ການສື...
 

ໜ່ວຍສະຫະພັນແມ່ຍິງຄະນະໂຄສະນາອົບຮົມແຂວງ ສ້າງຂະບວນການອອກແຮງງານໃຫ້ແກ່ວັນສ້າງຕັ້ງແມ່ຍິງສາກົນ ຄົບຮອບ 113 ປີ.

ຫົວຂໍ້ຂ່າວ  ໜ່ວຍສະຫະພັນແມ່ຍິງຄະນະໂຄສະນາອົບຮົມແຂວງ  ສ້າງຂະບວນການອອກແຮງງານໃຫ້ແກ່ວັນສ້...
 

ເປີດກອງປະຊຸມກາງສະໄໝ ຂອງໜ່ວຍພັກສະຫະພັນແມ່ຍີງແຂວງຫລວງພະບາງ.

ເປີດກອງປະຊຸມກາງສະໄໝ ຂອງໜ່ວຍພັກສະຫະພັນແມ່ຍີງແຂວງຫລວງພະບາງ. ເພື່ອຕີລາຄາຄືນການນໍາ...
Previous
Next

ຂ່າວໃໝ່

ກອງປະຊຸມຮ່ວມຊີວິດຂອງໜ່ວຍພັກ ປະຈໍາເດືອນ 12 ແລະ ມອບຫຼຽນໄຊແຮງງານ ຊັ້ນ II, ຊັ້ນ III, ຫຼຽນກາແຮງານ ແລະ ໃບຍ້ອງຍໍລັດຖະບານ ໃຫ້ກົມກອງ ແລະ ບຸກຄົນ ໃນຂະບວນການແຂ່ງຂັນຮັກຊາດ, ສ້າງບ້ານພັດທະນາ ແລະ ຂະຫຍາຍວຽກງານ 3 ສ້າງເຂົ້າສູ່ລ່ວງເລິກ ໄລຍະ 5 ປີ (2016-2020)

ວັນທີ 29 ທັນວາ 2022 ນີ້ ຄະນະໂຄສະນາອົບຮົມແຂວງ ໄດ້ຈັດກອງປະຊຸມຮ່ວມຊີວິດຂອງໜ່ວຍພັກ ປະຈໍາເດືອນ 12 ແລະ ມອບຫຼຽນໄຊແຮງງານ ຊັ້ນ II, ຊັ້ນ III, ຫຼຽນກາແຮງານ ແລະ ໃບຍ້ອງຍໍລັດຖະບານ ໃຫ້ກົມກອງ ແລະ ບຸກຄົນ ໃນຂະບວນການແຂ່ງຂັນຮັກຊາດ, ສ້າງບ້ານພັດທະນາ ແລະ ຂະຫຍາຍວຽກງານ 3 ສ້າງເຂົ້າສູ່ລ່ວງເລິກ ໄລຍະ 5 ປີ (2016-2020). ໂດຍມີ ສະຫາຍ ທອງຈັນ ພົມມະລັດ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນອົບຮົມແຂວງ ມີບັນດາສະມາຊິກພັກພາຍໃນໜ່ວຍເຂົ້າຮ່ວມຢ່າງພ້ອມພຽງ.

ພີທີ ສະຫາຍ ສົມນຶກ ຈະເລີນສີ ຂຶ້ນຜ່ານຮ່າງບົດສະຫຼຸບຂອງໜ່ວຍພັກ, ໃນໄລຍະ  1 ເດືອນຜ່ານມາ. ເພື່ອໃຫ້ບັນດາສະຫາຍສະມາຊິກພັກປະກອບຄໍາເຫັນ ແລະ ຕີລາຄາກວດກາຄືນ, ການເຄື່ອນໄຫວຂອງຄະນະໜ່ວຍພັກ, ລວມທັງສະມາຊິກພັກ ໃນການເຄື່ອນໄຫວປະຕິບັດໜ້າທີ່ການເມືອງ, ການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ທັງເປັນການສຳຫຼວດກວດກາຕີລາຄາຄວາມຮັບຜິດຊອບຂອງ ຄະນະພັກ, ຄະນະໂຄສະນາອົບຮົມແຂວງ ແລະ ມີການສົ່ງຂ່າວ, ການຕໍານິຕິຊົມຕົນເອງ, ຕິຊົມໝູ່ຄະນະ, ເພື່ອເປັນການກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ໃຫ້ດີຂຶ້ນ ພ້ອມກັນກ້າວໜ້າ ແລະ ຈໍາກັດຈຸດອ່ອນ, ຂໍ້ຄົງຄ້າງໃນໄລຍະຜ່ານມາ ເຮັດໃຫ້ການຮ່ວມຊີວິດໃນຄັ້ງນີ້ມີເນື້ອໃນ ແລະມີບັນຍາກາດຟົ້ນຟື້ນດີ.

ທ້າຍພິທີ ສະຫາຍ ທອງຈັນ ພົມມະລັດ ໄດ້ມີຄໍາເຫັນຊີ້ນໍາເໜັ້ນໜັກ ໃຫ້ບັນດາສະຫາຍສະມາຊິກພັກ ເອົາໃຈໃສ່ເຄົາລົບ ແລະ ປະຕິບັດກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດຢ່າງເຂັ້ມງວດ, ເປັນແບບຢ່າງທີ່ດີໃນການເຄື່ອນໄຫວ, ດຳລົງຊີວິດດ້ວຍຄວາມປອດໃສ, ບໍ່ໃຫ້ມີປະກົດການຫຍໍ້ທໍ້ຢູ່ພາຍໃນໜ່ວຍພັກ ຫຼື ຖ້າມີກໍຕ້ອງເດັດຂາດແກ້ໄຂໃຫ້ທັນການ; ຍຶດໝັ້ນ ແລະ ປະຕິບັດ 5 ຫຼັກການ, 3 ທິດນໍາໃນການກໍ່ສ້າງ ແລະ ປັບປຸງພັກຢ່າງເຂັ້ມງວດ, ເປັນເຈົ້າເຂົ້າຮ່ວມຊີວິດພັກທຸກເດືອນຮັບປະກັນ ແລະ ເສີມຂະຫຍາຍໄດ້ລັກສະນະນໍາພາ, ລັກສະນະສຶກສາອົບຮົມ ແລະ ລັກສະນະຕໍ່ສູ້ພາຍໃນໜ່ວຍພັກ; ຕີລາຄາຄຸນນະພາບຂອງສະມາຊິກພັກ ແລະ ໜ່ວຍພັກເປັນປົກກະຕິ, ເປັນເຈົ້າການຊຸກຍູ້ການຍ້ອງຍໍສະມາຊິກພັກຜູ້ທີ່ດີເດັ່ນ, ດຳເນີນມາດຕະການທາງດ້ານວິໄນ ຕໍ່ຜູ້ລະເມີດກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດຢ່າງເຂັ້ມງວດ; ເອົາໃຈໃສ່ຕິດຕາມມະຫາຊົນເຂົ້າພັກເປົ້າໝາຍຂະຫຍາຍເຂົ້າພັກ ຕ້ອງຖືຄຸນນະພາບເປັນກົກ ບົນພື້ນຖານປະຕິບັດໃຫ້ຖືກຕ້ອງຕາມມາດຖານ, ເງື່ອນໄຂ, ບາດກ້າວ, ຂັ້ນຕອນຂອງການຂະຫຍາຍພັກທີ່ໄດ້ກຳນົດໄວ້ໃນກົດລະບຽບພັກຢ່າງເຂັ້ມງວດ; ຊຸກຍູ້ການປະກອບບຸກຄະລາກອນຂອງໜ່ວຍພັກ ຕ້ອງຮັບປະກັນປະຕິບັດຖືກຕ້ອງຕາມມາດຖານ, ເງື່ອນໄຂທີ່ໄດ້ກຳນົດໄວ້ໃນກົດລະບຽບຂອງພັກຢ່າງຄົບຖ້ວນ.

ອີງຕາມລັດຖະດໍາລັດ ຂອງ ປະທານປະເທດ ສະບັບເລກທີ 154/ປປທ, ລົງວັນທີ 14 ກັນຍາ 2022 ແລະ ດໍາລັດ ຂອງ ນາຍົກລັດຖະມົນຕີ ສະບັບເລກທີ 363/ນຍ, ລົງວັນທີ 14 ກັນຍາ 2022. ສະຫາຍ ທອງຈັນ ພົມມະລັດ ຕາງໜ້າໃຫ້ຄະນະໜ່ວຍພັກ, ຄະນະໂຄສະນນາອົບຮົມແຂວງ ໃຫ້ກຽດຂຶ້ນມອບຫຼຽນໄຊແຮງງານ ຊັ້ນ II ຈໍານວນ 1 ກອງກົມ ແລະ 3 ສະຫາຍ, ຍິງ 1 ສະຫາຍ; ຫຼຽນໄຊແຮງງານ ຊັ້ນ III ຈຳນວນ 2 ສະຫາຍ, ຍິງ 1 ສະຫາຍ; ຫຼຽນກາແຮງານ ຈໍານວນ 06 ສະຫາຍ ແລະ ຍ້ອງຍໍລັດຖະບານ ຈໍານວນ 14 ສະຫາຍ, ​ຍິງ 6 ສະຫາຍ; ທີ່ມີຜົນງານດີເດັ່ນ ປະກອບສ່ວນດ້ານເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນຂະບວນການແຂ່ງຂັນຮັກຊາດ, ສ້າງບ້ານພັດທະນາ ແລະ ຂະຫຍາຍວຽກງານ 3 ສ້າງເຂົ້າສູ່ລ່ວງເລິກ ໄລຍະ 5 ປີ (2016-2020).

ບັນນາທິການຂ່າວ ຄອຂ ກວດແກ້: ຄໍາຫຼ້າ ໄຊຍະວົງ              ຂຽນໂດຍ: ສີປະເສີດ ພົມມະຈັນ

 

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຈຳນວນຄົນອອນໄລ໌ທ

ມີ 5  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

193912
ມື້ນີ້ມື້ນີ້101
ມື້ວານນີ້ມື້ວານນີ້360
ອາທິດນີ້ອາທິດນີ້54
ເດືອນນີ້ເດືອນນີ້6721
ທັງໝົດທັງໝົດ193912