​ຊົມ​ເຊີມ​ວັນ​ສ້າງ​ຕັ້ງ​ພັກ ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ​ຄົບ​ຮອບ 67 ປີ ຢ່າງ​ສຸດ​ໃຈ.

ອອກ​ແຮງ​ແຂ່ງ​ຂັນ​ສ້າງ​ຜົນ​ງານ​ຄຳ​ນັບ​ຮັບ​ຕ້ອນ​ວັນ​ສ້າງ​ຕັ້ງ​ພັກ ຄົບ​ຮອບ 67 ປີ.

  • ກອງປະຊຸມຄົບຄະນະກາງສະໄໝ ຄັ້ງທີ V ຂອງໜ
  • ຄະນະພັກຮາກຖານ ສະຖາບັນຍຸຕິທຳແຫ່ງຊາດ
  • ໜ່ວຍພັກ ສະຫະພັນກໍາມະບານແຂວງຫຼວງພະບ
  • ກອງປະຊຸມສະຫຼຸບຕີລາຄາກາງສະໄໝກອງປະຊ
  • ໜ່ວຍສະຫະພັນແມ່ຍິງຄະນະໂຄສະນາອົບຮົມ
  • ເປີດກອງປະຊຸມກາງສະໄໝ ຂອງໜ່ວຍພັກສະຫ
 

ກອງປະຊຸມຄົບຄະນະກາງສະໄໝ ຄັ້ງທີ V ຂອງໜ່ວຍພັກຄະນະໂຄສະນາອົບຮົມແຂວງ

  ກອງປະຊຸມຄົບຄະນະກາງສະໄໝ ຄັ້ງທີ V ຂອງໜ່ວຍພັກຄະນະໂຄສະນາອົບຮົມແຂວງ ໄດ້ໄຂຂຶ້ນໃນວັນທີ 23 ມ...
 

ຄະນະພັກຮາກຖານ ສະຖາບັນຍຸຕິທຳແຫ່ງຊາດສາຂາຫຼວງພະບາງ ສໍາເລັດກອງປະຊຸມຄົບຄະນະກາງສະໄໝທີ I

ໃນວັນທີ 16-17 ມີນາ 2023 ຄະນະພັກຮາກຖານ ສະຖາບັນຍຸຕິທຳແຫ່ງຊາດສາຂາຫຼວງພະບາງ ໄດ້ດຳເນີນກອງປະຊຸມຄ...
 

ໜ່ວຍພັກ ສະຫະພັນກໍາມະບານແຂວງຫຼວງພະບາງ ສໍາເລັດກອງປະຊຸມຄົບຄະນະ ກາງສະໄໝທີ V

ໜ່ວຍພັກ ສະຫະພັນກໍາມະບານແຂວງຫຼວງພະບາງ  ສໍາເລັດກອງປະຊຸມຄົບຄະນະ ກາງສະໄໝທີ V --------...
 

ກອງປະຊຸມສະຫຼຸບຕີລາຄາກາງສະໄໝກອງປະຊຸມໃຫຍ່ຄັ້ງທີ II ຂອງຄະນະພັກຮາກຖານພະແນກເຕັກໂນໂລຊີ ແລະ ການສື່ສານແຂວງຫຼວງພະບາງ.

ກອງປະຊຸມສະຫຼຸບຕີລາຄາກາງສະໄໝກອງປະຊຸມໃຫຍ່ຄັ້ງທີ II ຂອງຄະນະພັກຮາກຖານພະແນກເຕັກໂນໂລຊີ ແລະ ການສື...
 

ໜ່ວຍສະຫະພັນແມ່ຍິງຄະນະໂຄສະນາອົບຮົມແຂວງ ສ້າງຂະບວນການອອກແຮງງານໃຫ້ແກ່ວັນສ້າງຕັ້ງແມ່ຍິງສາກົນ ຄົບຮອບ 113 ປີ.

ຫົວຂໍ້ຂ່າວ  ໜ່ວຍສະຫະພັນແມ່ຍິງຄະນະໂຄສະນາອົບຮົມແຂວງ  ສ້າງຂະບວນການອອກແຮງງານໃຫ້ແກ່ວັນສ້...
 

ເປີດກອງປະຊຸມກາງສະໄໝ ຂອງໜ່ວຍພັກສະຫະພັນແມ່ຍີງແຂວງຫລວງພະບາງ.

ເປີດກອງປະຊຸມກາງສະໄໝ ຂອງໜ່ວຍພັກສະຫະພັນແມ່ຍີງແຂວງຫລວງພະບາງ. ເພື່ອຕີລາຄາຄືນການນໍາ...
Previous
Next

ຂ່າວໃໝ່

ຄະນະໂຄສະນາອົບຮົມແຂວງເປີດອົບຮົມເອກະສານ 5 ບົດໃຫ້ກັບສະມາຊິກພັກໃໝ່

ໃນ​ຕອນ​ເຊົ້າ​ຂອງວັນ​ທີ 27 ທັນ​ວາ 2022 ທີ່​ຜ່ານ​ມາ​ນີ້ ຢູ່​ທີ່​ຫ້ອງ​ປະ​ຊຸມ​​ທະ​ນາ​ຄານ​ແຂວງຫຼວງ​ພະ​ບາງ ໄດ້​ມີ​ການ​ຈັດ​ຕັ້ງ​ອົບ​ຮົມ​ຄວາມ​ຮູ້​ພື້ນ​ຖານ​ແນວ​ທາງ​ຂ​ອງ​ພັກ ໃຫ້​ກັບ​ສະ​ມາ​ຊິກ​ພັກ​ໃໝ່ ທີ່​ມາ​ຈາກ​ຄະ​ນະ​ພັກ​ຮາກ​ຖານ​​ທະ​ນາ​ຄານ​ແຂວງຫຼວງ​ພະ​ບາງ ແລະ ຄະ​ນະ​ພັກ​ຮາ​ຖານ​ພະ​ແນກ​ສາ​ທາ​ລະ​ນະ​ສຸກ​ແຂວງ ໂດຍ​ການ​ເປັນ​ປະ​ທານ​ຂອງ​ ​ສະ​ຫາຍ ທອງ​ຈັນ ພົມ​ມະ​ລັດ ຮອງ​ເລ​ຂາໜ່ວຍ​ພັກ, ​ຮອງ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​​ຮົມ​ແຂວງ ມີຄະ​ນະ​ຮັບ​ຜິດ​ຊອບ ແລະ ນັກ​ສຳ​ມະ​ນາ​ກອນ​ທີ່​ເປັນ​ສະ​ມາ​ຊິກ​ພັກ​ໃໝ່ ​ຈຳ​ນວນ 32 ສະ​ຫາຍ ຍິງ 19 ສະ​ຫາຍ.

      

ໃນ​ພິ​ທີ​ ສະ​ຫາຍ ທອງ​ຈັນ ພົມ​ມະ​ລັດ ຮອງ​ເລ​ຂາໜ່ວຍ​ພັກ ຮອງ​ຫົວ​ໜ້າຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງ​ ກໍ່​ໄດ້​ມີ​ຄຳ​ເຫັນ​ຊີ້​ນຳ​ບັ້ນ​ຝຶກ​ອົບ​ຮົມ ເຊິ່ງ​ສະ​ຫາຍ​ກໍ່​ໄດ້​ເນັ້ນ​ໜັກ​ໃຫ້​ບັນ​ດາ​ສະ​ມາ​ຊິກ​ພັກ​ໃໝ່ ເອົາ​ໃຈ​ໃສ່​ກຳ​ແໜ້ນ​ເນື້ອ​ໃນ​ຈິດ​ໃຈ ຄວາມ​ໝາຍຄວາມ​ສຳ​ຄັນ​ຂອງ​ບັນ​ດາ​ເອ​ກະ​ສານ ເພື່ອ​ໃຫ້​ບັນ​ດາ​ສະ​ຫາຍ​ນຳ​ໄປ​ໝູນ​ໃຊ້​ໃນ​ການ​ປະ​ຕິ​ບັດ​ວຽກ​ງານຕົວ​ຈິງ​ໃນ​ສະ​ເພາະ​ໜ້າ ແລະ ຂອງ​ກົມ​ກອງ​ຂອງ​ຕົນ​ໃຫ້​ຖືກ​ຕ​ອ້ງ, ສອດ​ຄ່ອງຕາມ​ແນວ​ທາງ​ຂອ​ງ​ພັກ ເພື່ອ​ເປັນ​ການ​​ຝຶກ​ຝົນຫຼໍ່ຫຼອມ​ຕົນ​ເອງ​ໃນ​ທຸກ​ດ້ານ ໃຫ້​ກາຍ​ເປັນ​ພະ​ນັກ​ງານ-ສະ​ມາ​ຊິກ​ພັກທີມີ​ຄວາມ​ຮູ້​ພື້ນ​ຖານ​ກ່ຽວ​ກັບ​ລັດ​ທິ​ມາກ-ເລ​ນິນ ຮູ້​ກໍ່​ສ້າງ ແລະ ປັບ​ປຸງ​ປົວ​ແປງ​ພັກ, ມີ​ຄຸນ​ສົມ​ບັດ, ສິນ​ທຳ​ປະ​ຕິ​ວັດ, ເຊີດ​ຊູ​ຄວາມ​ເປັນ​ແບບ​ຢ່າງ​ນຳ​ໜ້າ, ມີ​ວິ​ທີ​ແກ້​ໄຂ​ພະ​ຍາດ​ອາດ​ຍາ​ສິດ, ສະ​ກັດ​ກັ້ນ​ຕ້ານ​ການ​ສໍ້​ລາດ​ບັງຫຼວງ ລວມ​ທັງ​ສິ່ງ​ທ້າ​ທາຍ​ທົດ​ສອບ​ຕ່າງໆ​ ສາ​ມາດ​ແບກ​ຫາບ​ໜ້າ​ທີ່​ການ​ເມືອງ​ຂອງ​ພັກ ແລະ ກາຍ​ເປັນ​ຜູ້​ສືບ​ທອດ​ຄົບ​ຕາມ​ມາດ​ຖານ​ເງື່ອນ​ໄຂ​ຂອງ​ພັກ​ວາງ​ອອກ.

        

ການ​ອົບ​ຮົມ​ໃນ​ຄັ້ງ​ນີ້​ແມ່ນ​ນຳ​ໃຊ້​ເອ​ກະ​ສານ 4 ບົດ​ຄື: 1 ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ຂອງ​ພັກ, ບົດ​ທີ 2 ​ຍົກ​ສູງ​ຄວາມ​ສາ​ມາດ​ນຳ​ພາ​ຂອງ​ພັກ, ບົດ​ທີ 3 ​ສະ​ກັດ​ກັ້ນ ແລະ ແກ້​ໄຂ​ປະ​ກົດ​ການ​ຫຍໍ້​ທໍ້​ພາຍ​ໃນ​ພັກ, ບົດ​ທີ 4 ​ຝຶກ​ຝົນຫຼໍ່ຫຼອມ​ຄຸນ​ສົມ​ບັດ​ສິນ​ທຳ​ປະ​ຕິ​ວັດ. ການ​ອົບ​ຮົມ​ແມ່ນ​ໄດ້​ນຳ​ໃຊ້​ວິ​ທະ​ຍາ​ກອນ​ມາ​ຈາກ 2 ພາກ​ສ່ວນ​ຄື: ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງ ແລະ ຄະ​ນະ​ກວດ​ກາ​ພັກ​ແຂວງ ​ການ​ອົບ​ຮົມ​ໃນ​ຄັ້ງ​ນີ້​ແມ່ນ​ໄດ້​ດຳ​ເນີນ​ເປັນ​ເວ​ລາ 2 ວັນ 27-28 ​ທັນ​ວາ 2022 ຈີ່ງ​ສີ້ນ​ສຸ​ດ​ລົງ.

ບັນນາທິການຂ່າວ ຄອຂ ກວດແກ້: ຄໍາຫຼ້າ ໄຊຍະວົງ                        ໂດຍ: ສົມ​ມິດ ແກ່ນ​ມະ​ນີ

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຈຳນວນຄົນອອນໄລ໌ທ

ມີ 8  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

193913
ມື້ນີ້ມື້ນີ້102
ມື້ວານນີ້ມື້ວານນີ້360
ອາທິດນີ້ອາທິດນີ້55
ເດືອນນີ້ເດືອນນີ້6722
ທັງໝົດທັງໝົດ193913