ຕອນບ່າຍຂອງວັນທີ 28 ກັນຍາ 2023 ນີ້ ທ່ານ ນາງ ວຽນວິໄລ ດີລະພັນ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ວຽກງານຢູ່ໂຄສະນາອົບຮົມ ຂອງນະຄອນ ຫລວງພະບາງ, ມີ ທ່ານ ສົມດີ ພອນສະຫວັດ ຮອງເລຂາພັກນະຄອນ, ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າຂະແໜງ ແລະພະນັກງານຄະນະໂຄສະນາອົບຮົມ ນະຄອນ ຫລວງພະບາງເຂົ້າຮ່ວມ
ຢູ່ຫ້ອງປະຊຸມຫ້ອງວ່າການນະຄອນ. ໂອກາດນີ້ ທ່ານ ວີ ເຮີເຊຍໄມ ກຳມະການປະຈຳພັກ ຫົວໜ້າຄະນະໂຄສະນາອົບຮົມນະຄອນ ໄດ້ລາຍງານສະພາບວຽກງານລວມຂອງ ຄະນະໂຄສະນາອົບຮົມນະຄອນ ໄລຍະ 9 ເດືອນຜ່ານມາ ຍົກໃຫ້ເຫັນດ້ານດີທີ່ພົ້ນເດັ່ນ ແລະຂໍ້ຄົງຄ້າງຈຳນວນໜຶ່ງ ຈາກນັ້ນ ໄດ້ມີການແລກປ່ຽນຄຳເຫັນດ້ານວິຊາສະເພາະລະຫວ່າງ ຄະນະໂຄສະນາອົບຮົມແຂວງ ກັບ ຄະນະໂຄສະນາອົບຮົມນະຄອນ ໂດຍໄດ້ຍົກເອົາວຽກງານຕົວຈິງ ຂຶ້ນມາແລກປ່ຽນກ່ຽວກັບວຽກງານໂຄສະນາ ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ວັນສຳຄັນຂອງຊາດ, ຂອງພັກ, ຂອງທ່ານຜູ້ນຳ ເຫດການທີ່ພົ້ນເດັ່ນພາຍໃນນະຄອນ ຫລວງພະບາງ, ວຽກງານສຶກສາອົບຮົມພະນັກງານ, ສະມາຊິກພັກ, ທະຫານ-ຕຳຫລວດ ແລະ ປະຊາຊົນບັນດາເຜົ່າ, ວຽກງານເກັບກຳສັງລວມຫາງສຽງສັງຄົມ ພາຍໃນການຈັດຕັ້ງກົມກອງ ແລະສັງຄົມ, ວຽກງານບໍລິຫານ, ຈັດຕັ້ງ, ກວດກາ ພ້ອມທັງເປັນເອກະພາບ ກັບບັນດາຄຳເຫັນເພື່ອນຳໄປຈັດຕັ້ງປະຕິບັດ ແລະສືບຕໍ່ແກ້ໄຂຂໍ້ຄົງຄ້າງ ໃນຕໍ່ໜ້າ. ຕອນທ້າຍ ທ່ານ ນາງ ວຽນວິໄລ ດີລະພັນ ມີຄຳເຫັນຊີ້ນຳໃຫ້ ຄະນະໂຄສະນາອົບຮົມນະຄອນຫລວງພະບາງ ສືບຕໍ່ຈັດຕັ້ງປະຕິບັດວຽກງານໂຄສະນາສຶກສາອົບຮົມ ໃຫ້ເຂົ້າສູ່ລວງເລິກ ດ້ວຍຄຸນນະພາບໃໝ່ ເອົາໃຈໃສ່ຫລາຍບັນຫານຳເອົາວຽກງານການເມືອງ-ແນວຄິດ ສອດຫ້ອຍເຂົ້າໄປທຸກຂົງເຂດວຽກງານ ແນ່ໃສ່ຮັບໃຊ້ວຽກງານກອງປະຊຸມ 3 ຂັ້ນຂອງພັກ ໃຫ້ສົມກັບເປັນວຽກງານໂຄສະນາຂອງພັກຢ່າງແທ້ຈິງ. ຈາກນັ້ນ ໄດ້ມີການມອບຮັບ ຄອມພີວເຕີຕັ້ງໂຕະ 1 ເຄື່ອງ, ປິ່ນເຕີ ຫຼື ເຄື່ອງພີມເອກະສານ 1 ເຄື່ອງ ແລະກ້ອງຖ່າຍຮູບ 1 ເຄື່ອງ ໃຫ້ຄະນະໂຄສະນາອົບຮົມນະຄອນ ນຳໃຊ້ເຂົ້າໃນວຽກງານ ຂອງຄະນະໂຄສະນາອົບຮົບນະຄອນ ຫຼວງພະບາງ ໃຫ້ໄດ້ຮັບຜົນດີ.
ຂ່າວ: ສີປະເສີດ ພົມມະຈັນ
ມີ 9 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 67 |
![]() | ມື້ວານນີ້ | 662 |
![]() | ອາທິດນີ້ | 1796 |
![]() | ເດືອນນີ້ | 2922 |
![]() | ທັງໝົດ | 256385 |