ຄະນະໂຄສະນາອົບຮົມເມືອງຊຽງເງິນ ເປີດຮຽນເອກະສານໃຫ້ມະຫາຊົນຜູ້ກ້າວໜ້າ
ເປົ້າໝາຍຂະຫຍາຍເຂົ້າພັກປະຊາຊົນ ປະຕິວັດລາວຢູ່ບ້ານລ້ອງອໍ້ ຊຸດທີ່ 4 ປະຈຳປີ 2020.
ໃນຕົ້ນເດືອນ ພະຈິກ 2020 ຜ່ານມານີ້; ຄະນະໂຄສະນາອົບຮົມເມືອງຊຽງເງິນ ໄດ້ເປີດ-ປິດ ພິທີ ອົບຮົມຮຽນສະໜັບສະໜູນ ໃຫ້ແກ່ມະຫາຊົນຜູ້ກ້າວໜ້າ ເປົ້າໝາຍຂະຫຍາຍເຂົ້າພັກ ພັກປະຊາຊົນ ປະຕິວັດລາວ ຢູ້ບ້ານລ້ອງອໍ້ ກຸ່ມສວນຫຼວງ ເມືອງຊຽງເງິນ ແຂວງຫຼວງພະບາງ ຊຸດທີ່ 4 ປະຈຳປີ 2020 ຂື້ນຢ່າງເປັນທາງການ. ໂດຍເປັນປະທານຂອງ ສະຫາຍ ຈະຕຸບຸດ ກອງທອງ ກຳມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ ມີວິທະຍາກອນ, ພ້ອມດ້ວຍຄະນະ
ຮັບຜິດຊອບ ແລະ ສຳມະນາກອນ ມາຈາກ ໜ່ວຍພັກຂອງຄະນະພັກຮາກຖານກອງບັນຊາການປ້ອງກັນຊາດເມືອງ ແລະ ບັນດາໜ່ວຍພັກບ້ານ ເຂົ້າຮ່ວມທັງໝົດ 28 ສະຫາຍ, ຍິງ 10 ສະຫາຍ.
ສຳລັບບົດຮຽນທີ່ນຳໃຊ້ເຂົ້າໃນການອົບຮົມໃນຄັ້ງນີ້. ແມ່ນໄດ້ນຳໃຊ້ເອກະສານຈາກຄະນະ ໂຄສະນາອົບຮົມສູນກາງພັກກຳນົດໃຫ້, ເຊິ່ງມີ 11 ຄຳຖາມ 11 ຄຳຕອບ
ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ ເພື່ອໃຫ້ມະຫາຊົນຜູ້ກ້າວໜ້າທີ່ຈະຂະຫຍາຍເຂົ້າເປັນ ສະມາຊິກພັກ ຮັບຮູ້ເບື້ອງຕົ້ນກ່ຽວກັບປະຫວັດຄວາມເປັນມາ, ອຸດົມການ ແລະ ທາດແທ້ ຂອງພັກປະຊາຊົນ ປະຕິວັດລາວ. ເຂົ້າໃຈກ່ຽວກັບມາດຖານ, ເງື່ອນໄຂ ຜູ້ທີ່ຈະເປັນສະມາຊິກພັກ ແລະ ຜົນປະໂຫຍດຂອງສະມາຊິກພັກເພື່ອເຮັດໃຫ້ມະຫາຊົນຜູ້ກ້າວໜ້າແຕ່ລະ ສະຫາຍ ມີຄວາມຮັບຮູ້, ເຂົ້າໃຈເລິກຕື່ມກ່ຽວກັບການກໍ່ສ້າງ ແລະ ຂະຫຍາຍພັກ, ກຳໄດ້ເນື້ອໃນ ພື້ນຖານ ແລະ ຫຼັກການລວມຂອງພັກ, ພ້ອມທັງຮັບຮູ້ສັງເກດຕີລາຄາ ແລະ ວິເຄາະບັນຫາໄດ້ໃນລະດັບໃດ ໜຶ່ງທີ່ແນ່ນອນ.
ຕອນທ້າຍ ມະຫາຊົນຜູ້ກ້າວໜ້າເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນ ປະຕິວັດລາວ ແຕ່ລະສະຫາຍກໍ່ໄດ້ຮັບໃບຢັ້ງຢືນການເຂົ້າຮຽນເອກະສານໄວເພື່ອເປັນລັກຖານ ແລະ ໄດ້ຮັບຟັງການໂອ້ລົມຂອງສະຫາຍ ຈະຕຸບຸດ ກອງທອງ ກຳມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ ເຊິ່ງສະຫາຍໄດ້ເນັ້ນໃຫ້ມະຫາຊົນຜູ້ ກ້າວໜ້າ ເປົ້າໝາຍທີ່ຈະຂະຫຍາຍເຂົ້າ ພັກປະຊາຊົນ ປະຕິວັດລາວ ທີ່ໄດ້ເຂົ້າຮ່ຳຮຽນ ເອກະສານໃນຄັ້ງນີ້; ຈົ່ງນຳເອົາບັນດາເນື້ອໃນເອກະສານດັ່ງກ່າວໄປຝຶກຝົນຫຼໍ່ຫຼອມ ຕົນເອງໃຫ້ມີທັດສະນະຫຼັກໜັ້ນການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີແບບແຜນດຳລົງຊິວິດທີ່ປອດໃສຂາວສະອາດ, ເອົາໃຈໃສ່ ປະຕິບັດວຽກງານຕົວຈິງທີ່ພັກລັດມອບໝາຍໃຫ້ມີຜົນສຳເລັດເພື່ອໃຫ້ກາຍເປັນສະມາຊິກພັກທີ່ເປັນແບບຢ່າງ ທີ່ດີໃນຕໍ່ໜ້າ
ມີ 15 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 32 |
![]() | ມື້ວານນີ້ | 75 |
![]() | ອາທິດນີ້ | 11 |
![]() | ເດືອນນີ້ | 2659 |
![]() | ທັງໝົດ | 89875 |