ເມືອງນານຈັດຕັ້ງພິທີປາຖະກະຖາວັນປະກາດເອກະລາດ ຄົບຮອບ 75 ປີ
ລະຫວ່າງທ້າຍເດືອນ ຕຸລາ 2020 ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງນານ ໄດ້ຈັດຕັ້ງພິທີໂຄສະນາປາຖກະຖາວັນປະກາດເອກະລາດ ຄົບຮອບ 75 ປີ (12/10/1945 –12/10/2020 ) ຂື້ນເປັນທາງການໂດຍໃຫ້ກຽດເປັນປະທານ ຂອງທ່ານ ທອນ ອີອຳພອນ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ນາຍ ແລະ ພົນຕຳຫຼວດ,ນາຍ ແລະ ພົນທະຫານ,
ສູນບໍລິການໄຟຟ້າເມືອງ, ລັດວິສາຫະກິດນ້ຳປະປາ, ສະມາຊິກພັກພະນັກງານລັດຖະກອນ, ສູນ 598, ພະນັກງານປະຕິວັດອາວຸໂສບຳນານ ແລະ ເລຂາ-ຮອງເລຂາໜ່ວຍພັກບ້ານ 15 ບ້ານເທດສະບານ ເຂົ້າຮ່ວມລວມທັງໝົດ 132 ຄົນ, ຍິງ 53 ຄົນ,ສະມາຊິກພັກມີ 122 ສະຫາຍ, ຍິງ 30 ສະຫາຍ.
ໃນພິທີທ່ານ ທອງວັນ ແດງສະຫວັດ ກຳມະການພັກເມືອງຫົວໜ້າຄະນະໂຄສະນາອົບຮົມເມືອງ ຂື້ນຜ່ານຄຳສັ່ງແນະນຳຂອງຄະນະປະຈຳພັກແຂວງ ແລະ ຂໍ້ຕົກລົງຂອງທ່ານ ເຈົ້າເມືອງ ຈາກນັ້ນ ທ່ານ ທອນ ສີອຳພອນ ໃຫ້ກຽດປາຖະກະຖາເລົ່າມູນເຊື້ອວັນປະກາດເອກະລາດ ຄົບຮອບ 75 ປີ,
ໃນຕອນທ້າຍຂອງພິທີ ທ່ານ ທອນ ສີອຳພອນໄດ້ໂອ້ລົມບັນດາທ່ານ ພະນັກງານທຸກພາກສ່ວນ ແລະ ພໍ່ແມ່ປະຊາຊົນໃຫ້ເພີ່ມທະວີຄວາມສາມັກຄີປອງດອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ເຊີດຊູນ້ຳໃຈຮັກຊາດຕິດພັນກັບການຊຸກຍູ້ການພັດທະນາໃຫ້ດຳເນີນໄປຢ່າງຕັ້ງໜ້າພ້ອມນັ້ນຍັງໄດ້ເນັ້ນໜັກໃຫ້ພະນັກງານໜຸ່ມນ້ອຍເອົາໃຈໃສ່ຕໍ່ການເຄົາລົບນັບຖືພະນັກງານປະຕິວັດອາວຸໂສບຳນານ ແລະ ຜູ້ທີ່ເສຍອົງຄະໃນປາງສົງຄາມຜ່ານມາອິກດ້ວຍ.
ມີ 18 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 32 |
![]() | ມື້ວານນີ້ | 75 |
![]() | ອາທິດນີ້ | 11 |
![]() | ເດືອນນີ້ | 2659 |
![]() | ທັງໝົດ | 89875 |