ພະນັກງານຫຼັກແຫຼ່ງ ແລະ ການຈັດຕັ້ງບ້ານທົ່ວເມືອງໂພນ ທອງຮັບຟັງການເຊື່ອມຊຶມຜັນຂະຫຍາຍ ຜົນກອງປະຊຸມ ກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ແລະ ຄໍາສັ່ງແນະນໍາຂອງຄະນະປະຈຳພັກແຂວງ ວ່າດ້ວຍ ການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ວັນທີ 20-21 ພະຈິກ 2023 ມີພະນັກງານ ຫຼັກແຫຼ່ງ ແລະ ການຈັດຕັ້ງບ້ານທົ່ວເມືອງໂພນທອງຮັບຟັງການເຊື່ອມຊຶມ ຜັນຂະຫຍາຍ ຜົນກອງປະຊຸມກາງສະໄໝ ຂອງຄະນະ ບໍລິຫານງານສູນກາງພັກສະໄໝ XI ແລະ ຄໍາສັ່ງແນະນໍາ ຂອງຄະປະຈຳພັກແຂວງ ວ່າດ້ວຍການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໂດຍໃຫ້ກຽດຂຶ້ນບັນລະຍ້າຍໂດຍ ສະຫາຍ ບຸນສົມ ຄຸນມະນີ ກຳມະ ການປະຈຳພັກແຂວງ ປະທານ ແນວລາວສ້າງຊາດແຂວງ, ທ່ານ ບຸນຈັນ ປານຟອງເພັດ ເຈົ້າເມືອງ-ເມືອງໂພນທອງ, ມີ ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ ແລະ ການຈັດຕັ້ງບ້ານ ທົ່ວເມືອງເຂົ້າ ຮ່ວມ.
ຕອນເຊົ້າຂອງວັນທີ 14 ພະຈິກ 2023 ຜ່ານມານີ້; ຄະນະໂຄສະນາອົບຮົມເມືອງນໍ້າບາກໄດ້ເປີດພິທີອົບຮົມ ໃຫ້ມະຫາຊົນຜູ້ທີ່ມີຄວາມກ້າວໜ້າທີ່ເພື່ອຈະຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວຊຸດທີ VIII ປະຈຳປີ 2023 ຢູ່ທີ່ຫ້ອງປະຊຸມກຸ່ມພັກ-ພະນັກງານ ເປັນປະທານເປີດພິທີໂດຍ ສະຫາຍສົມລົດ ສຸລິຍົງ ກຳມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງນ້ໍາບາກ ເຊິ່ງມີມະຫາຊົນຜູ້ທີ່ມີຄວາມກ້າວໜ້າມາຈາກໜ່ວຍພັກສຳນັກງານ-ອົງການ, ໜ່ວຍພັກກອງບັນຊາການ ປກສ, ໜ່ວຍພັກໂຮງໝໍ, ໜ່ວຍພັກ ສາທາ, ໜ່ວຍພັກ ມຕ ຊົ່ງຈ່າ, ໜ່ວຍພັກ ມຕ ຫົວນາ, ໜ່ວຍພັກ ມຕ ນໍ້າຖ້ວມ ເຂົ້າຮ່ວມທັງໝົດ 10 ສະຫາຍ, ຍິງ 6 ສະຫາຍ.
ວັນທີ 8 ພະຈິກ ປີ2023 ນີ້ອົງການປົກຄອງເມືອງໂພນທອງ ໄດ້ຈັດພິທີປາຖະກະຖາວັນ ມະຫາປະຕິວັດເດືອນຕຸລາລັດເຊຍ ຄົບຮອບ 106 ປີ ວັນທີ່ 7 ພະຈິກ 1917- ວັນທີ 7 ພະຈິກ 2023 ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນຈັນ ປານຟອງເພັດ ເຈົ້າເມືອງໆໂພນທອງ, ມີຄະນະປະຈາພັກ ເມືອງ, ກໍາມະການພັກເມືອງ, ຫົວໜ້າຮອງຫົວໜ້າ ຫ້ອງການ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນ ຕໍາຫຼວດ ແລະ ພະນັກງານລັດຖະກອນພາຍໃນເມືອງເຂົ້າຮ່ວມ.
ວັນທີ 25/10/2023 ເວລາ 8:00 ໂມງ ຕອນເຊົ້າ ຜ່ານມານີ້, ທາງຄະນະໂຄສະນາອົບຮົມເມືອງໄດ້ເປີດພິທີເຊື່ອມຊຶມເອກະສານອົບຮົມເປົ້າໝາຍຂະຫຍາຍເຂົ້າພັກ ຊຸດທີ II ປະຈຳປີ 2023 ຢູ່3 ກຸ່ມຮາກຖານບ້ານຄື: ກຸ່ມປາກງາ ມີ 9 ສະຫາຍ, ຍິງ 6 ສະຫາຍ, ກຸ່ມປາກຈີມມີ 7 ສະຫາຍ, ຍິງ 1ສະຫາຍ ແລະ ກຸ່ມເມືອງຊື່ນມີ 9 ສະຫາຍ, ຍິງ 2 ສະຫາຍ, ເປັນປະທານໂດຍ ທ່ານ ຄຳເພັດ ຈັນທຸມມາ ຄະນະປະຈຳພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ, ເຊິ່ງມີຈຳນວນພົນເຂົ້າຮ່ວມທັງໝົດ 38 ສະຫາຍ, ຍິງ 9 ສະຫາຍ, ນັກວິທະຍາກອນ 3 ສະຫາຍ, ຍິງ 0 ສະຫາຍ, ນັກສຳມະນາກອນ25 ສະຫາຍ, ຍິງ 9 ສະຫາຍ, ເຊີ່ງພິທີໄດ້ດຳເນີນເປັນເວລາ 1 ວັນເຕັມ, ເວລາ 8: 00 ນາທີ ຫາ 10:00ນາທີ ໃຫ້ກຽດຂື້ນບັນລະຍາຍເອກະສານ ບົດທີ 1-2-3-4-5, ໂດຍ ສະຫາຍ ຄຳເພັດ ຈັນທຸມມາຄະນະປະຈຳພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ; ເວລາ 10:00 ໂມງ ຫາ 11:30 ນາທີໃຫ້ກຽດຂື້ນບັນລະຍາຍເອກະສານ ບົດທີ 6-7-8-9-10 ໂດຍ ສະຫາຍ ສົມພອນ ໄຊຍະຮັກ ຄະນະພັກເມືອງ ຮອງຫົວໜ້າຄະນະຈັດຕັ້ງເມືອງ, ພາກແລງ ເວລາ 13: 30 ນາທີ ຫາ 14: 40ນາທີ; ໃຫ້ກຽດຂຶ້ນເຊື່ອມຊຶມເອກະສານຕໍ່ ບົດທີ 11-12-13 ໂດຍ ສະຫາຍ ຄຳແດງ ອີນຍາວົງ ຄະນະພັກເມືອງ ຮອງປະທານກວດກາພັກ-ລັດເມືອງ,
ໃນຕອນເຊົ້າຂອງ ວັນທີ 26 ຕຸລາ 2023 ຢູ່ທີ່ສະໂມສອນບ້ານນະຄອນ ທາງຄະນະໂຄສະນາອົບຮົມເມືອງນໍ້າບາກໄດ້ຈັດຕັ້ງ ພິທີປາຖະກະຖາວັນສ້າງຕັ້ງການທູດລາວ ຄົບຮອບ 70 ປີ, ວັນປະກາດເອກະລາດຄົບຮອບ 78 ປີ. ໃຫ້ກຽດເປັນປະທານໂດຍ ສະຫາຍ ຄຳສະໝອນ ເພັດດາລາ ຮອງເລຂາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ເຊິ່ງມີຄະນະພັກເມືອງ, ຜູ້ຊີ້ນຳບ້ານ, ຫົວໜ້າ ປກສ ກຸ່ມ, ຄະນະອໍານວຍການໂຮງຮຽນມໍຕົ້ນ, ການຈັດຕັ້ງບ້ານທຸກພາກສວນ, ສະມາຊິກພັກ ແລະປະຊາຊົນ ພາຍໃນບ້ານ ນະຄອນເຂົ້າ ມີຈຳນວນພົນເຂົ້າຮ່ວມທັງໝົດ 68 ທ່ານ, ຍິງ 31 ທ່ານ.
ມີ 11 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 72 |
![]() | ມື້ວານນີ້ | 662 |
![]() | ອາທິດນີ້ | 1801 |
![]() | ເດືອນນີ້ | 2927 |
![]() | ທັງໝົດ | 256390 |