ໃນຕອນບ່າຍ ຂອງວັນທີ 2 ຕຸລາ 2023 ນີ້ ຢູ່ທີ່ຫ້ອງປະຊຸມ ສານປະຊາຊົນແຂວງຫຼວງພະບາງ; ທ່ານ ນາງ ວຽນວິໄລ ດີລະພັນ ກໍາມະການປະຈໍາພັກແຂວງ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 6, ຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງພະບາງ ພ້ອມດ້ວຍທິມງານໄດ້ລົງເຄື່ອນໄຫວເຜີຍແຜ່, ເຊື່ອມຊຶມ ຄໍາສັ່ງແນະນໍາ ຂອງຄະນະປະຈໍາພັກແຂວງ ສະບັບເລກທີ 06/ຄປພຂ-ຫຼບ, ລົງວັນທີ 31 ສິງຫາ 2017 ວ່າດ້ວຍການເພີ່ມທະວີວຽກງານຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ, ເອກະສານບັນກາພື້ນຖານກ່ຽວກັບວຽກງານສັງລວມ-ເກັບກຳຫາງສຽງສັງຄົມ ຢູ່ສານປະຊາຊົນແຂວງ ໂດຍມີ ທ່ານ ສໍານານ ສົນທະນີ ກໍາມະການພັກແຂວງ, ເລຂາໜ່ວຍພັກ, ປະທານສານປະຊາຊົນແຂວງ, ຮອງປະທານສານ, ຜູ້ພິພາກສາ, ຜູ້ຊ່ວຍຜູ້ພິພາກສາ ຕະຫຼອດຮອດ ສະມາຊິກພັກ, ພະນັກງານ-ລັດຖະກອນເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.
ວັນທີ 29 ກັນຍາ 2023 ຢູ່ທີ່ສູນຝຶກອົບຮົມເມືອງຈອມເພັດ ຄະນະໂຄສະນາອົບຮົມແຂວງເຄື່ອນໄຫວຊຸກຍູ້ວຽກງານໂຄສະນາອົບຮົມຢູ່ເມືອງຈອມເພັດ ການນຳພາຂອງ ທ່ານ ນາງ ວຽນວິໄລ ດີລະພັນ ກຳມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ວັນໄຊ ບົວລະພັນ ກຳມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ, ມີບັນດາຫົວໜ້າຂະແໜງ-ຮອງຂະແໜງ ແລະ ບັນພະນັກງານຄະນະໂຄສະນາອົບຮົມເມືອງເຂົ້າຮ່ວມ.
ຕອນບ່າຍຂອງວັນທີ 28 ກັນຍາ 2023 ນີ້ ທ່ານ ນາງ ວຽນວິໄລ ດີລະພັນ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ວຽກງານຢູ່ໂຄສະນາອົບຮົມ ຂອງນະຄອນ ຫລວງພະບາງ, ມີ ທ່ານ ສົມດີ ພອນສະຫວັດ ຮອງເລຂາພັກນະຄອນ, ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າຂະແໜງ ແລະພະນັກງານຄະນະໂຄສະນາອົບຮົມ ນະຄອນ ຫລວງພະບາງເຂົ້າຮ່ວມ
ເວລາ 8:00ໂມງ ຕອນເຊົ້າຂອງວັນທີ 7/09/2023 ຜ່ານມານີ້ ທາງຄະນະໂຄສະນາອົບຮົມເມືອງງອຍ ໄດ້ຈັດຕັ້ງພິທີອົບຮົມສະມາຊິກພັກໃໝ່ ປະຈຳປີ 2023 ຢູ່ທີ່ຫໍປະຊຸມໃຫຍ່ຂອງເມືອງ ພາຍໃຕ້ການເປັນປະທານ ໂດຍ ສະຫາຍ ບຸນເມືອງ ໄຊຍະສິດ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເມືອງງອຍ.
ໃນພິທີອົບຮົມເອກະສານ 4 ບົດຂອງຄະນະໂຄສະນາອົບຮົມສູນກາງພັກຄັ້ງນີ້ ກໍ່ໄດ້ເຊື້ອເຊີນຄະນະປະຈຳ, ຄະນະພັກ, ຄະນະພັກຮາກຖານ 2 ກໍາລັງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ເລຂາໜວ່ຍພັກ ຕະຫຼອດຮອດສະມາຊີກພັກສົມບູນ ແລະ ສຳຮອງ ທີ່ຢູ່ອ້ອມຂ້າງສຳນັກງານ-ອົງການ ເຂົ້າຮ່ວມ ເຊິ່ງມີຈຳນວນພົນທີ່ເຂົ້າຮ່ວມທັງໝົດ 205 ສະຫາຍ, ຍິງ 85 ສະຫາຍ, ສະມາຊີກພັກ 205 ສະຫາຍ, ຍິງ 85 ສະຫາຍ, ຄະນະປະຈຳພັກເມືອງ 6 ສະຫາຍ, ຍິງ 1 ສະຫາຍ, ຄະນະພັກ 10 ສະຫາຍ ຍິງ 0ສະຫາຍ. ເວລາ 8: 00 ໂມງ - 9:00 ໂມງ ໃຫ້ກຽດຂື້ນຜ່ານເອກະສານອົບຮົມ ບົດທີ 2: ຍົກສູງຄວາມສາມາດນໍາພາຂອງພັກ ໂດຍ ສະຫາຍ ບຸນເມືອງ ໄຊຍະສິດ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເມືອງງອຍ; ເວລາ 9:00 ໂມງ - 10:30 ໂມງ ໃຫ້ກຽດຂື້ນຜ່ານເອກະສານອົບຮົມ ບົດທີ 1 ເສີມຂະຫຍາຍມູນເຊື້ອຂອງພັກ ແລະ ບົດທີ 4: ຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດ, ໂດຍສະຫາຍ ປອ ສົມສະນິດ ແກ່ນມະນີ ຮອງເລຂາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ; ເວລາ 10:40 ໂມງ- 11:30 ໂມງ ໃຫ້ກຽດຂື້ນຜ່ານເອກະສານອົບຮົມ ບົດທີ 3: ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ພາຍໃນພັກ, ໂດຍ ສະຫາຍ ບຸນເຕັມ ອາໄພສະຫວັດ ຮອງເລຂາພັກເມືອງ ປະທານຄະນະກວດກາພັກ-ລັດເມືອງ.
ໃນຕອນເຊົ້າຂອງ ວັນທີ 05 / 09 / 2023 ທີ່ຜ່ານມາຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ທາງຄະນະໂຄສະນາອົບຮົມເມືອງນໍ້າບາກ ໄດ້ຈັດຕັ້ງ ພິທີປາຖະກະຖາວັນວັນຢືດອຳນາດທົ່ວປະເທດ ສປປລາວ ຄົບຮອບ 48 ປີ ເເລະ ເຊຶ່ອມຊຶມມະຕິກອງປະຊຸມຄົບຄະນະຂອງສູນກາງພັກຄັ້ງທີ 6 ສະໄໝທີ XI ແລະ ມະຕິກອງປະຊຸມຄົບຄະຈະຂອງອົງຄະນະພັກແຂວງຫຼວງພະບາງຄັ້ງ 9 ສະໄໝທີ VIII. ໃຫ້ກຽດເປັນປະທານພິທີໃນຄັ້ງນີ້ ໂດຍ ສະຫາຍ ສົມຫວັງ ພອນຄຳວົງສາ ເລຂາພັກເມືອງ ເຈົ້າເມືອງນໍ້າບາກ ໃຫ້ກຽດຂຶ້ນຜ່ານເອກະສານວັນຢືດອຳນາດທົ່ວປະເທດລາວ ຄົບຮອບຮອບ 48 ປີ ແລະ ຜ່ານມະຕິກອງປະຊຸມຄົບຄະນະຂອງສູນກາງພັກຄັ້ງທີ 6 ສະໄໝທີ XI ມີຄະນະປະຈຳ, ຄະນະພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ອໍານວຍການ - ຮອງອຳນວຍການໂຮງຮຽນ, ໂຮງໝໍ, ສະມາຊິກພັກ, ພະນັກງານລັດຖະກອນ, ທະຫານ, ຕຳຫຼວດ, ລັດວິສາຫະກິດ ແລະ ນາຍບ້ານ 9 ບ້ານເທດສະບານເມືອງກໍ່ໃຫ້ກຽດເຂົ້າຮ່ວມ ມີຈຳນວນພົນເຂົ້າຮ່ວມທັງໝົດ: 182 ທ່ານ; ຍິງ: 46 ທ່ານ.
ມີ 7 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 65 |
![]() | ມື້ວານນີ້ | 662 |
![]() | ອາທິດນີ້ | 1794 |
![]() | ເດືອນນີ້ | 2920 |
![]() | ທັງໝົດ | 256383 |