ແຂວງຫລວງພະບາງ ຈັດພິທິປະຖະກະຖາ ວັນຍຶດອໍານາດ ຄອບຮອບ 48 ປີ (23 ສິງຫາ1975-23 ສິງຫາ 2023) ໃນຕອນເຊົ້າຂອງວັນທີ 23 ສິງຫາ 2023 ຢູ່ຫໍປະຊຸມໃຫຍ່ຫ້ອງວ່າການປົກຄອງແຂວງຫລວງພະບາງ ໂດຍການເປັນປະທານ ຂອງທ່ານ ສຸກັນ ບຸນຍົງ ຮອງເລຂາພັກແຂວງ, ມີບັນດາຫົວຫນ້າພະແນກການ, ກົມກອງເຂົ້າຮ່ວມຮັບຟັງທັງຫມົດ 100 ກວ່າຄົນ.
ຕອນບ່າຍວັນທີ 23 ສິງຫາ 2023 ຢູ່ທີ່ສະໂມສອນໃຫຍ່ຂອງມະຫາວິທະຍາໄລສຸພານຸວົງ ໄດ້ຈັດຕັ້ງພິທີປາຖະກະຖາເລົ່າມູນເຊື້ອ 23 ສິງຫາ ຄອບຮອບ 48 ປີ ໂດຍມີ ສະຫາຍ ນາງ ວຽນວິໄລ ດີລະພັນ ກຳມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາຄະນະພັກ, ພະນັກງານຫຼັກແຫຼ່ງ, ຄູ-ອາຈານ ຕະຫຼອດຮອດນັກຮຽນນັກສຶກສາຂອງມະຫາວິທະຍາໄລສຸພານຸວົງເຂົ້າຮ່ວມຢ່າງພ້ອມພຽງ.
ພິທີ ສະຫາຍ ນາງ ວຽນວິໄລ ດີລະພັນ ໃຫ້ກຽດປາຖະກະຖາໂດຍກ່າວວ່າ: ວັນທີ 23 ສິງຫາ ເປັນເຫດການສຳຄັນທາງປະຫວັດສາດແຫ່ງການຕໍ່ສູ້ມີໄຊຂອງປະຊາຊົນລາວ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ມັນແມ່ນວັນແຫ່ງມະຫາສາມັກຄີ, ແມ່ນວັນແຫ່ງມານະຈິດປະຕິວັດຂອງຊາວນະຄອນຫຼວງວຽງຈັນ ແລະ ຊາວລາວທົ່ວປະເທດ ທີ່ໄດ້ກາຍເປັນກຳລັງແຮງຊະນະເລີດເໜືອອິດທິກຳລັງປະຕິການ ແລະ ລູກແຫຼ້ງຕີນມືຂອງພວກຈັກກະພັດລ່າເມືອງຂຶ້ນ, ໄດ້ສ້າງເງື່ອນໄຂອຳນວຍໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງປະຫວັດສາດປະກາດລຶບລ້າງລະບອບສັກດີນາ-ລ່າເມືອງຂຶ້ນ, ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງເປັນທາງການໃນວັນທີ 2 ທັນວາ1975
ໃນຕອນເຊົ້າ ຂອງວັນທີ 11 ສິງຫາ 2023 ນີ້ ຄະນະໂຄສະນາອົບຮົມແຂວງຫຼວງພະບາງ ແລະ ຫ້ອງການຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມຮ່ວມກັນ ໂດຍການເປັນປະທານ ຂອງທ່ານ ນາງ ວຽນວິໄລ ດີລະພັນ ກໍາມະການປະຈໍາພັກແຂວງ ສະມາຊິກສະພາແຫ່ງຊາດ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ບົວໄລ ຊົມພູແກ້ວ ຮອງຫົວໜ້າຫ້ອງການຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍທິິມງານ ແລະ ພະນັກງານຂະແໜງຄົ້ນຄວ້າ-ສັງລວມເກັບກໍາຫາງສຽງສັງຄົມຄະນະໂຄສະນາອົບຮົມແຂວງເຂົ້້າຮ່ວມ.
ລະຫວ່າງທ້າຍເດືອນກໍລະກົດ ຜ່ານມານີ້ ທາງຄະນະໂຄສະນາອົບຮົມເມືອງນໍ້າບາກ ໄດ້ສົມທົບກັບຫ້ອງການສະຫະພັນແມ່ຍິງເມືອງ ຈັດຕັ້ງພິທີປາຖະກະຖາ ວັນເກີດປະທານສຸພານຸວົງ ຄົບຮອບ114 ປີ ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ.
ກອງປະຊຸມທາງໄກ ( Video Conference ) ສ່ອງແສງລາຍງານການຈັດຕັ້ງປະຕິບັດວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊສ) ປະຈຳໄຕມາດ II (4-6) ປີ 2023 ຮ່ວມກັບບັນດາຄະນະໂຄສະນາອົບຮົມ 17 ແຂວງ ແລະ 1 ນະຄອນຫຼວງທົ່ວປະເທດ, ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 26 ກໍລະກົດ 2023 ນີ້ ຢູ່ທີ່ກົມຂໍ້ມູນຂ່າວສານ ແລະ ຝືກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດເປັນປະທານຂອງ ທ່ານ ນາງ ວິລະວອນ ພັນທະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີ ທ່ານ ທອງຈັນ ພົມມະລັດ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ຫຼວງພະບາງ, ຫົວໜ້າຂະແໜງ ແລະ ວິຊາການຮັບຜິດຊອບວຽກງານໂຄສະນາຜ່ານສື່ເອເລັກໂຕຣນີກ (ເວັບໄຊ) ເຂົ້າຮ່ວມຢ່າງພ້ອມພຽງ.
ພິທີ ທ່ານ ທອງຈັນ ພົມມະລັດ ໄດ້ລາຍງານຫຍໍ້ ໄລຍະໄຕມາດ II ຜ່ານມານີ້ ສາມາດຂຽນຂ່າວ ແລະຂັດຈ້ອນເອົາຂ່າວທີ່ມີສາລະ ແລະ ສອດຄ່ອງກັບສະພາບເງື່ອນໄຂຕົວຈິງລົງເວັບໄຊສ ໄດ້ທັງໝົດ 39 ຂ່າວ ໃນນັ້ນ ເດືອນເມສາ 21 ຂ່າວ, ເດືອນພຶດສະພາ 3 ຂ່າວ ແລະ ເດືອນມິຖຸນາ 15 ຂ່າວ ພ້ອມທັງສະຫຼຸບຂ່າວໃນທຸກໆ ວັນທີ 10 ຂອງທຸກເດືອນ ເພື່ອລາຍງານໃຫ້ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມຮັບຊາບເປັນປົກກະຕິ ໃນວັນທີ 15 ຂອງທຸກໆເດືອນ.
ມີ 5 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 51 |
![]() | ມື້ວານນີ້ | 662 |
![]() | ອາທິດນີ້ | 1780 |
![]() | ເດືອນນີ້ | 2906 |
![]() | ທັງໝົດ | 256369 |