ເຊື່ອມຊຶມເອກະສານສັງລວມ-ຫາງສຽງສັງຄົມ ຢູ່ພາຍໃນ ສະຫະພັນແມ່ຍິງແຂວງ
ວັນທີ 26 ມິນາ ຜ່ານມານີ້ ຢູ່ຫ້ອງປະຊຸມ ສະຫະພັນແມ່ຍິງແຂວງ ໄດ້ຈັດພິທີ ເຊື່ອມຊຶມເອກະສານ ສັງລວມ-ຫາງສຽງສັງຄົມ ໂດຍເປັນປະທານ ຂອງທ່ານ ມອນໄຊ ລາວມົ້ວຊົ່ງ ກໍາມະການສໍາຮອງສູນກາງພັກ, ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ມີທ່ານ ນາງ ອິນທະວອນ ພົມມະຈັນ ກຳມະການພັກແຂວງ ປະທານ ສະຫະພັນແມ່ຍິງແຂວງ, ພ້ອມດ້ວຍຄະນະພັກ, ຫົວໜ້າ ແລະ ຮອງຫົວໜ້າຂະແໜງ ຕະຫຼອດຮອດພະນັກງານ, ສະມາຊິກພັກ ເຂົ້າຮ່ວມ.
ປາຖະກະຖາ 2 ວັນປະຫວັດສາດ
ຕອນເຊົ້າຂອງວັນທີ 19/03/2021 ທີຜ່ານມານີ້ຄະນະໂຄສະນາອົບຮົມເມືອງນ້ຳບາກໄດ້ຈັດຕັ້ງພິທີ ປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 66 ປີ ແລະ ວັນຄຽດແຄ້ນຂອງປະຊາຊົນລາວ ຄົບຮອບ 75 ປີ ຢູ່ທີ່ ສະໂມສອນໃຫຍ່ຂອງເມືອງ ໂດຍການເປັນປະທານ ຂອງ ສະຫາຍ ສົມຫວັງ ພອນຄຳວົງສາ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງນ້ຳບາກ ເຊິ່ງມີ ຄະນະປະຈຳ, ຄະນະພັກ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ນາຍບ້ານ 9 ບ້ານເທດສະບານເມືອງເຂົ້າຮ່ວມທັງໝົດ 129 ຄົນ, ຍິງ 39 ຄົນ, ສະມາຊິກພັກ 129 ສະຫາຍ, ຍິງ 39 ສະຫາຍ.
ປາຖະກະຖາ 2 ວັນປະຫວັດສາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 66 ປີ ແລະ ວັນຄຽດແຄ້ນປະຊາຊົນລາວ ຄົບຮອບ 75 ປີ
ເນື່ອງໃນໂອກາດວັນຄຽດແຄ້ນຂອງປະຊາຊົນລາວ ຄົບຮອບ 75 ປີ (21 ມີນາ 1946 – 21 ມີນາ2021) ແລະ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 66 ປີ (22 ມີນາ 1955 – 22 ມີນາ2021) ທາງຄະນະໂຄສະນາອົບຮົມເມືອງ ໄດ້ເຊື້ອເຊີນບັນດາຄະນະປະຈຳ, ຄະນະພັກ, ຫົວໜ້າ ແລະ ຮອງຫົວໜ້າຫ້ອງການຂຶ້ນວາງກະຕ່າດອກໄມ້ຢູ່ອານຸສາວະລີ ປະທານ ໄກສອນ ພົມວິຫານ ຕອນເຊົ້າເວລາ 6:00 ໂມງ ຂອງວັນທີ 24 ມີນາ 2021 ຜ່ານນີ້ ຫຼັງຈາກຂຶ້ນວາງກະຕ່າດອກໄມ້ແລ້ວກໍ່ໄດ້ເຊື້ອເຊີນ
ລົງໂຄສະນາເຄື່ອນທີ່
ຕອນແລງຂອງວັນທີ 25/3/2021 ຜ່ານມານີ້ຄະນະໂຄສະນາອົບຮົມເມືອງນ້ຳບາກ ໄດ້ລົງໂຄສະນາເຄື່ອນທີ່ເຜີຍແຜ່ເອກະສານ ຜົນຮ້າຍຢາເສບຕິດ, ການຕ້ານຄ້າມະນຸດ, ການສ້າງບ້ານພັດທະນາ ແລະ ການຜະລິດເປັນສີນຄ້າ, ພ້ອມທັງ ສາຍ LCD ຄັ້ງທີ່ II ປະຈໍາປີ 2021 ທີ່ບ້ານ ໜອງເໜືອ ກຸ່ມນໍ້າຊັດ; ເຂົ້າຮ່ວມໂດຍມີ ສະຫາຍ ບູນທຽບ ລາດຊະວົງ ຮອງຫົວໜ້າໜ້າຄະນະໂຄສະນາອົບຮົມພ້ອມດ້ວຍຄະນະ ; ມີສະມາຊິກພັກ, ການຈັດຕັ້ງບ້ານ ແລະ ປະຊາຊົນເຂົ້າຮ່ວມທັງໝົດ 121 ຄົນ , ຍິງ 52 ຄົນ, ສະມາຊິກພັກ 11 ສະຫາຍ, ຍິງ 1 ສະຫາຍ.
ເມືອງປາກແຊງ ແຂວງຫຼວງພະບາງ ປະຖະກະຖາ 3 ວັນປະຫັວດສາດຄື:ວັນຄຽດແຄ້ນຂອງປະຊາຊົນລາວ ຄົບຮອບ 75 ປີ( 21/3/1946-21/3/2021),ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 66( 22/3/1955 ) ແລະ ວັນສ້າງຕັ້ງອົງການກວດກາພັກລັດ ຄົບຮອບ 39 ປີ( 16/2/1982-16/2021 ).
ເວລາ 8:00 ນາທີຂອງວັນທີ 25 ທັນວາ 2020 ຢູ່ທີ່ສະໂມສອນໃຫ່ຍຂອງເມືອງປາກແຊງໄດ້ຈັດພິທີປະຖະກະຖາ 3 ວັນປະຫັວດສາດຄື:ວັນຄຽດແຄ້ນຂອງປະຊາຊົນລາວ,ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ແລະ ວັນສ້າງຕັ້ງກວດກາພັກ-ລັດ ມີທ່ານ ສຸກດາວັນ ມັນຈັກຂັນ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມື່ອປາກແຊງ,ມີບັນດາຄະນະປະຈໍາພັກເມືອງ,ກໍາມະການພັກເມືອງ,ຫົວໜ້າຫ້ອງການ,ຮອງຫົວໜ້າຫ້ອງການ,ຫົວໜ້າກອງບັນຊາການ ປກສ-ປກຊ,ຮອງຫົວໜ້າ ປກສ-ປກຊ
ມີ 17 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 160 |
![]() | ມື້ວານນີ້ | 340 |
![]() | ອາທິດນີ້ | 1490 |
![]() | ເດືອນນີ້ | 1160 |
![]() | ທັງໝົດ | 180969 |