ເມືອງວຽງຄໍາ ແຂວງຫຼວງພະບາງຈັດພິທີ ໂຄສະນາ-ປາຖະກະຖາ 2 ວັນປະຫວັດສາດ
ໃນຕອນເຊົ້າເວລາ 6: 30 ນາທີ ວັນທີ 24 ມີນາ 2021 ຜ່ານມານີ້ ບັນດາຄະນະນໍາຂອງເມືອງວຽງຄໍາ ນໍາພາໂດຍສະຫາຍ ຊາຍພອນ ຈັນທຸມມາ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເມືອງວຽງຄຳ ໄດ້ເຂົ້າວ່າງກະຕ່າດອກໄມ້ ຢູ່ທີ່ອານຸສາວະລີ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ ເນື່ອງໃນວັນຄົບຮອບ 2 ວັນປະຫວັດສາດ ທີ່ສໍາຄັນຂອງພັກ-ລັດເຮົາ ເພື່ອສະແດງເຖິງຄວາມອາໄລຮັກ, ຮູ້ບຸນຄຸນຢ່າງສຸດຊຶ້ງ ແລະ ຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ຜູ້ນໍາພາກໍ່ຕັ້ງພັກ, ກໍ່ຕັ້ງກຳລັງປະກອບອາວຸດ ຂອງຊາດລາວເຮົາ.ຈາກນັ້ນ ໃນເວລາ 8:00 ນາທີ ກໍໄດ້ເຂົ້າຮັບຟັງການເລົ່າຫວນຄືນມູນເຊື້ອ 2 ວັນປະຫວັດສາດ ຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 66 ປີ (22 ມີນາ 1955-22 ມີນາ 2021) ແລະ ວັນຄຽດແຄ້ນຂອງປະຊາຊົນລາວ-ວັນນັກຮົບເສຍ
ອົບຮົມມະຫາຊົນເປົ້າໝາຍຂະຫຍາຍເຂົ້າພັກຊຸດທີ IV ປະຈໍາປີ 2021.
ວັນທີ 23 ມີນາ 2021 ນີ້ຄະນະໂຄສະນາອົບຮົມເມືອງນໍ້າບາກ ໄດ້ຈັດຕັ້ງພິທີອົບຮົມມະຫາຊົນເປົ້າໝາຍຂະຫຍາຍເຂົ້າພັກຊຸດທີ IV ປະຈໍາປີ 2021 ໃຫ້ແກ່ມະຫາຊົນຜູ້ທີ່ມີຄວາມກ້າວໜ້າເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຢູ່ທີ່ຫ້ອງປະຊຸມ ຫ້ອງການກຸ່ມພັກ-ພະນັກງານ ໂດຍໃຫ້ກຽດເປັນປະທານ ຂອງ ສະຫາຍ ບູນທຽບ ລາດຊະວົງ ຮອງຫົວໜ້າ ຄະນະໂຄສະນາອົບຮົມ. ເຊິ່ງມີມະຫາຊົນມາຈາກບັນດາໜ່ວຍພັກສໍານັກງານອ້ອມຂ້າງຂອງເມືອງ ແລະ ຮາກຖານໜ່ວຍພັກບ້ານຄື: ໜ່ວຍພັກຫ້ອງວ່າການປົກຄອງເມືອງ, ໜ່ວຍພັກພະແນກຕໍາຫຼວດ, ໜ່ວຍພັກພະແນກສໍາມະໂນຄົວ, ໜ່ວຍພັກໂຮງຮຽນມັດທະຍົມຕົ້ນ ນາຍາງ, ໜ່ວຍພັກບ້ານ ຫ້ວຍເຢັນ ແລະ ໜ່ວຍພັກບ້ານ ນາຫຼວງ ມີທັງໝົດ 16 ສະຫາຍ, ຍິງ 6 ສະຫາຍ.
ຄະນະໂຄສະນາອົບຮົມເມືອງຈອມເພັດ ໄດ້ຈັດຊຸດອົບຮົມໃຫ້ແກ່ສະມາຊິກພັກ
ໃໝ່ ຊຸດທີ່ I ປະຈຳປີ 2021
ໃນລະຫວ່າງກາງເດືອນ ມີນາ ຜ່ານມານີ້; ຄະນະໂຄສະນາອົບຮົມເມືອງຈອມເພັດ ໄດ້ຈັດຊຸດອົບຮົມໃຫ້ແກ່ສະມາຊິກພັກໃໝ່ ຊຸດທີ່ I ປະຈຳປີ 2021 ຢູ່ທີ່ສູນຝຶກອົບຮົມຂອງເມືອງ ໂດຍເປັນປະທານຂອງ ສະຫາຍ ນາງ ຈັນດີ ເຢັງວື ຮອງເລຂາພັກເມືອງ, ສະມາຊິກສະພາປະຊາຊົນແຂວງ, ປະທານກວດກາພັກ-ລັດເມືອງ ມີວິທະຍາກອນ ແລະສຳມະນາກອນມາຈາກໜ່ວຍພັກ ປກສ-ປກຊ ແລະສຳນັກງານ, ອົງການອ້ອມຂ້າງເມືອງ ຈຳນວນ 41 ສະຫາຍ, ຍິງ 14 ສະຫາຍ ເຂົ້າຮ່ວມ.
ອົບຮົມສະມາຊິກພັກໃໝ່ ຊຸດທີ່ I ປະຈໍາປີ 2021 ຢູ່ສຳນັກງານເມືອງ.
ໃນລະຫວ່າງກາງເດືອນ ມີນາ( 03 ) ປີ 2021 ນີ້ຄະນະໂຄສະນາອົບຮົມເມືອງນ້ຳບາກໄດ້ເປິດອົບຮົມສະມາຊິກພັກໃໝ່ ຊຸດທີ I ປະຈຳປີ 2021 ໃຫ້ແກ່ບັນດາສະຫາຍສະມາຊິກພັກໃໝ່ຢູ່ທີ່ຫ້ອງປະຊຸມກຸ່ມພັກ-ພະນັກງານ ໃຫ້ກຽດເປັນປະທານ ແລະ ບັນຍາຍເອກະສານໂດຍແມ່ນສະຫາຍ ບູນທຽບ ລາດຊະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງ ເຊິ່ງມີບັນດາສະຫາຍສະມາຊິກພັກໃໝ່ທີ່ມາຈາກໜ່ວຍພັກສໍານັກງານອ້ອມຂ້າງເມືອງຄື:
ມະຫາຊົນຜູ້ກ້າວໜ້າເປົ້າໝາຍຂະຫຍາຍເຂົ້າພັກປະຊາຊົນ ປະຕິວັດລາວ ຊຸດທີ່ 01 ປະຈຳປີ 2021 ໄດ້ຮໍ່າຮຽນເອກະສານຄວາມຮູ້ພື້ນຖານຂອງພັກ
ກາງເດືອນມີນາ ຜ່ານມານີ້; ຢູ່ຫ້ອງປະຊຸມຂອງເມືອງນານ ໄດ້ຈັດຊຸດຝຶກອົບຮົມຮຽນສະ ໜັບສະໜູນ ໃຫ້ແກ່ມະຫາຊົນຜູ້ກ້າວໜ້າ ເປົ້າໝາຍຂະຫຍາຍເຂົ້າພັກປະຊາຊົນ ປະຕິວັດລາວ ຊຸດທີ່ 01 ປະຈຳປີ 2021 ຂື້ນຢ່າງເປັນທາງການ. ໂດຍເປັນປະທານຂອງ ສະຫາຍ ບຸນທີ ມະນີວົງ ຮອງເລຂາພັກເມືອງ ມີວິທະຍາກອນ, ພ້ອມດ້ວຍຄະນະຮັບຜິດຊອບ ແລະສຳມະນາກອນ ມາຈາກໜ່ວຍພັກຫ້ອງການສຳນັກງານ ແລະ ໜ່ວຍພັກບ້ານອ້ອມຂ້າງເມືອງ ທັງໝົດ 24 ສະຫາຍ, ຍິງ 07 ສະຫາຍ ເຂົ້າຮ່ວມ. ສໍາລັບບົດຮຽນທີ່ນຳໃຊ້ເຂົ້າໃນການອົບຮົມໃນຄັ້ງນີ້ ໄດ້ນຳໃຊ້ເອກະສານ ຈາກຄະນະໂຄສະນາອົບຮົມສູນກາງພັກກຳນົດໃຫ້, ເຊິ່ງມີ 11 ຄຳຖາມ 11 ຄຳຕອບ.
ມີ 18 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 160 |
![]() | ມື້ວານນີ້ | 340 |
![]() | ອາທິດນີ້ | 1490 |
![]() | ເດືອນນີ້ | 1160 |
![]() | ທັງໝົດ | 180969 |