ຕົ້ນເດືອນກໍລະກົດ ຜ່ານມານີ້ ຢູ່ທີ່ສະໂມສອນໃຫຍ່ຂອງເມືອງ ຄະນະໂຄສະນາອົບຮົມເມືອງ ໃນນາມເປັນຄະນະຮັບຜິດຊອບຊຸດຮຽນ ໄດ້ຈັດພິທີ ປິດການຮຽນ-ການສອນທິດສະດີການເມືອງ-ການປົກຄອງ ລະບົບຊັ້ນຕົ້ນ ໄລຍະ 3 ເດືອນ ຊຸດທີ I ປະຈໍາປີ 2023, ໃຫ້ກຽດເປັນປະທານ ສະຫາຍ ບຸນເມືອງ ໄຊຍະສິດ ກຳມະການພັກແຂວງ, ເລຂາພັກເມືອງ ເຈົ້າເມືອງ-ເມືອງງອຍ, ສະຫາຍ ປອ ພູທອນ ຫຼວງວິໄລ ຫົວໜ້າໂຮງຮຽນທິດສະດີການເມືອງ ແລະ ການປົກຄອງແຂວງ ມີ ຄະນະປະຈຳພັກເມືອງ, ຄະນະພັກເມືອງ, ຄູ-ອາຈານ, ນັກສຶກສາ ແລະ ຕ່າງໜ້າຫ້ອງການກົມກອງ ອ້ອມຂ້າງເມືອງເຂົ້າຮ່ວມ, ຈຳນວນພົນເຂົ້າຮ່ວມທັງໝົດມີ 85 ສະຫາຍ, ຍິງ 25ສະຫາຍ, ສະມາຊິກພັກ 85 ສະຫາຍ, ຍິງ 24 ສະຫາຍ.
ໃນຕອນເຊົ້າ ເວລາ 8:00ໂມງນາທີ ຂອງວັນທີ 4 ກໍລະກົດ 2023 ທີ່ຫໍປະຊຸມໃຫ່ຍຂອງເມືອງໂພນໄຊ ໄດ້ຈັດ ພິທີ ເປີດຊຸດຮຽນທິດສະດີການເມືອງ-ການປົກຄອງ ລະບົບຊັ້ນຕົ້ນ 03 ເດືອນ ຮຸ່ນທີ II ປີ 2023 ທີເມືອງໂພນໄຊແຂວງຫຼວງພະບາງ ໃຫ້ພະນັກງານລັກແຫຼ່ງຂອງເມືອງໂພນໄຊໄດ້ຍົກລະດັບການຮຽນທິດສະດີການເມືອງ-ການປົກຄອງລະບົບຊັ້ນຕົ້ນ, ໃນນີ້ໃຫ້ກຽດເປັນປະທານໂດຍ: ສະຫາຍ ສິງຕັນ ໄຊລືຊົ່ງ ຄະນະປະຈຳພັກແຂວງ ຮອງປະທານສະພາປະຊາຊົນແຂວງ, ໃຫ້ກຽດເປັນປະທານຮ່ວມໂດຍ: ສະຫາຍ ທອງຈັນ ລັດຕະນະປະດິດ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເມືອງໂພນໄຊ, ສະຫາຍ ປອ ພູທອນ ຫຼວງວິໄລ ອຳນວຍການໂຮງຮຽນການເມືອງ-ການປົກຄອງແຂວງຫຼວງພະບາງ, ມີສະຫາຍຮອງເລຂາ, ຮອງເຈົ້າເມືອງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ມີນັກສຶກສາທີ່ເຂົ້າຮຽນທິດສະດີການເມືອງ-ການປົກຄອງ ເຂົ້າຮ່ວມລວມທັງໝົດ 82 ທ່ານ, ຍິງ 20 ທ່ານ, ສະມາຊິກພັກ 82 ສະຫາຍ, ຍິງ 20 ສະຫາຍ.
ໃນຕອນບ່າຍ ຂອງວັນ ທີ 27 ມິຖຸນາ 2023 ນີ້, ຢູ່ທີ່ສູນຝຶກອົບຮົມ ຂອງເມືອງ ຈອມເພັດແຂວງຫຼວງພະບາງ ໄດ້ຈັດພິທີ ຮັບເອົາສະມາຊິກພັກສົມບູນໃໝ່ ຈໍານວນ 15 ສະຫາຍ ໂດຍການເຂົ້າຮ່ວມເປັນປະທານ ຂອງສະຫາຍ ບົວພັນ ອຸດົມສິນ ຮອງເລຂາພັກເມືອງຈອມເພັດ, ມີບັນດາເລຂາໜ່ວຍພັກ, ຄະນະໜ່ວຍພັກ, ສະມາຊິກພັກ ແລະ ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ້າຍເດືອນ ມິຖຸນາ 2023 ນີ້; ທາງຄະນະໂຄສະນາອົບຮົມ ເມືອງວຽງຄຳ ລົງເຄື່ອນໄຫວ ອົບຮົມມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ II ປະຈຳປີ 2023 ຢູ່ກຸ່ມບ້ານ ພັດທະນາ ສາມສຸມ ເປັນປະທານ ເປີດພິທີ ໂດຍ ສະຫາຍ ສົມບັດ ແກ້ວພົມມາ ຮອງຫົວຫນ້າຄະນະໂຄສະນາອົບຮົມ ເມືອງວຽງຄຳ. ໃນນັ້ນມີວິທະຍາກອນ ແລະສຳມະນາກອນມາຈາກ ຫນ່ວຍພັກ ບ້ານພູຄ້ອງ, ຫນ່ວຍພັກອົມບິຼງ, ຫນ່ວຍພັກບ້ານຜາແດງ ແລະ ຫນ່ວຍພັກບ້ານ ວຽງໄຊ ເຂົ້າຮ່ວມທັງຫມົດ 10 ສະຫາຍ, ຍິ່ງ 0 ສະຫາຍ.
ໃນຕອນບ່າຍ ຂອງວັນທີ 27 ມີຖຸນາ 2023 ເວລາ 13ໂມງ 30 ນາທີ ຄະນະໂຄສະນາອົບຮົມນະຄອນຫຼວງພບະາງ ໄດ້ຈັດພິທີປະກາດການແຕ່ງຕັ້ງຮອງເລຂາ, ຄະນະກວດກາປະຈໍາໜ່ວຍພັກ ແລະ ມອບຮັບນາມະຍົດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2022, ໂດຍການເປັນປະທານຮ່ວມ ຂອງ ສະຫາຍ ພູເງິນ ຊາມູນຕີ ຄະນະປະຈໍາພັກນະຄອນ, ຫົວໜ້າຄະນະຈັດຕັ້ງນະຄອນ ຫຼວງພະບາງ , ສະຫາຍ ວີ ເຮີເຊ່ຍໄມ ຄະນະປະຈໍາພັກນະຄອນ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມນະຄອນ ຫຼວງພະບາງ, ເຊິ່ງໄດ້ເຊື້ອເຊີນບັນດາແຂກເຂົ້າຮ່ວມໂດຍມີບັນດາກໍາມະການພັກ, ເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ ໜ່ວຍອ້ອມຂ້າງ ຕະຫຼອດຮອດສະມາຊິກພັກພາຍໃນໜ່ວຍເຂົ້້າຮ່ວມ, ເຊິ່ງມີຈໍານວນພົນເຂົ້າຮ່ວມທັງໝົດ 39 ສະຫາຍ, ຍິງ 07 ສະຫາຍ.
ມີ 10 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 63 |
![]() | ມື້ວານນີ້ | 662 |
![]() | ອາທິດນີ້ | 1792 |
![]() | ເດືອນນີ້ | 2918 |
![]() | ທັງໝົດ | 256381 |