ໃນຕອນເຊົ້າ ເວລາ 6:00 ໂມງ ຂອງວັນທີ 1 ທັນວາ 2023 ການນຳເມືອງໂພນໄຊໄດ້ເຂົ້າວາງກະຕ່າດອກໄມ້ຢູ່ທີ່ອານຸສາວະລີ ປະທານ ໄກສອນ ພົມວິຫານ ເພື່ອສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮົບ 48 ປີ (2-12-1975 – 2-12-2023) ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ (13-12-1920 – 13-12-2023) ນໍາພາໂດຍ ສະຫາຍ ທອງຈັນ ລັດຕະນະປະດິດ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໂພນໄຊ, ມີສະຫາຍຮອງເລຂາ-ຮອງເຈົ້າເມືອງ, ສະຫາຍຄະນະປະຈຳພັກເມືອງ, ສະຫາຍກຳມະການພັກເມືອງ, ນາຍແລະພົນທະຫານ, ນາຍແລະພົນຕຳຫຼວດ ຫົວໜ້າຫ້ອງການ, ອາດີດການນຳຂອງເມືອງຕະຫຼອດຮອດພະນັກງານບຳນານເຂົ້າຮ່ວມດ້ວຍ.
ຕອນບ່າຍ ຂອງວັນທີ 29 ພະຈິກ 2023 ນີ້ ຢູ່ທີ່ຫ້ອງປະຊຸມວິທະຍາໄລຄູ ແຂວງຫຼວງພະບາງ ໄດ້ຈັດຕັ້ງພິທີເຜີຍແຜ່, ເຊື່ອມຊຶມເອກະສານບັນຫາພື້ນຖານກ່ຽວກັບວຽກງານສັງລວມ-ເກັບກຳຫາງສຽງສັງຄົມ, ນໍາພາໂດຍ ທ່ານ ນາງ ວຽນວິໄລ ດີລະພັນ ກໍາມະການປະຈໍາພັກແຂວງ ສະມາຊິກສະພາແຫ່ງຊາດ ເຂດ 6, ຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງພະບາງ ພ້ອມດ້ວຍທິມງານ, ໂດຍມີ ທ່ານ ຫຸມພັນ ຄຸນສະຫວັດ ຜູ້ອໍານວຍການວິທະຍາໄລຄູ ແຂວງຫຼວງພະບາງ, ຄະນະອໍານວຍການ, ຫົວໜ້າ-ຮອງຫົວໜ້າຂະແໜງ ຕະຫຼອດຮອດ ສະມາຊິກພັກ, ພະນັກງານ, ຄູ-ອາຈານ ເຂົ້າຮ່ວມຮັບຟັງທັງໝົດ 99 ທ່ານ, ຍິງ 57 ທ່ານຢາງພ້ອມພຽງ.
ໃນທ້າຍເດືອນ ພະຈິກ 2023 ນີ້ ຄະນະພັກ, ຄະນະໂຄສນະາອົບຮົມແຂວງ ໄດ້ນຳພາພະນັກງານ, ສະມາຊິກພັກ, ອົງການຈັດຕັ້ງມະຫາຊົນ ສ້າງຂະບວນການອອກແຮງງານ ອານາໄມສຳນັກງານ ພ້ອມຕິດທຸງທີວ ປະດັບປະດາ ເພື່ອຕ້ອນຮັບ (ວັນຊາດ 2 ທັນວາ) ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 48 ປີ ແລະ ວັນເກີດຂອງ ປະທານ ໄກສອນ ພົມວິຫານ ວິລະບູລຸດຂອງຊາດລາວ ຄົບຮອບ 103 ປີ.
ໃນຄັ້ງວັນທີ 28 ພະຈິກ 2023 ທີ່ຫ້ອງປະຊຸມຫ້ອງວ່າການແຂວງຫຼວງພະບາງ ໄດ້ຈັດພິທີເຜີຍແຜ່ຜົນການຄົ້ນຄວ້າ ຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໂດຍເປັນປະທານຮ່ວມ ຂອງທ່ານ ນາງ ວຽນວິໄລ ດີລະພັນ ກໍາມະການປະຈໍາພັກແຂວງ, ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 6, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີ ທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນຮອງປະທານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ພ້ອມດ້ວຍທິມງານ, ມີບັນດາທ່ານ ຫົວໜ້າ, ຮອງຫົວໜ້າ, ພະນັກງານວິຊາການ ພະແນກການ, ກົມກອງ, ອົງການທຽບເທົ່າ, ລັດວິສາຫະກິດ ແລະ ສະຖາບັນການສຶກສາຕ່າງໆ ເຂົ້າຮ່ວມທັງໝົດ: 90 ທ່ານ, ຍິງ 18 ທ່ານ.
ໃນຕອນເຊົ້າວັນທີ 22 ພະຈິກ 2023 ຜ່ານມານີ້ທາງຄະນະໂຄສະນາອົບຮົມເມືອງນານ ໄດ້ຈັດຕັ້ງພິທີເປີດຮຽນເອກະສານອົບຮົມມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວຊຸດທີ II, ປະຈຳປີ 2023 ຢູ່ສະໂມສອນຕຶກແປດອົງການ ໂດຍໃຫ້ກຽດເປັນປະທານແລະ ເຜີຍແຜ່ເອກະສານ ຂອງສະຫາຍ ບົວສີ ພິມມະເສນ, ຮອງເລຂາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງນານ, ມີມະຫາຊົນຜູ້ກ້າວໜ້າທີ່ໄດ້ຜ່ານການຄົ້ນຄ້ວາຄັດເລືອກຈາກບັນດາໜ່ວຍພັກຂອງຄະນະພັກຢູ່ບັນດາສຳນັກງານ-ອົງການ ແລະ ບັນດາໜ່ວຍພັກບ້ານພາຍໃນເມືອງ ເຂົ້າຮ່ວມທັງໝົດ 35ສະຫາຍ, ຍິງ 08 ສະຫາຍ, ເອກະສານທີ່ນຳໄປເຜີຍແຜ່ອົບຮົມໃນຄັ້ງນີ້ມີ 13 ຄຳຖາມ 13 ຄຳຕອບ
ມີ 13 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 70 |
![]() | ມື້ວານນີ້ | 662 |
![]() | ອາທິດນີ້ | 1799 |
![]() | ເດືອນນີ້ | 2925 |
![]() | ທັງໝົດ | 256388 |