ຄະນະຜູ້ແທນ ແຂວງຢຸນນານ ສປ ຈີນ ເຂົ້າພົບປະແລກປ່ຽນບົດຮຽນກັບຄະນະໂຄສະນາອົບຮົມແຂວງຫຼວງພະບາງ.
ຕອນແລງຂອງວັນທີ 30 ເດືອນພະຈິກ 2015 ຜ່ານມາ ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ໄດ້ຈັດພິທີພົບປະແລກປ່ຽນ
ບົດຮຽນລະຫວ່າງຄະນະຜູ້ແທນ ແຂວງຢຸນນານ ສປ ຈີນ ກັບຄະນະໂຄສະນາອົບຮົມແຂວງໃນໂອກາດ ທີ່ຄະນະຜູ້ແທນໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫຼວງພະບາງ.
ການພົບປະແລກປ່ຽນບົດຮຽນໃນຄັ້ງນີ້ ຝ່າຍລາວນຳໂດຍ ທ່ານ ສິງຕັນ ໄຊລືຊົ່ງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງພະບາງ ແລະ ຝ່າຍຈີນນຳພາໂດຍ ທ່ານ ຈິນຫາວ ຫົວໜ້າເລຂາທິການຄະນະກຳມະ ການພັກ ຂອງແຂວງຢຸນນານ ສປ ຈີນ, ເຂົ້າຮ່ວມມີຄະນະນຳ, ພະນັກງານແຂວງຢຸນນານ ສປ ຈີນ ແລະ ພະນັກງານຄະນະໂຄສະນອົບຮົມແຂວງ.
ໃນການແລກປ່ຽນຄັ້ງນີ້ ທັງສອງຝ່າຍ ໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການເຄື່ອນໄຫວວຽກງານວິຊາສະເພາະ, ພາລະບົດບາດ, ສິດ ແລະ ໜ້າທີ່ຂອງວຽກງານໂຄສະນາອົບຮົມໃນໄລຍະຜ່ານມາ ກໍຄືໄລຍະປະຈຸບັນ, ໂດຍສະເພາະແມ່ນ ວິທີການຕ້ານກະແສແນວຄິດ ທີ່ຈະເປັນຜົນກະທົບຕໍ່ການຊີ້ນຳ ນຳພາຂອງພັກ ແລະ ວິທີການແກ້ໄຂປະກົດການຫຍໍ້ທໍ້ ທີ່ເກີດຂື້ນໃນສັງຄົມເວົ້າລວມ, ເວົ້າສະເພາະແມ່ນຢູ່ ແຂວງຫຼວງພະບາງ ແລະ ແຂວງຢຸນນານ ສປ ຈີນ. ອີກດ້ານໜຶ່ງກໍແມ່ນເປັນ ການພົວພັນ ຮ່ວມມືທາງດ້ານວຽກງານວິຊາສະເພາະ ເພື່ອຍົກລະດັບ ໃຫ້ພະ ນັກງານວິຊາການ ທີ່ເຮັດວຽກງານແນວຄິດ ໃນຂົງເຂດວຽກງານໂຄສະນາອົບຮົມໃຫ້ມີບາດກ້າວ ຂະຫຍາຍຕົວ.