ການປະກອບສ່ວນ ຂອງຂະບວນເຜົ່າມົ້ງ ໃນງານສະ​ເຫຼີມສະຫຼອງຄົບຮອບ 20 ປີ​ ​ທີ່ຫຼວງພະ​ບາງ​ເປັນເມືອງ​ມໍລະດົກ​ໂລກ.

 

 ການປະກອບສ່ວນ ຂອງຂະບວນເຜົ່າມົ້ງ ໃນງານສະ​ເຫຼີມສະຫຼອງຄົບຮອບ 20 ປີ​ ​ທີ່ຫຼວງພະ​ບາງ​ເປັນເມືອງ​ມໍລະດົກ​ໂລກ.

  ໃນ​ຕອນ​ເຊົ້າຂອງ​ວັນ​ທີ 9 ​​ທັນວາຜ່ານ​ມາ ຂະ​ບວນ​ເຜົ່າ​ມົ້ງ​ພາຍ​ໃນ​ເທດສະບານ ກໍ່​ໄດ້​ເປັນສີສັນໜຶ່ງທາງດ້ານວັດທະນາທຳຂອງ

ຊົນເຜົ່າມົ້ງລາວ ຢູ່ແຂວງຫຼວງພະບາງ ເຊິ່ງໄດ້ປະກອບສ່ວນ ໃນງານແຫ່​ສະ​ເຫຼີມສະຫຼອງວັນ​ຄົບຮອບ 20 ປີ ​ເມືອງຫຼວງພະ​ບາງເປັນ​ເມືອງ​ມໍລະດົກ​ໂລກ, ພາຍໃຕ້ການຊີ້ນຳ-ນຳພາ​ຂະ​ບວນ​ ​ໂດຍ ທ່ານ ຊົວລື​ເຮີ ນາຍ​ບ້ານ-ບ້ານ​ນາ​ສຳພັນ ໃນກ້ອນຂະບວນດັ່ງກ່າວລວມມີ 200 ກ່ວາຄົນ, ຍິງ 100 ຄົນ.

    ​ເຜົ່າ​ມົ້ງ​ເປັນ​ເຜົ່າໜຶ່ງທີ່​ມີ​ການ​ດຳລົງ​ຊີວິດ​ທີ່​ແຕກ​ຕ່າງ​ກັນ​ກໍ່​ຄື ສີສັນ​ການ​ນຸງຖື, ການ​ນັບຖື​ທາງດ້ານຮິດຄອງ​ປະ​ເພນີ ຂະບວນແຫ່ຂອງເຜົ່າມົ້ງໃນຄັ້ງນີ້ ແມ່ນສະແດງເຖິງເອກະລັກຂອງຊົນເຜົ່າເຊັ່ນ: ເປົ່າແຄນ, ຟ້ອນ, ໂຍນໝາກຄອນ; ການນຸງຖືຕາມຮິດຄອງປະເພນີ.​ ແຕ່​ກໍ່​ແມ່ນ​ເຜົ່າໜຶ່ງທີ່​ມີ​ການ​ປະກອບ​ສ່ວນ​ໃນ​ການຈັດຕັ້ງປະຕິບັດ​ຕາມ​ແນວ ທາງ​ນະ​ໂຍບາຍ​ຂອງ​ພັກ-ລັດ ອັນ​ຖືກຕ້ອງ ​ໂດຍ​ສະ​ເພາະ​ປະຕິບັດ​ຕາມ​ແຜນ​ພັດທະນາ​ເສດຖະກິ​ດ-ສັງຄົມ 5 ປີ​ຂອງ​ແຂວງ ​ໃນ​ແຕ່ລະ​ສະ​ໄໝທີ່​ໄດ້​ວາງ​ອອກ.

     ການປະກອບສ່ວນກ້ອນກຳລັງໃນຄັ້ງນີ້ ແມ່ນສະແດງເຖິງການຊົມເຊີຍໝາກຜົນທາງດ້ານການອານຸລັກຮັກສາມໍລະດົກຂອງຊາວຫຼວງພະບາງ ໂດຍພາຍໃຕ້ການຊີ້ນຳ-ນຳພາຂອງພັກ-ລັດ, ສິ່ງສຳຄັນແມ່ນໄດ້ແບ່ງຄວາມຮັບຜິດຊອບໃຫ້ພາກສ່ວນຕ່າງໆທີ່ກ່ຽວຂ້ອງໃນພາກລັດ ແລະ ເອກະຊົນໃນການປະຕິບັດລະບຽບຂອງມໍລະດົກໃຫ້ເຂັ້ມງວດມາໂດຍ ຕະຫຼອດຈາກການຮ່ວມ ແຮງ-ຮ່ວມໃຈຂອງຊັ້ນຄົນບັນດາເຜົ່າຈິ່ງເປັນການດຶງດູດແຂກພາຍໃນ-ຕ່າງປະເທດເຂົ້າມາທ່ຽວຊົມເມືອງມໍລະດົກໂລກ ແລະ ລົງຄະແນນສຽງໃຫ້: ຫຼວງພະບາງເປັນເມືອງຍອດນິຍົມການທ່ອງທ່ຽວ 9 ຄັ້ງຄື: 2005, 2006, 2007,​ 2008, 2010, 2011, 2012, 2014 ​ແລະ 2015.