ກາງເດືອນ ສິງຫາ 2020 ຜ່ານມານີ້ ຢູ່ທີ່ສະໂມສອນກຸ່ມນໍ້າຖ້ວມ ໄດ້ຈັດພິທີ ອົບຮົມສະມາຊິກພັກໃໝ່ຂື້ນຢ່າງເປັນທາງການ ໂດຍເປັນປະທານຂອງ ສະຫາຍ ສົມລົດ ສຸລິຍົງ ກຳມະການພັກເມືອງ ຫົວໜ້າຄະນະໂຄສະນອົບຮົມເມືອງ,ມີວິທະຍາກອນ ແລະ ສໍາມະນາກອນ ຈາກໜ່ວຍພັຮາກຖານ 15 ບ້ານ ເຂົ້າຮ່ວມ
ທັງໝົດ 20 ສະຫາຍ, ຍິງ 10 ສະຫາຍ.
ການຝືກອົບຮົມຄັ້ງນີ້ ກໍເພື່ອແນ່ໃສ່ເຊື່ອມຊຶມເອກະສານມະຕິກອງປະຊຸມໃຫຍ່ ຄັ້ງທີ x ຂອງພັກປະຊາຊົນະຕິວັດລາວ, ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງ ແລະ ສໍາມະນາກອນ ຍັງໄດ້ຮຽນຮູ້ເອກະສານທັງ 5 ບົດຂອງພັກຄື: ຄວາມຮູ້ພື້ນຖານກ່ຽວກັບ-ລັດທິມາກເລນິນ; ວຽກງານກໍ່ສ້າງພັກ; ຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດຂອງສະມາຊິກພັກ; ເຊີດຊູຄວາມເປັນແບບຢ່າງນໍາໜ້າຂອງສະມາຊິກພັກ ແລະ ແກ້ໄຂພະຍາດອາດຍາສິດ, ສະກັດກັ້ນຕ້ານການສໍ້ລາດບັງຫຼວງ. ໃນພິທີ ໄດ້ຮັບຟັງການບັນຍາຍເອກະສານຈາກສະຫາຍ ສະຫາຍ ສົມລົດ ສຸລິຍົງ ກຳມະການພັກເມືອງ ຫົວໜ້າຄະນະໂຄສະນອົບຮົມເມືອງ.
ໂອກາດດັ່ງກ່າວນີ້ສະຫາຍ ສະຫາຍ ສົມລົດ ສຸລິຍົງ ກຳມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງໄດ້ກ່າວວ່າ: ເນື້ອໃນດັ່ງກ່າວລ້ວນແຕ່ມີຄວາມສໍາຄັນ ເພື່ອເປັນເຂັມຊີ້ທິດເຍື່ອງທາງໃຫ້ ບັນດາສໍາມະນາກອນໄດ້ຮັບຮູ້,ເຂົ້າໃຈຢ່າງເລິກເຊິງ ແລະ ນໍາໄປຈັດຕັ້ງຜັນຂະຫຍາຍໃຫ້ໄດ້ຮັບຜົນ,ເຮັດໃຫ້ສະມາຊິກພັກມີຄວາມໜັກແໜ້ນເຂັ້ມແຂງ,ສືບຕໍ່ເຮັດໜ້າທີ່ການເມືອງເປັນຢ່າງດີ.
ຂຽນໂດຍ ຟົ່່ງເລົ່າ ນັກຂ່າວ ຄະນະໂຄສະນາອົບຮົມເມືອງ ນ້ຳບາກ