ເປີດການຮຽນ-ການສອນ ທິດສະດີການເມືອງ-ການປົກຄອງ ລະບົບຊັ້ນຕົ້ນ 03 ເດືອນຊຸດທີ I ປີ 2020 ໃຫ້ພະນັກງານຫຼັກແຫຼ່ງຂອງເມືອງໂພນໄຊ
ວັນທີ 19 ຕຸລາ 2020 ນີ້ ທີ່ສະໂມສອນໃຫຍ່ຂອງເມືອງໂພນໄຊ ໄດ້ຈັດພິທີ ເປີດການຮຽນ-ການສອນ ທິດສະດີການເມືອງ-ການປົກຄອງ ລະບົບຊັ້ນຕົ້ນ 3 ເດືອນ ຊຸດທີ I ປີ 2020 ໃຫ້ພະນັກງານຫຼັກແຫຼ່ງໃນທົ່ວເມືອງ ໂດຍເປັນປະທານຂອງ ສະຫາຍ ຄໍາຫຼ້າ ລຽນປະດິດ ກຳມະການປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີ ສະຫາຍ ທອງຈັນ ລັດຕະນະປະດິດ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເມືອງໂພນໄຊ, ສະຫາຍ ພູທອນ ຫຼວງວິໄລ ຮອງອໍານວຍການໂຮງຮຽນການເມືອງ-ການປົກຄອງແຂວງ, ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າຫ້ອງການ ແລະສໍາມະນາກອນ ເຂົ້າຮ່ວມລວມທັງໝົດ 83 ສະຫາຍ, ຍິງ 15 ສະຫາຍ.
ສະຫາຍ ທອງຈັນ ລັດຕະນະປະດິດ ມີຄຳເຫັນກ່າວໄຂຊຸດຮຽນວ່າ: ການຮຽນ-ການສອນທິດສະດີການເມືອງ-ການປົກຄອງ ລະບົບຊັ້ນຕົ້ນ 03 ເດືອນ ຊຸດທີ I ປີ 2020 ທີ່ເມືອງໂພນໄຊຄັ້ງນີ້ ມີສໍາມະນາກອນທີ່ເປັນລັກແຫຼ່ງຂອງເມືອງເຂົ້າຮຽນ ຈຳນວນ 65 ສະຫາຍ, ຍິງ 9 ສະຫາຍ ເພື່ອເຮັດໃຫ້ທຸກສະຫາຍ ໄດ້ປະກອບສ່ວນຮັບໃຊ້ເຂົ້າໃນໜ້າທີ່ວຽກງານໃນໄລຍະໃໝ່ ໃຫ້ສອດຄ່ອງກັບແນວທາງ, ໂອກາດນີ້ ໄດ້ມີການຜ່ານກົດລະບຽບ ໃຫ້ສໍາມະນາກອນໄດ້ຮັບຮູູ້, ຕອນທ້າຍ ສະຫາຍ ຄຳຫຼ້າ ລຽນປະດິດ ໄດ້ເນັ້ນໃຫ້ຄູສອນ ຈົ່ງຖ່າຍທອດຄວາມຮູ້ໃຫ້ສຳມະນາກອນຢ່າງເລິກເຊີ່ງ, ສ່ວນສຳມະນາກອນ ຕ້ອງຕັ້ງໜ້າໃນການຄົ້ນຄ້ວາຮໍ່າຮຽນ ເພື່ອນຳເອົາບົດຮຽນໄປໝູນໃຊ້ເຂົ້າໃນວຽກງານໃຫ້ມີຜົນສຳເລັດ.