ໃນຕອນເຊົ້າຂອງວັນທີ່ 22 ທັນວາ 2020 ຢູ່ຫໍປະຊຸມໃຫ່ຍຂອງເມືອງໂພນໄຊ ໄດ້ຈັດພິທີຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ຂອງຄະນະໂຄສະນາອົບຮົມ ເມືອງໂພນໄຊ ຊຸດທີ 1 ຂື້ນຢ່າງເປັນທາງການ.ຈະໄດ້ດໍາເນີນໄປຮອດວັນທີ່ 24 ທັນວາ 2020 ຈຶ່ງຈະສໍາເລັດ ໂດຍເປັນປະທານ ຂອງສະຫາຍ ມອນໄຊ ລາວມົວຊົ່ງ ຄະນະປະຈໍາພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງພະບາງ, ສະຫາຍ ທອງຈັນ ລັດຕະນະປະດິດ ກໍາມະການພັກແຂວງເລຂາພັກເມືອງເຈົ້າເມືອງໂພນໄຊ ແລະ ສະຫາຍ ນາງ ແສງຕານ ແກ້ວອີນດາບິງ ຫົວໜ້າກົມຄົ້ນຄ້ວາສັງລວມ ໂຄສະນາອົບຮົມ ສູນກາງພັກ ເຂົ້າຮ່ວມມີຄູຝືກຈາກຄະນະໂຄສະນາອົບຮົມສູນກາງ ແລະ ແຂວງ,ມີຫົວໜ້າຫ້ອງການ,ຮອງຫ້ອງການຕະຫຼອດຮອດນັກສໍາມະນາກອນຢ່າງພ້ອມພຽງ.
ເຊິງຢູ່ໃນພິທີດັ່ງກ່າວ ສະຫາຍ ມອນໄຊ ລາວມົວຊົ່ງ ເປັນກຽດຂື້ນເປີດພິທີຢ່າງເປັນທາງການ ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມການເຝືກອົບຮົມມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບບັນຫາພື້ນຖານຂອງວຽກງານຫາງສຽງສັງຄົມ ໂດຍສະເພາະແມານຫຼັກການ ແລະ ທິດນໍາໃນການເຮັດວຽກງານຫາງສຽງສັງຄົມທີ່ມີຄວາມໜາຍຄວາມສໍາຄັນ ແລະ ຄວາມແຕກຕ່າງລະຫວ່າງຫາງສຽງສັງຄົມກັບຂ່າວລື ພາລະບົດບາດ,ໜ້າທີ່ ຂອງໜ່ວຍງານທີ່ເຮັດວຽກງານເກັບກໍາຫາງສຽງສັງຄົມ,ມາດຖານ ແລະ ຄຸນທາດຂອງຜູ້ເຮັດວຽກເກັບກໍາຫາງສຽງຂອງສັງຄົມຕໍ່ກັບວຽກງານການເມືອງ-ແນວຄິດ ແລະ ສາມາດເປັນເສນາທິການຊ່ວຍຄະນະພັກ,ຄະນະນໍາໃນການຕິດຕາມເກັບກໍາຫາງສຽງສັງຄົມ ແລະ ນໍາພາແນວຄິດຂອງພະນັກງານ,ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ໃຫ້ມີຄວາມເຊື່ອໜັ້ນຕໍ່ການນໍາພາຂອງພັກຢ່າງຕາຍໃຈ ມີຄວາມສໍາຄັນຕໍ່ການນໍາພາ,ການຄຸ້ມຄອງ ແລະ ການຕັດສີນບັນຫາຕ່າງໆຂອງຄະນະພັກ-ຄະນະນໍາ ໃນຂະບວນວິວັດຂອງການນໍາພາ ການອອກມະຕິຂອງຄະນະພັກ-ຄະນະນໍາຂັ້ນຕ່າງໆໃຫ້ຖືກຕ້ອງຄວາມເປັນຈິງ ໄດ້ຮັບການສະໜັບສະໜູນຈາກປະຊາຊົນບັນດາເຜົ່າ ຕ້ອງເອົາໃຈໃສ່ໃນການການຕິດຕາມ,ເກັບກໍາສະພາບແນວຄິດ,ຈິດຕະສາດ,ຄວາມຄິດເຫັນ,ຄວາມຮຽກຮ້ອງຕ້ອງການ ແລະ ມຸ່ງມາດປາຖະໜາຂອງບັນດາຊັ້ນຄົນໃນສັງຄົມ,ບົດຮຽນທີ່ນໍາມາສອນໃນຄັ້ງນີ້ທັງໜົດມີ 4 ບົດຄື໋ ບັນຫາພື້ນຖານກ່ຽວກັບວຽກງານຫາງສຽງສັງຄົມ,ວີທີເກັບກໍາ ແລະ ການນໍາໃຊ້ຫາງສຽງສັງຄົມເຂົ້າໃນວຽກງານການເມືອງ-ແນວຄິດ,ຕາໜ່າງເພື່ອນຮ່ວມງານ ແລະ ວຽກງານຄົ້ນຄວ້າ-ສັງລວມ ແລະ ໄດ້ຮຽກຮ້ອງໃຫ້ນັກສໍາມະນາກອນຕ້ອງເອົາໃຈໃສ່ປະຕິບັດຕາມໂມງເວລາຢ່າງເຂັ້ມງວດ