ໜ່ວຍພັກ ສະຫະພັນກໍາມະບານແຂວງຫຼວງພະບາງ ສໍາເລັດກອງປະຊຸມຄົບຄະນະ ກາງສະໄໝທີ V

ໜ່ວຍພັກ ສະຫະພັນກໍາມະບານແຂວງຫຼວງພະບາງ 
ສໍາເລັດກອງປະຊຸມຄົບຄະນະ ກາງສະໄໝທີ V
----------------------------------------
 ເພື່ອຕີລາຄາຄືນການນໍາພາ-ຊີ້ນໍາ ຂອງຄະນະໜ່ວຍພັກ ກາງສະໄໝ ແຕ່ປີ 2019-2022; ໃນວັນທີ 9-10 ມີນາ ຜ່ານມານີ້ ໜ່ວຍພັກ ສະຫະພັນກໍາມະບານແຂວງຫຼວງພະບາງ ໄດ້ດຳເນີນກອງປະຊຸມຄົບຄະນະ ກາງສະໄໝທີ V ຂື້ນຢ່າງເປັນທາງການ, ໂດຍພາຍໃຕ້ການເປັນທານຂອງ ສະຫາຍ ນາງ ວຽນວິໄລ ດີລະພັນ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີສະຫາຍ ສົມສັກ ອ່ອນຈັນ ເລຂາໜ່ວຍພັກ, ມີບັນດາສະຫາຍຄະນະໜ່ວຍພັກ, ສະມາຊິກພັກພາຍໃນເຂົ້າຮ່ວມຢ່າງພ້ອມພຽງ;

       ກອງປະຊຸມໄດ້ຮັບຟັງການເຜີຍແຜ່ເຊື່ອມຊືມຄໍາສັ່ງຂອງເລຂາທິການສູນກາງພັກ ເລກທີ 268, ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ເລກທີ 25, ມະຕິ 030 ວ່າດ້ວຍມາດຕະຖານຂອງພະນັກງານນຳພາຄຸ້ມຄອງ, ມາດຖານສະມາຊິກພັກ, ຂໍ້ຫ້າມຂອງສະມາຊິກພັກ, ສິດ ແລະ ໜ້າທີ່ຂອງຄະນະພັກ, ຈາກນັ້ນຄະນະຮັບຜິດຊອບ ໄດ້ແນະນຳວິທີໃນການທາບທາມ ແຈກຢາຍບັດທາບທາມໃຫ້ຜູ້ແທນກອງປະຊຸມ; ສະຫາຍ ສົມສັກ ອ່ອນຈັນ ເລຂາໜ່ວຍພັກ ໄດ້ຂຶ້ນຜ່ານສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຮອບດ້ານກາງສະໄໝຜ່ານມາ ແລະ ທິດທາງທ້າຍສະໄໝ, ຄະນະໜ່ວຍພັກໄດ້ສໍາຫຼວດກວດກາການນໍາພາ-ຊີ້ນໍາໃນໄລຍະຜ່ານມາ, ເຊິ່ງໄດ້ສະແດງໃຫ້ເຫັນຜົນງານອັນພົ້ນເດັ່ນໃນຫຼາຍດ້ານ ສະມາຊິກພັກໄດ້ຮັບຫຼຽນໄຊແຮງງານຊັ້ນ I  1 ສະຫາຍ, ໄດ້ຮັບຫຼຽນໄຊແຮງງານຊັ້ນ II  2 ສະຫາຍ, ຫຼຽນກາແຮງງານ 2 ສະຫາຍ, ໃບຍ້ອງຍໍລັດຖະບານ 13 ສະຫາຍ, ໃບຍ້ອງຍໍທ່ານເຈົ້າແຂວງ 4 ສະຫາຍ; ພ້ອມດຽວກັນນີ້ ກໍ່ໄດ້ຜ່ານເນື້ອໃນຂໍ້ແຂ່ງຂັນ ຮັກຊາດ ແລະ ພັດທະນາ ຄະນະໜ່ວຍພັກ ແລະ ຕາງໜ້າບັນດາຂະແໜງ ການໄດ້ຂຶ້ນເຈັບມືແຂ່ງຂັນກັນ ເພື່ອຈັດຕັ້ງຜັນຂະຫຍາຍເນື້ອໃນຂໍ້ແຂ່ງຂັນ ຮັກຊາດ ແລະ ພັດທະນາ ຕື່ມອີກ.
 ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນນີ້ ສະຫາຍ ນາງ ວຽນວິໄລ ດີລະພັນ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນງານທີ່ພົ້ນເດັ່ນຂອງທາງຄະນະພັກ, ສະມາຊິກພັກທຸກສະຫາຍ ຍາດມາໄດ້ໃນໄລຍະຜ່ານມາ; ສະຫາຍຍັງໄດ້ເນັ້ນໜັກໃຫ້ຄະນະໜ່ວຍພັກຈົ່ງເປັນເຈົ້າການໃນການນໍາພາ-ຊີ້ນໍາ ສະມາຊິກພັກທີ່ຢູ່ໃນຂັ້ນຄຸ້ມຄອງຂອງຕົນ ໃຫ້ມີຄວາມສາມັກຄີເປັນປຶກແຜ່ນ, ເອົາໃຈໃສ່ໃນການສຶກສາອົບຮົມການເມືອງແນວຄິດໜັກແໜ້ນ, ເຊື່ອມຊຶມກໍາແໜ້ນບັນນິຕິກໍາຄໍາສັ່ງຂອງຄະນະພັກຂັ້ນເທິງ, ພ້ອມພຽງກັນຈັດຕັ້ງປະຕິບັດວຽກງານວິຊາສະເພາະ ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງສະຫະພັນກໍາມະບານລາວ ຕິດພັນກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ທັງໝົດນັ້ນກໍ່ເພື່ອແນໃສ່ສືບຕໍ່ເຮັດໃຫ້ສໍາເລັດຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ V ແລະ ທິດທາງແຜນການທ້າຍສະໄໝຂອງໜ່ວຍພັກທີ່ໄດ້ກໍານົດໄວ້.
----------------------------------
ບັນນາທິການຂ່າວ ຄອຂ ກວດແກ້: ຄໍາຫຼ້າ ໄຊຍະວົງ  ຂ່າວ: ສົມໝາຍ ຜົນສະຫວັດ