ກອງປະຊຸມຄົບຄະນະກາງສະໄໝ ຄັ້ງທີ V ຂອງໜ່ວຍພັກຄະນະໂຄສະນາອົບຮົມແຂວງ

 
ກອງປະຊຸມຄົບຄະນະກາງສະໄໝ ຄັ້ງທີ V ຂອງໜ່ວຍພັກຄະນະໂຄສະນາອົບຮົມແຂວງ ໄດ້ໄຂຂຶ້ນໃນວັນທີ 23 ມີນາ 2023 ຢູ່ທີຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ ໂດຍການເປັນປະທານຂອງ ສະຫາຍ ວົງສະຫວັນ ເທບພະຈັນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີສະຫາຍ ນາງ ວຽນວິໄລ ດີລະພັນ ກຳມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຕາງໜ້າຈາກຄະນະຈັດຕັ້ງແຂວງ, ຄະນະກວດກາແຂວງ, ບັນດາສະມາຊິກພັກພາຍໃນໜ່ວຍພັກຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມ.
ພິທີ ສະຫາຍ ນາງ ວຽນວິໄລ ດີລະພັນ ໄດ້ກ່າວໄຂກອງປະຊຸມຢ່າງເປັນທາງການ, ສະຫາຍ ວົງສະຫວັນ ເທບພະຈັນ ໃຫ້ກຽດເຊື່ອມຊຶມ ຄໍາສັ່ງ ເລກທີ 268 ຂອງຄະນະເລຂາທິການສູນກາງພັກ, ຄຳແນະນໍາ ເລກທີ 25 ຂອງຄະນະຈັດຕັ້ງສູນກາງພັກ, ມາດຖານ ຂອງພະນັກງານນໍາພາ-ຄຸ້ມຄອງ, ມາດຖານສະມາຊິກພັກ, ຂໍ້ຫ້າມຂອງສະມາຊິກພັກ, ສິດ ແລະ ໜ້າທີ່ ຂອງສະມາຊິກພັກ ພ້ອມທັງມີຄໍາເຫັນຊີ້ນຳໃນການທາບທາມຄຸນນະພາບຂອງຄະນະໜ່ວຍພັກ, ສະມາຊິກພັກ ເພື່ອໃຫ້ຖືກຕ້ອງຕາມເນື້ອໃນຈິດໃຈຂອງກອງປະຊຸມ ໃຫ້ສາມາດກຳໄດ້ຈຸດປະສົງ, ຄວາມໝາຍຄວາມສໍາຄັນ ຈັດຕັ້ງປະຕິບັດວຽກງານໂຄສະນາສຶກສາອົບຮົມ, ນຳພາວຽກງານການເມືອງ-ແນວຄິດ ໃຫ້ຖືກຕ້ອງສອດຄ່ອງກັບສະພາບເງື່ອນໄຂຕົວຈິງຂອງໜ່ວຍພັກ ແລະ ໜ້າທີ່ການເມືອງຂອງແຕ່ລະສະຫາຍ ໃນການເຄື່ອນໄຫວວຽກງານວິຊາສະເພາະ ກໍ່ຄື ຂອງວຽກງານໂຄສະນາສຶກສາອົບຮົມ, ນຳພາວຽກງານການເມືອງ- ແນວຄິດ ໃນທົ່ວແຂວງຫຼວງພະບາງ ກ້າວຂຶ້ນສູ່ຄຸນນະພາບໃໝ່. ວາລະກອງປະຊຸມ ຄະນະຮັບຜິດຊອບ ໄດ້ແຈກຢາຍບັດທາບທາມໃຫ້ຜູ້ແທນ, ແນະນຳວິທີການທາບທາມ, ດຳເນິນການທາບທາມ, ເກັບບັດທາບທາມ, ສັງລວມຄະແນນ, ສັງລວມຫາງສຽງຕ່າງໆ ພ້ອມທັງລາຍງານ ແລະ ຜ່ານຮ່າງບົດສະຫຼຸບຕີລາຄາການຈັດຕັ້ງກອງປະຊຸມໃຫຍ່ ກາງສະໄໝ ແລະ ທິດທາງແຜນການ, ຜ່ານຮ່າງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາວຽກງານໂຄສະນາອົບແຂວງ ກາງສະໄໝ ແລະ ທິທາງແຜນການ, ຜ່ານຮ່າງບົດສໍາຫລວດການນຳພາລວມ ຈາກນັ້ນ ຜູ້ແທນໄດ້ປະກອບຄຳເຫັນຢ່າງກົງໄປກົງມາ ເພື່ອເສີມຂະຫຍາຍດ້ານດີ ແລະ ແກ້ໄຂຂໍ້ຄົງຄ້າງຈໍານວນໜຶ່ງເພື່ອແກ້ໄຂໃຫ້ສອດຄ່ອງກັບຕົວຈິງ. ໃນນັ້ນ ໄດ້ຈັດຕັ້ງມອບ-ຮັບຍ້ອງຍໍຫຼຽນໄຊແຮງງານ, ຫຼຽນກາແຮງງານ, ຍ້ອງຍໍຕ່າໆ ແມ່ຍິງ 3 ດີ, ຊາວໜຸ່ມ 4 ບຸກ ແລະ ກຳມະບານ 5 ເປັນເຈົ້າ.
ທ້າຍພິທີ ສະຫາຍ ວົງສະຫວັນ ເທບພະຈັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນງານທີ່ຍາດມາໄດ້ໃນໄລຍະຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ ຄັ້ງທີ V ໃນໄລຍະກາງສະໄໝ ພ້ອມທັງມີຄຳເຫັນຊີ້ນໍາເໜັ້ນໜັກ ໃຫ້ຄະນະໜ່ວຍພັກ ກໍ່ຄື ສະມາຊິພັກທຸກສະຫາຍ ສືບຕໍ່ເສີມຂະຫຍາຍມູນເຊື້ອທາດແທ້ປະຕິວັດ, ກຳແໜ້ນ 5 ຫຼັກການ 3 ທິດນຳຂອງພັກ, ຄົ້ນຄວ້າຜັນຂະຫຍາຍແນວທາງຂອງພັກ, ປຸກລະດົມໂຄສະນາເຜີຍແຜ່ໃຫ້ທຸກຊັ້ນຄົນເຂົ້າໃຈແນວທາງຂອງພັກ ແລະ ຕອບແກ້ບັນດາຫາງສຽງສັງຄົມຕ່າງໆທີ່ເກີດຂຶ້ນໃນສັງຄົມໃຫ້ທັນການແທດຕົວຈິງ ເປັນກະບອກສຽງອັນແຫຼມຄົມຂອງພັກ ໃນການສຶກສາອົບຮົມພະນັກງານ-ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ພາຍໃຕ້ການນໍາພາຂອງພັກ.
ບັນນາທິການຂ່າວ ຄອຂ ກວດແກ້: ຄໍາຫຼ້າ ໄຊຍະວົງ ຂ່າວ: ສີປະເສີດ ພົມມະຈັນ